ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ມັງກອນ – ມີນາ 2020

2233

ດາວໂລດຈົດໝາຍຂ່າວສະບັບນີ້:
ພາສາລາວ
ພາສາອັງກິດ


ຈົດໝາຍຂ່າວ ຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ແມ່ນ ປະຈໍາໄຕມາດ ເດືອນ ມັງກອນ – ມີນາ 2020. ຈົດໝາຍຂ່າວຂອງພວກເຮົາແມ່ນມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ. 

ເນື້ອໃນເດັ່ນໃນຈົດໝາຍຂ່າວສະບັບນີ້ ແມ່ນ:

  • ກອງເລຂາ LIWG ລົງພື້ນທີ່ຮຽນຮູ້ວຽກງານຂອງ ສະຫະກອນສວນໃຈກາເຟ ທີ່ປາກຊ່ອງ, ແຂວງ ຈໍາປາສັກ
  • ການປະເມີນຜົນການນໍາໃຊ້ ປະຕິທິນກົດໝາຍ ແລະ ການແລກປ່ຽນບົດຮຽນຂອງບັນດາສະມາຊິກ
  • ການຝຶກອົບຮົມ ການນໍາໃຊ້ປະຕິທິນກົດໝາຍໃຫ້ແກ່ຄູ່ຮ່ວມງານຂອງໂຄງການ ໄລຟ໌
  • ໂຄງການ Voice: ການເສີມສ້າງໄວໜຸ່ມຊົນເຜົ່າໃຫ້ກາຍເປັນຕົວແທນໃນການປ່ຽນແປງ ເພື່ອປົກປ້ອງຊັບພະຍາກອນທໍາມະຊາດ ແລະ ທີ່ດິນໃນຊຸມຊົນ
  • ການເປີດໂຕປະຕິທິນປີ 2020 ຂອງອົງການ ອາສາສະໝັກຍີ່ປຸ່ນ (JVC) ທີ່ແຂວງສະຫວັນນະເຂດ
  • ການປຶກສາຫາລືຫຼາຍພາກສ່ວນຕໍ່ກັບການປັບປຸງການຄຸ້ມຄອງຊັບພະຍາກອນທໍາມະຊາດ ຈັດໂດຍ ສະມາຄົມຊຸມຊົນສີຂຽວ
  • ບົດຄວາມ ແລະຂ່າວສານເດັ່ນໃນໜ້າເວັບໄຊທ໌
  • ການຕິດຕາມຂ່າວສານ ແລະ ແບ່ງປັນຂໍ້ມູນໃນ ເຟສບຸກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