ລັດຖະມົນຕີ ກຊສ ເນັ້ນໃຫ້ແຂວງ ຫຼວງນໍ້າທາ ກວດກາບັນດາໂຄງການ ເຊົ່າ ແລະ ສໍາປະທານທີ່ດິນ ພານໃນແຂວງ

2974

ສັງລວມຂ່າວ ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ເສດຖະກິດ-ການຄ້າ: ລັດຖະມົນຕີ ກຊສ ເນັ້ນໃຫ້ແຂວງ ຫຼວງນໍ້າທາ ກວດກາບັນດາໂຄງການ ເຊົ່າ ແລະ ສໍາປະທານທີ່ດິນ ພານໃນແຂວງ ໃຫ້ຖືກຕ້ອງ, ສອດຄ່ອງ ແລະ ໃຫ້ປະຕິບັດຕາມເງື່ອນໄຂຕົວຈິງ ໂດຍຕິດພັນກັບນິຕິກໍາ, ລະບຽບ ແລະ ກົດໝາຍ ຢ່າງເຂັ້ມງວດ ແລະ ແກ້ໄຂໃຫ້ທັນເວລາ


ໃນວັນທີ 9 ສິງຫາ 2019 ທີ່ຜ່ານມາ ທ່ານ ສົມມາດ ພົນເສນາ ລັດຖະມົນຕີ ກຊສ ໄດ້ເຂົ້າຮ່ວມ ກອງປະຊຸມກ່ຽວກັບການປຶກສາຫາລື ໃນການກວດກາຄືນ ບັນດາໂຄງການເຊົ່າ ແລະ ສໍາປະທານທີ່ດິນ ແລະ ວາງແຜນວຽກແຜນຈັດສັນທີ່ດິນ ແລະ ສິ່ງແວດລ້ອມ ຢູ່ພາຍໃນແຂວງ ໂດຍກອງປະຊຸມໄດ້ມີການຮຽກຮ້ອງໃຫ້ບັນດາຂະແໜງການຂັ້ນແຂວງ ແລະ ຂັ້ນເມືອງ ຕອບສະໜອງຂໍ້ມູນລະອຽດ ໃຫ້ຄະນະທີມງານເພື່ອເກັບກໍາຂໍ້ມູນຄືນຂອງ ບັນດາໂຄງການລົງທຶນເຊົ່າ ແລະ ສໍາປະທານທີ່ດິນໃຫ້ຄົບຖ້ວນ.

ເຖິງຢ່າງໃດກໍ່ຕາມ ຈາກແຫຼ່ງຂ່າວບໍ່ໄດ້ລະບຸກ່ຽວກັບລາຍລລະອຽດຕໍ່ກັບການ ກວດກາຄືນຄັ້ງນີ້ ໂດຍສະເພາະ ໄລຍະເວລາ ແລະ ຫຼັງຈາກການເກັບກໍາຂໍ້ມູນແລ້ວຈະມີການປະຕິບັດທາງກົດໝາຍຄືແນວໃດ ໃນເບື້ອງຂອງຜູ້ທີ່ລະເມີດ ລະບຽບກົດໝາຍ.

ແຂວງ ຫຼວງນໍ້າທາ ເປັນແຂວງໜຶ່ງໃນພາກເໜືອຂອງປະເທດລາວ ທີ່ມີໂໍ ສໍາປະທານ ແລະ ເຊົ່າທີ່ດິນ ໃນການດໍາເນີນທຸລະກິດກະສິກໍາ ຢ່າງກວ້າງຂວາງ.

ຈາກການສຶກສາຂອງ ອົງການ ການຮ່ວມມື ລະຫວ່າງ ລາວ-ເຢຍລະມນ ປີ 2008 ໄດ້ລາຍງາານວ່າ ການປູກຢາງພາລາພາຍໃນແຂວງ ແມ່ນເລີ່ມຕົ້ນ ມາແຕ່ປີ 1994  ໂດຍສະເພາະໃນເມືອງສິງ. ໃນກາງຊຸມປີ 2000 ໄດ້ມີການໃຫ້ສໍາປະທານພື້ນທີ່ຂະໜາດໃຫຍ່ແກ່ນັກລົງທຶນຕ່າງປະເທດ ໂດຍເຫັນວ່າ ທ້າຍປີ 2006 ໃນເນື້ອທີ່ 12,585 ເຮັກຕາ ຂອງແຂວງ ແມ່ນມີການໃຫ້ສໍາປະທານ ການປູກຢາງພາລາ ພາຍໃນແຂວງ ເຊິ່ງລວມມີທັງ ນັກລົງທຶນຕ່າງປະເທດ (ໂດຍສະເພາະ ນັກລົງທຶນຈີນ) ແລະ ນັກລົງທຶນພາຍໃນ.

