Customary land tenure: What does it mean by laws?

5789

ໂດຍ: LIWG admin

ທີ່ດິນແມ່ນ ຊັບພະຍາກອນອັນລໍ້າຄ່າ ແລະ ທຶນຮອນອັນມະຫາສານຂອງຊາດ ທີ່ເປັນບ່ອນດໍາລົງຊີວິດ ແລະ ທໍາມາຫາກິນຂອງພົນລະເມືອງລາວ, ເປັນພາຫະນະອັນສໍາຄັນ ແລະ ປັດໄຈຕົ້ນຕໍຂອງການຜະລິດ, ການພັດທະນາເສດຖະກິດ -ສັງຄົມ ແລະ ການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ.

ຍ້ອນສະພາບການຂອງການດໍາລົງຊີວິດ ຂອງປະຊາຊົນລາວ ຍັງອາໄສແບບກະແຈກກະຈາຍ ຕາມພື້ນທີ່ທົ່ງພຽງ ແລະ ພູພຽງ  ຊຶ່ງເປັນເຂດຊົນນະບົດ ມີຂໍ້ຈໍາກັດໃນການເຂົ້າເຖິງການບໍລິການທາງສາທາລະນະ ລວມທັງການບໍລິການທາງດ້ານກົດໝາຍ ແລະ ເພິ່ງພາອາໃສທໍາມະຊາດເປັນຫຼັກໃນການລ້ຽງຊີບ. ສະນັ້ນ ການປະກອບອາຊີບທີ່ເປັນພື້ນຖານໃຫ້ແກ່ການສ້າງສາເສດຖະກິດຄອບຄົວ ຂອງປະຊາຊົນລາວສ່ວນຫລາຍ ເປັນຊາວກະສິກອນ ແລະ ໄດ້ອາໄສທີ່ດິນປະເພດຕ່າງໆ ເພື່ອທໍາການຜະລິດກະສິກໍາ, ໜຶ່ງໃນປະເພດດິນທໍາການຜະລິດເຫຼົ່ານັ້ນ ແມ່ນປະຊາຊົນລາວ ໄດ້ຮັບການຕົກທອດກໍາມະສິດມາຈາກ ພໍ່ແມ່, ປູ່ຍ່າ ຕາຍາຍ ແຕ່ສ່ວນໃຫຍ່ແມ່ນບໍ່ມີເອກະສານຢັ້ງຢືນກໍາມະສິດທີ່ດິນ ຢ່າງຖືກຕ້ອງຕາມກົດໝາຍ ຈຶ່ງຖືວ່າ ເປັນການຄອບຄອງ ແລະ ນໍາໃຊ້ທີ່ດິນຕາມປະເພນີ ຢູ່ ເຊິ່ງໃນປັດຈຸບັນຈຶ່ງມັກ ເກີດມີຂໍ້ຂັດແຍ້ງກ່ຽວ ກັບບັນຫາເຫຼົ່ານີ້ເປັນຈໍານວນຫຼາຍ.

