ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສະບັບທີ 4

1812

ຈົດໝາຍຂ່າວສະບັບນີ້ ແມ່ນ ສະບັບທີ 4 ຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG)ປະຈໍາໄຕມາດ ເດືອນ ເມສາ – ມິຖຸນາ 2018. ຈົດໝາຍຂ່າວຂອງພວກເຮົາແມ່ນມີຈຸດປະສົງ ເພື່ອນຳສະ ເໜີກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງ ເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.   

ເນື້ອໃນເດັ່ນໃນຈົດໝາຍຂ່າວສະບັບນີ້ ແມ່ນ:

  • ການກຽມພ້ອມຂອງຊຸມຊົນ ເພື່ອຮັບມື ແລະ ເຈລະຈາຕໍ່ລອງກັບກັບນັກລົງທຶນ – ສັນຍາລະຫວ່າງນາຍທຶນແລະຊຸມຊົນ
  • ກອງປະຊຸມ ຄູ່ຮ່ວມພັດທະນາ ໂດຍ LIWG
  • ກອງປະຊຸມ ແລກປ່ຽນບົດຮຽນຂອງອົງການຈັດຕັ້ງທາງສັງຄົມໃນວຽກງານບໍລິຫານທີ່ດິນ ໃນຂົງເຂດແມ່ນໍ້າຂອງ 
  • ກອງປະຊຸມພັດທະນາປະຕິທິນກົດໝາຍ ສະບັບປີ 2019
  • ງານພົບປະແລກປ່ຽນກ່ຽວກັບທີ່ດິນ ແລະ ກົດໝາຍ ຈາກມະຫາວິທະຍາໄລ ອິນເດຍນ່າ
  • ການແລກປ່ຽນບົດຮຽນ ກ່ຽວກັບແມ່ຍິງແລະກະສິກໍາໂດຍ SAEDA
  • ການພັດທະນາແຜນບົດຮຽນ ແລະ ການຝຶກອົບຮົມ ກ່ຽວກັບ ການເຂົ້າເຖິງຂະບວນຍຸຕິທໍາ ໂດຍ LIFE
  • ງານເປີດໂຕສູນ LILC ຢ່າງເປັນທາງການ ຢູ້ຫ້ອງການ VFI
  • ໂຄງການພັດທະນາ ແລະ ເຜີຍແຜ່ສື່ທາງດ້ານກົດໝາຍໃຫ້ແກ່ໄວໜຸ່ມລາວ
  • ບົດຄວາມແນະນໍາ ກ່ຽວກັບການຄຸ້ມຄອງທີ່ດິນ ແລະ ບົດບາດຂອງເພດ ໃນກອງປະຊຸມພາກພື້ນກ່ຽວກັບທີ່ດິນ

ດາວໂລດຈົດໝາຍຂ່າວສະບັບນີ້: ສະບັບພາສາລາວ   ສະບັບພາສາອັງກິດ