ເວທີສົນທະນາແລກປ່ຽນບົດຮຽນຜ່ານທາງອອນລາຍ, ຫົວຂໍ້: “ການຄຸ້ມຄອງປ່າໄມ້ບ້ານແບບມີສ່ວນຮ່ວມຂອງຊຸມຊົນ

727

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ໃນຕອນເຊົ້າ ຂອງວັນທີ 29 ມີນາ 2023, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໄດ້ຈັດເວທີສົນທະນາແລກປ່ຽນບົດຮຽນຜ່ານທາງອອນລາຍ ຫົວຂໍ້: “ການຄຸ້ມຄອງປ່າໄມ້ບ້ານແບບມີສ່ວນຮ່ວມຂອງຊຸມຊົນ”, ນຳສະເໜີໂດຍ ທ່ານ ຈັນທາ ອວນທະວົງສີ, ຜູ້ອຳນວຍການ ສະມາຄົມ ຊຸມຊົນເພື່ອຊີວິດ ແລະ ສິ່ງແວດລ້ອມ (CASE) ເຊິ່ງເປັນໜື່ງໃນສະມາຊິກຫຼັກຂອງ LIWG. ກອງປະຊຸມຄັ້ງນີ້ດຳເນີນທາງອອນໄລນ໌ຜ່ານລະບົບ Google Meet ແລະ ດຳເນີນເປັນພາສາລາວ, ເຊິ່ງເຂົ້າຮ່ວມໂດຍ ຕາງໜ້າຈາກອົງກອນສະມາຊິກຫຼັກຂອງ LIWG.

ຜ່ານເວທີສົນທະນາແລກປ່ຽນບົດຮຽນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ແນວຄວາມຄິດກ່ຽວກັບການຄຸ້ມຄອງປ່າໄມ້ບ້ານແບບມີສ່ວນຮ່ວມຂອງຊຸມຊົນ ແລະ ຂັ້ນຕອນກ່ຽວກັບການວາງແຜນການນຳໃຊ້ທີ່ດິນ ແລະ ທີ່ດິນປ່າໄມ້ແບບມີສ່ວນຮ່ວມ, ການກຳນົດ ແລະ ການໝາຍຂອບເຂດປ່າໄມ້ແຈ່ລະປະເພດ, ການຂຽນແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ, ການປະຕິບັດແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ, ແລະ ການກວດກາຕິດຕາມ ການປະຕິບັດແຜນຄຸ້ມຄອງປ່າໄມ້ຂັ້ນບ້ານ. ນອກຈາກນີ້, ຍັງມີການແລກປ່ຽນຄຳເຫັນ ແລະ ຄໍາຖາມຈາກບັນດາຜູ້ເຂົ້າຮ່ວມ ເຊິ່ງເຮັດໃຫ້ການແລກປ່ຽນຄັ້ງນີ້ເຕັມໄປດ້ວຍຂໍ້ມູນ ແລະ ແນວທາງທີ່ເປັນປະໂຫຍດແກ່ຜູ້ທີ່ກຳລັງດຳເນີນກິດຈະກຳໂຄງການໃນພື້ນທີ່ອື່ນໆ.

ເວທີສົນທະນາແລກປ່ຽນບົດຮຽນຜ່ານທາງອອນລາຍຄັ້ງນີ້ ເປັນຄັ້ງທຳອິດທີ່ LIWG ຈັດຂື້ນເພື່ອແນໃສ່ການເຂົ້າແລກປ່ຽນບົດຮຽນ, ຜົນສຳເລັດ, ປະສົບການ ແລະ ຄວາມທ້າທາຍໃນການດຳເນີນກິດຈະກຳໂຄງການ ລະຫວ່າງອົງກອນສະມາຊິກພາຍໃນເຄືອຂ່າຍ ແລະ ຍັງເປັນການເຂົ້າເຖິງຂໍ້ມູນ ແລະ ໃນການປະຕິບັດງານໃນຂັ້ນທ້ອງຖິ່ນ. ເຊິ່ງກິດຈະກຳນີ້ຄາດວ່າຈະກຳນົດໃຫ້ເກີດເວທີສົນທະນາແລກປ່ຽນບົດຮຽນລະຫວ່າງສະມາຊິກ ປະຈຳທຸກໆເດືອນ. ຕິດຕາມພວກເຮົາເພີ່ມເຕີມສຳລັບກິດຈະກຳຄັ້ງຕໍ່ໄປ!