ທົ່ງນາຂອງປະຊາຊົນຢູ່ຕາມຮ່ອມພູ, ເມືອງຫົວເມືອງ, ແຂວງຫົວພັນ © LIWG

ໃນ ບົດແນະນໍາຕາມຄວາມສະໝັກໃຈກ່ຽວກັບ ການບໍລິຫານສິດຄອບຄອງນໍາໃຊ້ຢ່າງມີຄວາມຮັບຜິດຊອບ ໃນເລ່ືອງທີ່ດິນ, ການປະມົງ ແລະ ປ່າໄມ້ ໃນເງື່ອນໄຂຄວາມໝັ້ນຄົງດ້ານສະບຽງອາຫານ ຂອງອົງການ FAO ໄດ້ສະເໜີວ່າ ປະຊາຊົນ, ຊຸມຊົນ ແລະ ພາກສ່ວນອື່ນໆເຂົ້າເຖິງທີ່ດິນ, ການປະມົງ ແລະ ປ່າໄມ້ ດ້ວຍຮູບການທີ່ຖືກກໍານົດ ແລະ ຄຸ້ມຄອງໂດຍສັງຄົມ ໂດຍຜ່ານລະບົບສິດຄອບຄອງນໍາໃຊ້. ລະບົບສິດຄອບຄອງນໍາໃຊ້ເຫຼົ່ານີ້ ກໍານົດວ່າ ຜູ້ໃດສາມາດນໍາໃຊ້ຊັບພະຍາກອນປະເພດໃດ, ເປັນເວລາດົນປານໃດ ແລະ ພາຍໃຕ້ເງື່ອນໄຂອັນໃດ ເຊິ່ງອາດຈະອີງໃສ່ບັນດານະໂຍບາຍ ແລະ ກົດໝາຍທີ່ເປັນລາຍລັກອັກສອນ, ການປະຕິບັດຕາມປະເພນີ ຫຼື ວິທີປະຕິບັດທີ່ບໍ່ເປັນລາຍລັກອັກສອນ.

ແຕ່ເຖິງຢ່າງກໍ່ດີ ລັດໄດ້ຮັບຮູ້ ສິດນໍາໃຊ້ທີ່ດິນຕາມປະເພນີຂອງບຸກຄົນ ຕາມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ (2019) ໂດຍກໍານົດໄວ້ໃນ ມາດຕາ 130 ການໄດ້ສິດນໍາໃຊ້ທີ່ດິນຕາມປະເພນີແມ່ນ

ການໄດ້ສິດນໍາໃຊ້ທີ່ດິນຈາກການຄອບຄອງ ແລະ ນໍາໃຊ້ທີ່ດິນຂອງພົນລະເມືອງລາວ ດ້ວຍການບຸກເບີກ, ພັດ ທະນາ, ປົກປັກຮັກສາ ແລະ ນໍາໃຊ້ທີ່ດິນ ເປັນປົກກະຕິ ເປັນເວລາຫຼາຍກວ່າ ຊາວປີກ່ອນ ກົດໝາຍສະບັບນີ້ມີຜົນສັກສິດ ໂດຍບໍ່ມີເອກະສານໃດໆຢັ້ງຢືນການໄດ້ມາຂອງທີ່ດິນ ແຕ່ມີການຢັ້ງຢືນຈາກອົງການປົກຄອງບ້ານ ແລະ ເຈົ້າຂອງສິດນໍາໃຊ້ທີ່ດິນຂ້າງຄຽງ ກ່ຽວກັບການເຂົ້າຄອບຄອງ ແລະ ນໍາໃຊ້ທີ່ດິນນັ້ນຢ່າງຕໍ່ເນື່ອງ ໂດຍບໍ່ມີຂໍ້ຂັດແຍ່ງ ຫຼື ມີຂໍ້ຂັດແຍ່ງ ແຕ່ຂໍ້ຂັດແຍ່ງດັ່ງກ່າວໄດ້ຮັບການແກ້ໄຂແລ້ວ.

ໃນໄລຍະຍັງບໍ່ທັນໄດ້ຂຶ້ນທະບຽນອອກໃບຕາດິນໃຫ້ບຸກຄົນເທື່ອນັ້ນ ລັດຮັບຮູ້ ແລະ ປົກປ້ອງສິດນຳໃຊ້ທີ່ດິນຕາມປະເພນີຂອງຜູ້ກ່ຽວ ແລະ ດໍາເນີນການຂຶ້ນທະບຽນອອກໃບຕາດິນໃຫ້ຕາມກົດໝາຍ.

