ລັດຖະບານລາວເຕືອນ ຈະຖອນຄືນໂຄງການສໍາປະທານທີ່ດິນ ທີ່ບໍ່ໄດ້ມີການດໍາເນີນການພັດທະນາ

2187

ຂ່າວໂດຍ: ໜັງສືພິມວຽງຈັນທາມສ໌

ວັນທີ 4 ກໍລະກົດ 2019

ລັດຖະບານລາວ ໄດ້ເຕືອນວ່າ ຈະຖອນຄືນໃບອະນຸຍາດການລົງທຶນຂອງນັກລົງທຶນ ຫາກໂຄງການສໍາປະທານທີ່ດິນ ບໍ່ມີການພັດທະນາ ຫຼື ດໍາເນີນການໃດໆ. 

ການດໍາເນີນກວດກາຂອງລັດຖະບານ ຂອງໂຄງການສໍາປະທານທີດິນ ຈໍານວນ 1,000 ໂຄງການ ພົບວ່າມີ 138 ໂຄງການ ເຊິ່ງກວມເອົາເນື້ອທີ່ 22,000 ເຮັກຕາ ບໍ່ສາມາດປະຕິບັດຕາມຂໍ້ຕົກລົງ ທີ່ໄດ້ຕົກລົງກັບລັດຖະບານລາວໄດ້ ທ່ານ ສົມມາດ ພົນເສນາ, ລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ “ໃນບັນດາ 138 ໂຄງການ ທີ່ກວດພົບ ແມ່ນບໍ່ມີຄວາມຄືບໜ້າໃນການດໍາເນີນການແຕ່ຢ່າງໃດ ແລະ ພວກເຂົາ [ນັກລົງທຶນ] ບໍ່ໄດ້ເສຍພາສີຕາມທີ່ໄດ້ຕົກລົງໄວ້ໃຫ້ແກ່ລັດຖະບານ.”

ເມື່ອຕົ້ນເດືອນທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກຂໍ້ຕົກລົງໃນການແຕ່ງຕັ້ງ ໜ່ວຍງານສະເພາະ ເພື່ອກວດກາກ່ຽວກັບບັນຫາດັ່ງກ່າວ ແລະ ເພື່ອວາງມາດຕະການຕໍ່ກັບບັນດາບໍລິສັດທີ່ ທີ່ມີຄວາມລ່າຊ້າໃນການພັດທະນາ ໂຄງການສໍາປະທານທີ່ດິນ.

ໃນເດືອນ ພຶດສະພາ 2017 ທີ່ຜ່ານມາ ລັດຖະບານລາວ ໄດ້ມີການຍົກເລີກ ສັນຍາສໍາປະທານ ການຂຸດຄົ້ນບໍ່ແຮ່ ຈໍານວນ 15 ແຫ່ງ ເນື່ອງຈາກເຈົ້າຂອງໂຄງການດັ່ງກ່າວ ບໍ່ສາມາດພັດທະນາໂຄງການທີ່ສອດຄອງກັບຂໍ້ຕົກລົງທີ່ໄດ້ລົງນາມກັນລັດຖະບານ. ພະນັກງານບາງທ່ານໄດ້ກ່າວວ່າ ມີບາງບໍລິສັດທີ່ ສໍາປະທານດິນໄປ ແຕ່ບໍ່ມີການພັດທະນາຫຍັງ ເຊິ່ງບັນຫານີ້ແມ່ນກ່ຽວກັບ ການເພື່ອຂາຍດິນຕໍ່ທີ່ຕົນສໍາປະທານໄວ້. ກວ່າເຄິ່ງທົດສະຕະວັດ ລັດຖະບານລາວ ໄດ້ມີການ ລະງັບ ການພິຈາລະນາບັນດາໂຄງການ ຂຸດຄົ້ນບໍ່ແຮ່ໃໝ່ ຫຼັງຈາກທີ່ຄົ້ນພົບວ່າ ການດໍາເນີນກິດຈະການຫຼາຍແຫຼ່ງບໍ່ສາມາດປະຕິບັດຕາມຂໍ້ຕົກລົງທີ່ທາງຜູ້ປະກອບກິດຈະການໄດ້ລົງນາມໄວ້. 

