ການປົກປັກຮັກສາ ແລະ ນໍາໃຊ້ເຄື່ອງປ່າຂອງດົງໃຫ້ຍືນຍົງ: ປະຕິທິນກົດໝາຍເດືອນ ກັນຍາ – ຕຸລາ 2021

2140

ໂດຍ LIWG

ຫົວຂໍ້ ປະຕິທິນປະຈໍາເດືອນ ກັນຍາ – ຕຸລາ 2021 “ການປົກປັກຮັກສາ ແລະ ນໍາໃຊ້ເຄື່ອງປ່າຂອງດົງໃຫ້ຍືນຍົງ”  ແມ່ນ ນໍາສະເໜີ ເພື່ອເປັນການສຶກສາ ແລະ ທຳຄວາມເຂົ້າໃຈ ກ່ຽວກັບວິທີການມີສ່ວນຮ່ວມຂອງຊາວບ້ານໃນການຕັດສິນບັນຫາຢ່າງເຕັມສ່ວນ ໂດຍສະເພາະແມ່ນການແບ່ງເຂດນຳໃຊ້ທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ-ປ່າໄມ້ ແລະ ເຄື່ອງປ່າຂອງດົງ.

ນອກຈາກນີ້ ແມ່ນໄດ້ເນັ້ນໃຫ້ເຫັນເຖິງຄວາມສໍາຄັນໃນການເອົາໃຈໃສ່ ໃຫ້ມີການເຂົ້າຮ່ວມຂອງທັງເພດຍິງ ແລະ ຊາຍໃນທຸກຂັ້ນຕອນຂອງຂະບວນການ ໂດຍສະເພາະ ແມ່ນຂັ້ນຕອນການພິຈາລະນາກ່ຽວກັບການກຳນົດ ວິທີການນຳໃຊ້ ແລະ ສິດນຳໃຊ້ທີ່ດິນກະສິກຳ ແລະ ປ່າໄມ້ ແລະ ເຄື່ອງປ່າຂອງດົງ ວ່າເຂົາເຈົ້າຈະໄດ້ຮັບຜົນປະໂຫຍດຫຍັງ ໃນການເຂົ້າຮ່ວມກິດຈະກຳ ເພື່ອເປັນການຄ້ຳປະກັນວ່າ ການນຳໃຊ້ຊັບພະຍາກອນທຳມະຊາດຢູ່ໃນບ້ານມີຂອບເຂດເໝາະສົມສຳ ລັບການດຳລົງຊີວິດທີ່ໝັ້ນຄົງຂອງປະຊາກອນທີ່ຈະເພີ່ມຂຶ້ນໃນອະນາຄົດ (ຕາມທີ່ໄດ້ສະແດງໃຫ້ເຫັນພາບຊັດເຈນເຖິງ ການມີສ່ວນຮ່ວມຂອງປະຊາຊົນໃນການຄຸ້ມຄອງປ່າສະຫງວນ ແລະ ການນຳໃຊ້ຊັບພະຍາກອນທໍາມະຊາດໃນບ້ານ)

ສໍາລັບເນື້ອໃນຂອງ ຫົວຂໍ້ນີ້ ແມ່ນໄດ້ອິງໃສ່ ບັນດາມາດຕາທີ່ກ່ຽວຂ້ອງ ຂອງກົດໝາຍວ່າດ້ວຍປ່າໄມ້ (ສະບັບປັບປຸງ), ເລກທີ 64/ສພຊ, ລົງວັນທີ13 ມິຖຸນາ 2019 ແລະ ລະບຽບການຄຸ້ມຄອງໄມ້ ແລະ ເຄື່ອງປ່າຂອງດົງ, ເລກທີ 0221/ກປ, ລົງວັນທີ 13 ຕຸລາ 2000 (ເບິ່ງລາຍລະອຽດຕາມຮູບພາບ).


ເອກະສານອ້າງອີງ: