ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ເມສາ – ມິຖຸນາ 2021

1241

ໂດຍ ກອງເລຂາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ


ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ເປັນສະບັບທີ11 ປະຈໍາໄຕມາດ ເດືອນ ເມສາ – ມິຖຸນາ 2021 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະ ຍາກອນທຳມະຊາດ.

ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ມີຄື:

  • ກອງປະຊຸມອອນລາຍ ກ່ຽວກັບກົດໝາຍທີ່ດິນ ແລະ ກົດໝາຍປ່າໄມ້ສະບັບປັບປຸງໃໝ່
  • ກອງເລຂາ LIWG ຢ້ຽມຢາມ ໂຄງການຂອງສະມາຊິກທີ່ ແຂວງສະຫວັນນະເຂດ
  • ການຝຶກອົບຮົມ ທັກສະການຮຽນຮູ້ທີ່ຫຼາກຫຼາຍສໍາລັບຄູຝຶກ ແລະ ການແກ້ໄຂບັນຫາກ່ຽວກັບທີ່ດິນ ໂດຍນໍາໃຊ້ກົດໝາຍ ແລະ ກິດຈະກໍາໃໝ່ ຂອງໂຄງການ ໄລຟ໌
  • ກອງປະຊຸມ ແລະ ການຈັດກິດຈະກໍາຂອງສະມາຊິກ ແລະ ຄູ່ຮ່ວມງານກ່ຽວກັບການຮັບຮູ້ສິດຄອງຄອງທີ່ດິນຕາມປະເພນີ  
  • ບົດຄວາມ, ບົດສຶກສາ ແລະ ວິດີໂອ ແນະນໍາ
  • ຂ່າວເດັ່ນກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ ປະຈໍາໄຕມາດ
  • ແຈ້ງກ່ຽວກັບກິດຈະກໍາໃນໄຕມາດຖັດໄປ

ດາວໂລດຈົດໝາຍຂ່າວສະບັບນີ້:

ພາສາລາວ
ພາສາອັງກິດ