ການພັດທະນາໃນຈິນຕະນາການຂອງ ປະຊາຊົນ

1679

ໂພສລົງວັນທີ 10 ເມສາ 2019

ໂດຍ: ກຸ່ມແລກປ່ຽນຂໍມູນເລື່ອງທີ່ດິນ

ພາບ ແມ່ນຢູ່ໃຈກາງເທດສະບານເມືອງຍອດອູ, ແຂວງຜົ້ງສາລີ, ທາງເໜືອສຸດຂອງປະເທດລາວ. ໃນຮູບພາບມີການໃສ່ຫົວຂໍ້ວ່າ “ພ້ອມກັນສ້າງເມືອງຍອດອູໃຫ້ຮັ່ງມີ ເຂັ້ມແຂງໃນທຸກດ້ານ”

ໃຈຄວາມຫຼັກສໍາຄັນຜູ້ຂຽນເຫັນວ່າ ເປັນສິລະປະທີ່ຖືກຖ່າຍທອດຈາກຈິນຕະນາການ ແລະ ວິຖີຊີວິດຕົວຈິງ ອອກມາເປັນຮູບພາບ ເຊິ່ງມັນສະແດງໃຫ້ເຫັນ ຄວາມສໍາພັນຂອງສິນລະປະ ແລະ ການດໍາລົງຊີວິດປະຈໍາວັນ.

ຈາກພາບ ຜູ້ຂຽນເຫັນວ່າ ສິ່ງທີ່ສະແດງອອກມາເປັນຮູບພາບນີ້ ແມ່ນອາດຈະເປັນສິ່ງທີ່ຄົນໃນພື້ນທີ່ຕ້ອງການໃຫ້ພື້ນທີ່ການດໍາລົງຊີວິດຂອງຕົນເອງ ເປັນດັ່ງພາບດັ່ງກ່າວກໍ່ເປັນໄດ້.   

ພາບນີ້ ອາດເປັນຄໍາຖາມຫຼາຍໆຢ່າງທີ່ກໍາລັງມີການປ່ຽນແປງໄປວ່າ ການພັດທະນາໃນໄລຍະປັດຈຸບັນນີ້ ແມ່ນຫຍັງ ແລະ ມີທິດທາງເປັນ ໄປຄືແນວໃດ.