ນອກຈາກ ການຮັບຮູ້ສິດທີ່ດິນຕາມປະເພນີ ທີ່ລະບຸໄວ້ໃນກົດໝາຍທີ່ດິນສະບັບປັບປຸງແລ້ວ ໃນ ດໍາລັດ ວ່າດ້ວຍວຽກງານຊົນເຜົ່າ ກໍ່ໄດ້ເວົ້າເຖິງ ນະໂຍບາຍດ້ານການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຕໍ່ຊົນເຜົ່າໃນລາວ  ເຊິ່ງລະບຸໄວ້ໃນ ມາດຕາ 15 ນະໂຍບາຍດ້ານການປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ໂດຍສະເພາະ ຂໍ້ສອງ ຂອງມາດຕານີ້ໄດ້ກໍານົດວ່າ

ຈັດສັນການນໍາໃຊ້ທີ່ດິນ ໂດຍໃຫ້ປະຊາຊົນເຜົ່າຕ່າງໆມີສ່ວນຮ່ວມ ເພື່ອປົກປັກຮັກສາ, ນໍາໃຊ້ເຂົ້າໃນການຜະລິດ ແລະ ດໍາລົງຊີວິດ ຕາມກົດໝາຍ ແລະ ລະບຽບການ

ລະດູການເກັບກ່ຽວເຂົ້າຂອງປະຊາຊົນໃນບ້ານນາໄລ່ໂຄກ, ເມືອງອາດສະພັງທອງ, ແຂວງສະຫວັນນະເຂດ © LIWG

ນອກຈາກນີ້ແລ້ວ ພາກລັດ ກໍ່ຍັງໄດ້ສືບຕໍ່ ແລະ ປັບປຸງບັນດານິຕິກໍາທີ່ສໍາຄັນອື່ນໆທີ່ກ່ຽວຂ້ອງກັບແຕ່ລະວຽກງານອີກເປັນຈໍານວນຫຼາຍເຊັ່ນ: ການປັບປຸງລັດຖະທໍາມະນູນແຫ່ງ ສປປລາວ ໃນປີ 2015 ແລະ ກົດໝາຍທີ່ກ່ຽວຂ້ອງກັບຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ອີກຈໍານວນຫຼາຍກົດໝາຍ ພ້ອມດ້ວຍ ນະຕິກໍາລຸ່ມກົດໝາຍທີ່ໄດ້ຜັນຂະຫຍາຍ ແລະ ກໍານົດກ່ຽວກັບຊັບພະຍາກອນທໍາມະຊາດເປັນອັນລະອຽດອີກ.

ເຖິງແມ່ນວ່າໃນພາກຂອງກົດໝາຍ ແລະ ເອກະສານຕ່າງໆໄດ້ກໍານົດໄວ້ກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນຕາມປະເພນີ ກໍ່ຕາມ ແຕ່ການປະຕິບັດ ແລະ ນໍາໃຊ້ກົດໝາຍ ແມ່ນຍັງເປັນເລື່ອງທີ່ມີຄວາມທ້າທາຍ ແລະ ປະຊາຊົນໃນຫຼາຍພື້ນທີ່ແມ່ນຍັງບໍ່ທັນເຂົ້າເຖິງຂໍ້ມູນດັ່ງກ່າວ.  

