ລັດຖະບານລາວ ເດີນຫນ້າສ້າງເຂື່ອນຫລວງພະບາງ ຂະໜາດ 1,460 ເມກາວັດ ເທິງແມ່ນໍ້າຂອງ

3481
ແມ່ນໍ້າຂອງ ໃນບໍລິເວນທີ່ຈະມີການສ້າງເຂື່ອນ ຫຼວງພະບາງ. ພາບຈາກ MRC: http://bit.ly/2q1cbmX

ສັງລວມຂ່າວໂດຍ LIWG

ໂຄງການເຂື່ອນໄຟຟ້າຫຼວງພະບາງ ຂະໜາດ 1,460 ເມກາວັດ ເປັນເຂື່ອນ ທີ 5 ທີ່ຈະສ້າງຢູ່ເທິງແມ່ນໍ້າຂອງ ຕັັ້ງຢູ່ບ້ານຫ້ວຍໂງ ຫ່າງຈາກຕົວເມື​ອງຫຼວງພະບາງ ປະມານ 25 ກິໂລແມັດ  ເຊິ່ງ ບໍລິສັດທີ່ຈະສ້າງເຂື່ອນນີ້ແມ່ນ ບໍລິສັດຫຼວງພະບາງພາວເວີຈໍາກັດ ທີ່ກໍ່ຕັ້ງໂດຍບໍລິສັດປີໂຕລ່ຽມຫວຽດນາມ ເຊິ່ງຈະຮ່ວມທຶນກັບບໍລິສັດອື່ນໆນໍາ.

ການກໍໍ່ສ້າງໂຄງການດັັ່ງກ່າວ ຄາດວ່າຈະລິເລີ່ມສ້າງໃນປີ 2020 ແລະ ຈະໃຫ້ສຳເລັດ ໃນປີ 2027 ແລະ ໄຟຟ້າທີ່ຜະລິດໄດ້ຈາກເຂື່ອນນີ້ ອາດຈະຂາຍໃຫ້ ປະເທດໄທ ຫຼື ຫວຽດນາມ.

ແບບຈໍາລອງເຂື່ອນໄຟຟ້າຫຼວງພະບາງ . ພາບໂດຍ ອິດສະລະ: https://www.idsala.com/8628/

ຕາມຂໍ້ມູນຈາກ ບົດລາຍງານກ່ຽວກັບໂຄງການນີ້ ທີ່ໄດ້ເຜີຍແຜ່ໃນເວັບໄຊ້ຂອງ MRC (ຄະນະກໍາມະທິການແມ່ນໍ້າຂອງສາກົນ) ໃຫ້ຮູ້ວ່າ ເຂື່ອນຫຼວງພະບາງນີ້ ຈະສ້າງຜົນກະທົບໂດຍກົງແກ່ປະຊາຊົນ 26 ບ້ານ ຈາກ 3 ແຂວງຄື: ຫຼວງພະບາງ, ໄຊຍະບູລີ ແລະ ອຸດົມໄຊ  ເຊິ່ງມີ 840 ຄົວເຮືອນ ຫຼື ເປັນຈໍານວນ 9,974 ຄົນ ທີ່ຈະຕ້ອງຖືກຍົກຍ້າຍທີ່ຢູ່ອາໄສ ແລະທີ່ດິນທຳມາຫາກິນ

ໂຄງການເຂື່ອນໄຟຟ້າຫຼວງພະບາງ ນີ້ແມ່ນກໍາລັງຢູ່ໃນ ຂະບວນການປຶກສາຫາລືລ່ວງໜ້າ (PNPCA) ເຊິ່ງຈະໃຊ້ເວລາ 6 ເດືອນ ແລະ ສາມາດຂະຫຍາຍເວລາອອກໄດ້ ຕາມການເຫັນດີຂອງ ຄະນະກຳມະການຮ່ວມ

ໂຄງການໂຄງການເຂື່ອນໄຟຟ້າຫຼວງພະບາງ ຖືວ່າເປັນໂຄງການທີ 5 ທີ່ໄດ້ມີການດຳເນີນຂະບວນການປຶກສາຫາລືລ່ວງໜ້າ (PNPCA) ເຊິ່ງໄລຍະຜ່ານມາ ມີ 4 ໂຄງການສ້າງເຂື່ອນຢູ່ເທິງ​ແມ່​ນ້ຳຂອງ ຈາກ ສປປ ລາວ ທີ່ໄດ້ຖືກ​​ດຳເນີນຂະ ບວນການປຶກສາຫາລືລ່ວງໜ້າຄື: ໂຄງກາເຂື່ອນໄຊຍະບູລີ, ເຂື່ອນດອນສະໂຮງ, ເຂື່ອນປາກແບ່ງ ແລະ ເຂື່ອນປາກລາຍ.

ປັດຈຸບັນ, ມີທັງໝົດ 48 ໂຄງການ ທີ່​ຖືກ​ຍື່ນ​ເພື່ອ​ດຳເນີນຂະບວນການປຶກສາຫາລືລ່ວງໜ້າ ໃນນັ້ນ ມີສາມໂຄງການຈາກກຳປູເຈຍ, 30 ໂຄງການຈາກ ລາວ, ສອງໂຄງການ ຈາກໄທ ແລະ 13 ໂຄງການ ຈາກ ຫວຽດນາມ.

*ຕາມລາຍງານຂອງ MRC ແຈ້ງວ່າ ຂະບວນການ PNPCA ນີ້ ບໍ່ມີເປົ້າໝາຍໃນການອະນຸມັດ ຫຼື ບໍ່ອະນຸມັດ ແກ່ໂຄງການທີ່ສະເໜີມາ ແຕ່ຢ່າງໃດ.

——————

ແຫຼ່ງຂໍ້ມູນອ້າງອີງ:

  1. ອິດສະຫຼະ: https://www.idsala.com/8628/
  2. ຂ່າວ ABC Laos News: https://abclao.com/?p=52
  3. ລາວພັດທະນາ: https://www.laophattananews.com/archives/58991
  4. Mekong River Commission: http://bit.ly/2q1cbmX
  5. MRC/PNPCA: http://bit.ly/35lfCFh
  6. Siamrath: https://siamrath.co.th/n/103959