ປະຕິທິນກົດໝາຍປະຈໍາເດືອນ ມັງກອນ – ກຸມພາ 2020: ໜ່ວຍງານທີ່ໃຫ້ຊ່ວຍເຫຼືອທາງດ້ານກົດໝາຍ, ການເຂົ້າເຖິງຜູ້ປົກປ້ອງທາງກົດໝາຍ ແລະ ການແກ້ໄຂຂໍ້ຂັດແຍ້ງ

3231

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ຕະຫຼອດໄລຍະຜ່ານມາ ຂ່າວສານຕ່າງໆກໍ່ໄດ້ນໍາເໜີກ່ຽວກັບ ຂໍ້ຂັດແຍ່ງກ່ຽວກັບທີ່ດິນ ທີ່ເກີດຂື້ນໂດຍສະເພາະໃນຂັ້ນທ້ອງຖິ່ນ. ເມື່ອມີບັນຫາຂໍ້ຂັດແຍ້ງເກີດຂື້ນ ການແກ້ໄຂເຫັນມາມີຄວາມສັບສົນ ແລະ ຊັບຊ້ອນ ແລະ ມີຫຼາຍຄັ້ງທີ່ການແກ້ໄຂແມ່ນບໍ່ມີຄວາມຊັດເຈນ ໂດຍສະເພາະໃນຮູບແບບຂອງເອກະສານ ແລະ ການຮັບຮູ້ກ່ຽວກັບຂັ້ນຕອນຂອງການແກ້ໄຂບັນຫານັ້ນເອງ. ເພື່ອເປັນການນໍາສະເໜີວ່າ ເມື່ອເກີດບັນຫາຂໍ້ຂັດແຍ້ງທາງດ້ານທີ່ດິນ (ແລະ ອື່ນໆ) ແລ້ວໃນຂັ້ນບ້ານ ແມ່ນສາມາດແກ້ໄຂບັນຫາໄດ້ຄືແນວໃດແດ່ ແລະ ຫາກຕ້ອງການເຂົ້າເຖິງຜູ້ປົກປ້ອງທາງກົດໝາຍເດຄວນຈະເຮັດແນວໃດ.

ສະນັ້ນເພື່ອເປັນການໃຫ້ຄວາມຮູ້ ແລະ ນໍາສະເໜີແນະຊ່ອງທາງແກ້ໄຂຂໍ້ຂັດແຍ້ງ ແກ່ປະຊາຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ໃນປະຕິທິນກົດໝາຍ ປະຈໍາເດືອນ ມັງກອນ – ກຸມພາ 2020 ຈຶ່ງມີການນໍາສະເໜີຫົວຂໍ້ກ່ຽວກັບ “ໜ່ວຍງານທີ່ໃຫ້ຊ່ວຍເຫຼືອທາງດ້ານກົດໝາຍ, ການເຂົ້າເຖິງຜູ້ປົກປ້ອງທາງກົດໝາຍ ແລະ ການແກ້ໄຂຂໍ້ຂັດແຍ້ງ.”

ໃນນັ້ນຫົວຂໍ້ດັ່ງກ່າວ ແມ່ນໄດ້ອີງໃສ່ ເອກະສານອ້າງອີງທາງກົດໝາຍ 2 ສະບັບຄື: 

  • ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານສະບັບເລກທີ 404/ກຍ ລົງວັນທີ 28 ສິງຫາ 2016 ໂດຍນໍາສະເໜີມາດຕາ 23 ການແກ້ໄຂຂໍ້ຂັດແຍ້ງ
  • ດໍາລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 77/ລບ,​ລົງວັນທີ 28 ກຸມພາ 2008 ໂດຍນໍາສະເໜີ ມາດຕາ 15 ການຈັດຕັ້ງໃຫ້ການຊ່ວຍເຫຼືອ ແລະ ມາດຕາ 16 ບຸກຄົນໃຫ້ການຊ່ວຍເຫຼືອທາງດ້ານກົດໝາຍ

ເຊິ່ງມີລາຍລະອຽດດັ່ງຮູບພາບລຸ່ມນີ້:

ຮູບພາບປະຕິທິນກົດໝາຍໜ້າທໍາອິດປະຈໍາເດືອນ ມັງກອນ – ກຸມພາ 2020

___________________________________________________________________
ສາມາດດາວໂລດ ບາງເອກະສານອ້າງອີງດັ່ງກ່າວ ໄດ້ຂ້າງລຸ່ມນີ້:
1. ດໍາລັດວ່າດ້ວຍ ການຊ່ວຍເຫຼືອທາງດ້ານກົດໝາຍ ສະບັບເລກທີ 77/ລບ,​ລົງວັນທີ 28 ກຸມພາ 2018