ຫຼັງຈາກໄລຍະການຂະຫຍາຍຕົວສູງຂອງການປູກຢາສງພາລາ ການປູກກ້ວຍໄດ້ເລີ່ມເຂົ້າມາເສີມທັບ ໃນ ແຂວງ ຫຼວງນໍ້າທາ ເຊິ່ງໄລຍະຜ່ານມາ ໄດ້ມີບັນຫາຫຼາຍຢ່າງເກີດຂື້ນ ໂດຍສະເພາະ ບັນຫາເລື່ອງການນໍາໃຊ້ສານເຄມີຢ່າງຫຼວງຫຼາຍ ເຊິ່ງສ້າງຜົນກະທົບຕໍ່ກັບສຸຂະພາບ ແລະ ສິ່ງແວດລ້ອມ. ພ້ອມນັ້ນ ຍັງມີການລາຍງານວ່າ ເນື້ອທີ່ດິນທີ່ມີການປູກກ້ວຍນັ້ນ ແຖບຈະບໍ່ສາມາດກັບມາປູກເຂົ້າໄດ້ດັ່ງເດີມໄດ້ແລ້ວ ເນື່ອງຈາກ ພື້ນທີ່ເຕມໄປດ້ວຍ ການສະສົມຂອງສານເຄມີຫຼາຍຊະນິດ.   

ໃນປີ 2016 ທາງແຂວງຫຼວງນໍ້າທາ ໄດ້ອອກຄໍາສັ່ງໃຫ້ຢຸດຕິ ການຂໍຂະຫຍາຍພື້ນທີ່ການປູກກ້ວຍໃໝ່. ໃນຊ່ວງກ່ອນປີ 2016 ເຖິງຈະມີການ ລາຍງານວ່າ ເນື້ອທີ່ທີ່ມີການປູກກ້ວຍທັງໝົດຈາກນັກລົງທຶນຈີນ ໄດ້ຫຼຸດລົງເຫຼືອ 2,500 ເຮັກຕາ ຈາກຈໍານວນທັງໝົດທີ່ມີກ່ອນໜ້ານັ້ນ ຫຼາຍກວ່າ 400 ເຮັກຕາ ແຕ່ປະເດັນເລື່ອງການໃຊ້ສານເຄມີມັນໄດ້ສ້າງຜົນກະທົບທາງດ້ານລົບຫຼາຍແກ່ສິ່ງແວດລ້ອມ ແລະ ສັງຄົມ ໂດຍສະເພາະ ເລື່ອງສຸຂະພາບ. ນອກນັ້ນແລ້ວ ຍັງໄດ້ສົ່ງຜົນກະທົບແກ່ການທ່ອງທ່ຽວຂອງແຂວງອີກດ້ວຍ. 

ເຖິງຈະມີການປະກາດໃຫ້ມີການຢຸດຕິການໃຫ້ເຊົ່າທີ່ດິນບ່ອນໃໝ່ ແກ່ການປູກກ້ວຍ ໃນຕົ້ນປີ 2017 ຈາກລັດຖະບານສູນກາງ ແຕ່ປະເດັນທີ່ຍັງເປັນກັງວົນຢູ່ກໍ່ຄື ບັນຫາເລື່ອງການນາໃຊ້ສານເຄມີທີ່ມີອັນຕະຫຼາຍຕໍ່ສຸຂະພາບຂອງຜູ້ທີ່ອອກແຮງງານໃນເຂດພື້ນທີ່ສວຍກ້ວຍ, ປະຊາຊົນທີ່ຢູ່ໃກ້ຄຽງ ແລະ ຕໍ່ສິ່ງແວດລ້ອມ ເຊິ່ງບັນຫານີ້ ເປັນເລື່ອງທີ່ມີການສະເໜີ ຫຼາຍຈາກປະຊາຊົນ ຕໍ່ກັບຂໍ້ກັງວົນດັ່ງກ່າວໃນຂອບເຂດທົ່ວປະເທດ.  

ໃນກາງປີ 2019 ລັັດຖະບານໄດ້ລາຍງານວ່າ ໃນທົ່ວປະເທດ ການດໍາເນີນກວດກາ ໂຄງການສໍາປະທານທີ່ດິນ ຈໍານວນ 1,000 ໂຄງການ ພົບວ່າມີ 138 ໂຄງການ ເຊິ່ງກວມເອົາເນື້ອທີ່ 22,000 ເຮັກຕາ ບໍ່ສາມາດປະຕິບັດຕາມຂໍ້ຕົກລົງ ທີ່ໄດ້ຕົກລົງກັບລັດຖະບານລາວໄດ້ ເຊິ່ງລັດຖະບານກໍ່ໄດ້ເຕືອນວ່າ ຈະຖອນຄືນໃບອະນຸຍາດການລົງທຶນຂອງນັກລົງທຶນ ຫາກໂຄງການສໍາປະທານທີ່ດິນ ບໍ່ມີການພັດທະນາ ຫຼື ດໍາເນີນການໃດໆ. 

ອ້າງອີງຈາກແຫຼ່ງຂໍ້ມູນ:

  1. ເສດຖະກິດ-ການຄ້າ: https://laoedaily.com.la/57014/
  2. ບົດສຶກສາ ກ່ຽວກັບການປູກຢາງພາລາໃນແຂວງຫຼວງນໍ້າທາ: http://lad.nafri.org.la/fulltext/1599-1.pdf
  3. ແຫຼ່ງຂ່າວ KPL: http://kpl.gov.la/En/Detail.aspx?id=23032
  4. ແຫຼ່ງຂ່າວ Vientiane Times: http://bit.ly/2YxpdEX