ໃນເດືອນ ພຶດສະພາ 2017 ທີ່ຜ່ານມາ ລັດຖະບານລາວ ໄດ້ມີການຍົກເລີກ ສັນຍາສໍາປະທານ ການຂຸດຄົ້ນບໍ່ແຮ່ ຈໍານວນ 15 ແຫ່ງ ເນື່ອງຈາກເຈົ້າຂອງໂຄງການດັ່ງກ່າວ ບໍ່ສາມາດພັດທະນາໂຄງການທີ່ສອດຄອງກັບຂໍ້ຕົກລົງທີ່ໄດ້ລົງນາມກັນລັດຖະບານ. ພະນັກງານບາງທ່ານໄດ້ກ່າວວ່າ ມີບາງບໍລິສັດທີ່ ສໍາປະທານດິນໄປ ແຕ່ບໍ່ມີການພັດທະນາຫຍັງ ເຊິ່ງບັນຫານີ້ແມ່ນກ່ຽວກັບ ການເພື່ອຂາຍດິນຕໍ່ທີ່ຕົນສໍາປະທານໄວ້.

ກວ່າເຄິ່ງທົດສະຕະວັດ ລັດຖະບານລາວ ໄດ້ມີການ ລະງັບ ການພິຈາລະນາບັນດາໂຄງການ ຂຸດຄົ້ນບໍ່ແຮ່ໃໝ່ ຫຼັງຈາກທີ່ຄົ້ນພົບວ່າ ການດໍາເນີນກິດຈະການຫຼາຍແຫຼ່ງບໍ່ສາມາດປະຕິບັດຕາມຂໍ້ຕົກລົງທີ່ທາງຜູ້ປະກອບກິດຈະການໄດ້ລົງນາມໄວ້.

ໃນປີ 2016 ມີ 657 ບໍລິສັດ ທີ່ໄດຮັບອະນຸຍາດລັດຖະບານລາວ ໃຫ້ ສໍາຫຼວດ ແລະ ຂຸດຄົ້ນບໍ່ແຮ່ ໃນຈໍານວນທັງໝົດ 942 ໂຄງການ ເຊິ່ງໃນຈໍານວນດັ່ງກ່າວ ມີພຽງ 226 ບໍລິສັດ ທີ່ລັດຖະບານສູນກາງໄດ້ອະນຸມັດໃຫ້້ມີການດໍາເນີນພັດທະນາໂຄງການຈໍານວນ 392 ໂຄງການ.

ການດໍາເນີນການກວດກາໂຄງການສໍາປະທານທີ່ດິນນັ້ນ ແມ່ນເພື່ອສົ່ງເສີມໃຫ້ເສດຖະກິດມີການເຕີບໂຕ ແລະ ສະໜອງວຽກງານໃຫ້ຄົນທ້ອງຖິ່ນ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຄົນ. ລັດຖະບານລາວແມ່ນຍິນດີຕ້ອນຮັບເອົາ ບັນດາບໍລິສັດ ທີ່ມີຄວາມສົນໃຈທີ່ຢາກຈະລົງທຶນໃນປະເທດລາວ ແຕ່ຫາກບັນດາບໍລິສັດເຫຼົ່ານັ້ນບໍ່ສາມາດປະຕິບັດຕາມທີ່ຕົກລົງໃນສັນຍາກັບລັດຖະບານໄດ້ ກໍ່ຈະມີການຖອນຄືນໃບອະນຸມັດການລົງທຶນ.

ທ່ານ ສົມມາດໄດ້ກ່າວວ່າ ລັດຖະບານຈະສືບຕໍ່ໃນການກວດກາໂຄງການ ທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມພາຍໃນປະເທດ ແລະ ປະຊາຊົນ ຫຼື ອໍານາດການປົກຄອງທ້ອງຖິ່ນ ສາມາດແຈ້ງມາຍັງລັດຖະບານໄດ້ ຫາດພົບເຫັນໂຄງການໃດທີ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ຜ່ານຊ່ອງທາງສາຍດ່ວຍ ແລະ ຊ່ອງທາງສື່ສານອື່ນໆ.

ທ່ານຍັງກ່າວຕືມອີກວ່າ ກຊສ ຈະມີການແຕ່ງຕັ້ງທີມກວດກາພິເສດປະຈໍາໃນພື້ນທີ່ຕ່າງໆໃນພາກພື້ນ ຂື້ນມາ ເພື່ອເປັນການກວດກາ ແລະ ແກ້ໄຂບັນຫາຢ່າງທັນການ ຕໍ່ກັບໂຄງການທີ່ສ້າງຜົນກະທົບຕໍ່ກັບສິ່ງແວດລ້ອມ.

ຮຽບຮຽງ ແລະ ແປຈາກ ຈາກ ວຽງຈັນທາມສ໌: http://www.vientianetimes.org.la/freeContent/FreeConten_Govt_warns_149.php