ກອງປະຊຸມຮຽນຮູ້ແບບມີສ່ວນຮ່ວມ ແລະ ການແລກປ່ຽນບົດຮຽນລະຫວ່າງອົງການຈັດຕັ້ງທາງສັງຄົມ ແລະ ພາກລັດ ກ່ຽວກັບການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍ LIWG

    1285
    When:
    29/11/2019 @ 8:00 AM – 4:00 PM
    2019-11-29T08:00:00+07:00
    2019-11-29T16:00:00+07:00
    Where:
    Vientiane, Laos
    Contact:
    Land Information Working Group
    +856 30 981 5657

    • ຈຸດປະສົງຂອງການຈັດກອງປະຊຸມ: ເພື່ອສ້າງໂອກາດໃຫ້ພະນັກງານລາວຈາກ CSOs ແລະ iNGOs ມີພື້ນທີ່ ສຳລັບການຮຽນຮູ້ແບບມີສ່ວນຮ່ວມ ແລະ ແລກປ່ຽນບົດຮຽນເຊິ່ງກັນ ກັບ ພະນັກງານພາກລັດ ທີ່ເຮັດວຽກກ່ຽວກັບຂະແໜງການທີ່ກ່ຽວຂ້ອງ ແລະ ເພື່ອທັງຊ່ວຍໃນການປັບປຸງການສື່ສານ, ການສ້າງເຄືອຂ່າຍ ແລະ ການຮ່ວມມື ໃຫ້ຜົນໄດ້ຮັບໃນການເຮັດວຽກມີປະສິດຕິພາບດີຂື້ນ. ເຊິ່ງໃນນັ້ນ ຈະມີການ ແລກປ່ຽນ ແລະ ແບ່ງປັນບົດຮຽນ ກ່ຽວກັບທີ່ດິນ, ປ່າໄມ້ ແລະ ຊັບພະຍາ ກອນທຳມະຊາດ ແລະ ສຳຫຼວດການເຊື່ອມໂຍງລະຫວ່າງບັນຫາທີ່ດິນ ແລະ ຂົງເຂດວຽກງານອື່ນໆເຊັ່ນ: ເພດສະພາບ, ການເຂົ້າເຖິງຄວາມຍຸຕິທຳ ແລະ ອື່ນໆ. ນອກນັ້ນ ກໍ່ຈະມີການແນະນຳກ່ຽວກັບປະຕິທິນດ້ານກົດໝາຍສະບັບປີ 2020 ດ້ວຍ.
    • ເວລາການຈັດກອງປະຊຸມ: ກອງປະຊຸມຈະຈັດຂື້ນ ແຕ່ເວລາ 8:00 – 16:30 ຂອງວັນທີ 29 ພະຈິກ 2019
    • ສະຖານທີ່ຂອງການຈັດກອງປະຊຸມ: ນະຄອນຫຼວງວຽງຈັນ, ປະເທດລາວ
    • ຜູ້ເຂົ້າຮ່ວມ: ພະນັກງານພາກລັດ ແລະ ພະນັກງານຈາກອົງການຈັດຕັ້ງທາງດ້ານສັງຄົມ (ທັງ NPAs ແລະ INGOs ທີ່ເປັນເຄືອຂ່າຍກັບ LIWG)

    ສອບຖາມຂໍ້ມູນເພີ່ມເຕີມ: 

    ໂທ: +856 30 981 5657

    ອີເມລ: asc@laolandinfo.org