ສະນັ້ນ ເພື່ອເປັນສ່ວນໜຶ່ງໃນການເຜີຍແຜ່ ຂໍ້ມູນທີ່ສໍາຄັນນີ້ໃນຊຸມຊົນຕ່າງໆ ພວກເຮົາ ກໍ່ໄດ້ມີການນໍາສະເໜີ ຂໍ້ມູນທາງກົດໝາຍກ່ຽວກັບ ການໄດ້ສິດນໍາໃຊ້ທີ່ດິນຕາມປະເພນີ ໄວ້ໃນປະຕິທິນກົດໝາຍສະບັບປະຈໍາປີ 2021 ໂດຍມີຈຸດປະສົງ ໃນການເຜີຍແຜ່ຂໍ້ມູນທີ່ສໍາຄັນນີ້ໃຫ້ໄປເຖິງຊຸມຊົນ ເພື່ອໃຫ້ເຂົາເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ສິດການນໍາໃຊ້ທີ່ດິນຕາມປະເພນີຂອງເຂົາເຈົ້າຕາມກົດໝາຍ  ໂດຍສະເພາະ ເພື່ອເປັນກະຕຸ້ນໃຫ້ປະຊາຊົນທີ່ອາໄສຢູ່ເຂດຊົນນະບົດ ທີ່ຍັງບໍ່ທັນມີໂຄງການອອກໃບຕາດິນໄດ້ເຫັນເຖິງຄວາມສຳຄັນຂອງການນຳໃຊ້ທີ່ດິນຕາມປະເພນີ ແລະ ສືບຕໍ່ນຳໃຊ້ສິດດັ່ງກ່າວໂດຍການປະຕິບັດສິດ ແລະ ພັນທະຕາມກົດໝາຍຢ່າງເປັນປົກກະຕິ ເພື່ອຮັບປະກັນສິດເປັນເຈົ້າຂອງຕອນດິນໃນອະນາຄົດເມື່ອມີເງື່ອນໄຂຄົບຖ້ວນຕາມກົດໝາຍ. ພ້ອມນັ້ນພວກເຮົາກໍ່ຍັງໄດ້ພັດທະນາວິດີໂອກ່ຽວກັບ ການເວນຄືນ ຫຼື ການເຫັນດີເຫັນພ້ອມໃນການໂອນສິດນໍາໃຊ້ທີ່ດິນ  ເພື່ອເປັນອີກສື່ໜຶ່ງໃນການສົ່ງເສີມໃຫ້ເກີດມີການຮັບຮູ້ ແລະ ເຂົ້າໃຈກ່ຽວກັບຫຼັກການດັ່ງກ່າວ.

ນອກຈາກ ສື່ປະຕິທິນກົດໝາຍແລ້ວ ໂຄງການໄລຟ໌ (ໂຄງການສົ່ງເສີມການຮຽນຮູ້ກ່ຽວກັບທີ່ດິນ) ເຊິ່ງເປັນໂຄງການລິເລີ່ມຂອງ ກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ເປັນໂຄງການສະໜອງການສ້າງຄວາມອາດສາມາດ ທາງດ້ານກົດໝາຍ ທີ່ຕິດພັນກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ກໍ່ໄດ້ມີການພັດທະນາຄູ່ມື ສິດນໍາໃຊ້ທີ່ດິນ ແລະ ການແກ້ໄຂຂໍ້ຂັດແຍ້ງກ່ຽວກັບການນໍາໃຊ້ທີ່ດິນຕາມປະເພນີຂື້ນ ເພື່ອແນໃສ່ເສີມສ້າງຄວາມສາມາດ, ທັດສະທີ່ສໍາຄັນໃຫ້ແກ່ພະນັກງານລັດ, ອົງການຈັດຕັ້ງທາງສັງຄົມ ແລະ ຊຸມຊົນ ຕໍ່ກັບປະເດັນດັ່ງກ່າວ.

ຕໍ່ກັບການຮັບຮູ້ສິດຄອບຄອງທີ່ດິນ ແລະ ຊັບພະຍາກອນທໍາມະຊາດຕາມປະເພນີນີ້ ບໍ່ພຽງແຕ່ມີການຮັບຮູ້ໃນຂັ້ນປະເທດເທົ່ານັ້ນ ແຕ່ໃນສາກົນ ກໍ່ໄດ້ມີ ຖະແຫຼງການ ສະຫະປະຊາຊາດ ວ່າດ້ວຍ ສິດທິຂອງຄົນພື້ນເມືອງ (UNDRIP) ທີ່ໄດ້ລະບຸໃຈຄວາມທີ່ສໍາຄັນວ່າ:

