
ຫຼັງຈາກທີ່ໂຄງການໄດ້ສຳເລັດການຈັດຕັ້ງປະຕິບັດ ການປູກຈິດສຳນຶກ ແລະ ເຜີຍແຜ່ກົດໝາຍທີ່ດິນຂັ້ນບ້ານໃນໄລຍະໜຶ່ງໄປແລ້ວ, ໂຄງການໄດ້ມີແຜນສ້າງກໍລະນີສຶກສາ ໂດຍການມອບໃຫ້ທີ່ປຶກສາທີ່ຊຽວຊານລົງໄປການເກັບກຳຂໍ້ມູນນຳປະຊາຊົນໃນຂັ້ນຮາກຖານແຕ່ລະບ້ານ.
ໃນວັນທີ 28 ຫາ 29 ສິງຫາ 2025, ທີມງານທີ່ປຶກສາ ແລະ ສະມາຊິກຄະນະກຳມະການກວດກາ (IMC), ພະນັກງານໂຄງການ, ສະມາຄົມຜູ້ທີ່ຮັບຜິດຊອບພື້ນທີ່ເປົ້າໝາຍໄດ້ຮ່ວມກັນຈັດຕັ້ງປະຕິບັດເກັບກຳຂໍ້ມູນທີ່ 2 ບ້ານເປົ້າໝາຍປະຈຳເມືອງແມດ, ແຂວງ ວຽງຈັນ. ຈຸດປະສົງຂອງການເກັບກຳຂໍ້ມູນຄັ້ງນີ້ເພື່ອເປັນຂໍ້ມູນໃນການສ້າງກໍລະນີສຶກສາເພື່ອເບິ່ງປະສິດຕິຜົນຂອງການຈັດຕັ້ງປະຕິບັດກິດຈະກຳໃນຫຼາຍໄລຍະຜ່ານມາປະຊາຊົນໄດ້ຮັບຂໍ້ມູນທາງດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນຂັ້ນລະດັບໃດ ເພື່ອຈະໃຫ້ເກີດປະໂຫຍດໃນອະນາຄົດໃນເມື່ອພວກເຂົາ ພົບກັບຄວາມຂັດແຍ່ງ, ການຮັບຮູ້ສິດ ແລະ ພັນທະຕ່າງໆ, ຍິ່ງໄປກວ່ານັ້ນ ຜົນງານໃນໄລຍະຜ່ານມາ ຍັງເປັນຕົວຊີ້ວັດ ແລະ ທິດທາ່ງທີ່ດິນການຈັດຕັ້ງປະຕິບັດໂຄງການໃນໄລຍະຕໍ່ໄປ (Next Phase) ເພື່ອໃຫ້ສອດຄ່ອງກັບບັນຫາ ແລະ ຄວາມຕ້ອງການຂອງຊຸມຊົນຢ່າງແທ້ຈິງ.
ປະຊາຊົນບາງທ່ານກໍໄດ້ສະແດງຄວາມຮູ້ສຶກວ່າ “ຫຼັງຈາກໄດ້ເຂົ້າຮ່ວມຝຶກອົບຮົມກັບໂຄງການ ສິ່ງທີ່ຊັດເຈນຂຶ້ນຕື່ມຄືຮັບຮູ້ສິດຂອງແມ່ຍິງເຮົາ ກໍສາມາດມີຊື່ໃນໃບຕາດິນເຊັ່ນກັນ ແລະ ຈະຜົນດີໃນໄລຍະຍາວແກ່ແມ່ຍິງທຸກຄົນໃນບ້ານ ຈະໄດ້ມີສິດອອກສຽງໃນວຽກວິຊາການຕ່າງໆ”