ຊົນເຜົ່າພື້ນເມືອງ ມີສິດໃນການຕັດສິນໃຈ ແລະ ພັດທະນາລໍາດັບຄວາມສໍາຄັນ ແລະ ຍຸດທະສາດສໍາລັບການພັດທະນາ ຫຼື ການໃຊ້ທີ່ດິນ, ເຂດແດນ ແລະ ຊັບພະຍາກອນທໍາມະຊາດອື່ນໆ ທີ່ພວກເຂົາຄອງຄອງທີ່ດິນ ແລະ ນໍາໃຊ້ຕາມປະເພນີມາກ່ອນ ເຊິ່ງລັດຈະຕ້ອງຮັບຮູ້ ແລະ ຄຸ້ມຄອງ ຕາມກົດໝາຍ ແລະ ຈະຕ້ອງມີການປຶກສາຫາ ລື ຢ່າງຈິງໃຈກັບເຈົ້າຂອງທີ່ດິນ ໂດຍ ຜ່ານການ ຍິມຍອມ ຮັບຮູ້ຂໍ້ມູນລ່ວງໜ້າ ແລະ ດ້ວຍສະໝັກໃຈ (FPIC) ໂດຍສະເພາະທີ່ກ່ຽວຂ້ອງກັບໂຄງການລົງທຶນພັດທະນາ, ການນໍາໃຊ້ທີ່ດິນ ຫຼື ການສໍາຫຼວດບໍ່ແຮ່, ນໍ້າ ຫຼື ຊັບພະຍາກອນທໍາມະຊາດອື່ນໆ (ມາດຕາ 32).

ການເພີ່ມຄວາມໝັ້ນຄົງດ້ານສິດຄອບຄອງນໍາໃຊ້ທີ່ດິນຢູ່ເຂດຊົນນະບົດ ຢ່າງມີຍຸດທະສາດທີ່ຫຼາກຫຼາຍ, ສົ່ງເສີມການຂະຫຍາຍການຂື້ນທະບຽນທີ່ດິນແບບເປັນທາງການ ພ້ອມກັບການຮັບຮູ້ລະບົບບການຄອບຄອງທີ່ດິນທີ່ບໍ່ເປັນທາງການ, ຕາມປະເພນີ ຫຼື ທີ່ໄດ້ປະຕິບັດບາງສ່ວນນັ້ນ ຈະເປັນໜຶ່ງໃນແນວທາງທີ່ຈະສາມາດເພີ່ມຄວາມໝັ້ນຄົງທາງດ້ານສະບຽງອາຫານໃນປະເທດໄດ້ ດ້ວຍການຄໍ້າປະກັນສິດຄອບຄອງນໍາໃຊ້ທີ່ດິນ ໂດຍສະເພາະໂອກາດໃນການບັນລຸເປົ້າໝາຍຄວາມໝັ້ນຄົງທາງດ້ານສະບຽງອາຫານ ສໍາລັບຜູ້ທຸກຍາກໃນເຂດຊົນນະບົດຂອງປະເທດ.


ເອກະສານອ້າງອິງ:

  • ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ) ສະບັບເລກທີ 70/ສພຊ, ລົງວັນທີ 21 ມິຖຸນາ 2019: https://bit.ly/3mKIPSw
  • ດໍາລັດ ວ່າດ້ວຍວຽກງານຊົນເຜົ່າ  ສະບັບເລກທີ 207/ລບ ລົງວັນທີ 20 ມີນາ 2020: https://bit.ly/39D49VF
  • ປຶ້ມຄູ່ມື ສິດຂອງປະຊາຊົນລາວໃນການນໍາໃຊ້ທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ຕາມປະເພນີ ແລະ ການແກ້ໄຂຂໍ້ຂັດແຍ້ງ (ເຫຼັ້ມ II), ພັດທະນາໂດຍ ໂຄງການ LIFE ແລະ ບໍລິສັດ ກົດໝາຍ ແລະ ການພັດທະນາ ການຮ່ວມມື (LDP)
  • ຖະແຫຼງການ ສະຫະປະຊາຊາດ ວ່າດ້ວຍ ສິດທິຂອງຄົນພື້ນເມືອງ UNDRIP: https://bit.ly/3trp7Pk
  • ບົດແນະນໍາຕາມຄວາມສະໝັກໃຈກ່ຽວກັບ ການບໍລິຫານສິດຄອບຄອງນໍາໃຊ້ຢ່າງມີຄວາມຮັບຜິດຊອບ (VGGT): https://bit.ly/3rp5gyv