ປະຕິທິນກົດໝາຍປະຈໍາເດືອນ ພຶດສະພາ-ມິຖຸນາ 2020: ການຮັບປະກັນສິດຂອງແມ່ຍິງໃນການອອກໃບຕາດິນ ແລະ ການປ້ອງກັນການອອກໃບຕາດິນຊ້ຳຊ້ອນ

3422

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ໃນຫຼາຍປະເທດໃນໂລກ ສິດທິດ້ານທີ່ດິນ ແລະ ຊັບສິນ ແມ່ນຍັງຖືກຈໍາກັດ ໂດຍມາດຕະຖານທາງສັງຄົມ, ຮີດຄອງປະເພນີ ແລະ ນິຕິກໍາ ເຊິ່ງໄດ້ເປັນອຸປະສັກຕໍ່ສະຖານະພາບທາງດ້ານເສດຖະກິດ ແລະ ການເຂົ້າເຖິງໂອກາດຂອງພວກເຂົາ ເພື່ອໃຫ້ຫຼຸດພົ້ນຈາກຄວາມທຸກຍາກ. ເຖິງແມ່ນວ່າໃນບັນດາປະເທດທີ່ແມ່ຍິງທີ່ເປັນຊາວກະສິກອນກວມເອົາຫຼາຍເປີເຊັນ ຫຼື ເຮັດວຽກດ້ານກະສິກໍາຫຼາຍກວ່າ 75% ແຕ່ສິດທິພື້ນຖານຂອງພວກເຂົາຕໍ່ກັບການຄອບຄອງທີ່ດິນ ແລະ ການຜະລິດ ເພື່ອລ້ຽງດູຄອບຄົວພັດຖືກຈໍາກັດ.  

ສະນັ້ນ ການມີກໍາມະສິດທາງດ້ານທີ່ດິນ ແລະ ຊັບສິນ ແມ່ນຈະຊ່ວຍໃຫ້ແມ່ຍິງມີລາຍໄດ້ ແລະ ມີຄວາມໝັ້ນຄົງ ພ້ອມທັງຍັງຮັບປະກັນຄວາມໝັ້ນຄົງທາງດ້ານອາຫານຂອງຄອບຄົວ ແລະ ຊຸມຊົນດ້ວຍ. ຫາກປາສະຈາກຊັບພະຍາກອນທີ່ມີຄວາມຈໍາເປັນ ໂດຍສະເພາະທີ່ດິນ ແມ່ຍິງກໍ່ຈະຂໍ້ຈໍາກັດໃນການສະແດງຄວາມຄິດເຫັນເພື່ອປະກອບກັບການຕັດສິນໃຈ ພາຍໃນຄອບຄົວ ແລະ ກໍ່ຈະເຮັດໃຫ້ບໍ່ມີທີ່ເພິ່ງ ໃນກໍລະນີທີ່ວິກິດການຫາກເກີດຂື້ນ.

ເພື່ອເປັນສ່ວນໜຶ່ງ ໃນການສື່ສານຂໍ້ມູນ -ໃຫ້ຄວາມຮູ້ ກ່ຽວກັບ ຄວາມສໍາຄັນໃນການຮັບປະກັນສິດຂອງແມ່ຍິງໃນການອອກໃບຕາດິນ ກໍ່ຄືການຮັບປະກັນສິດທິຂອງແມ່ຍິງຕໍ່ກັບທີ່ດິນ ແລະ ການປ້ອງກັນການອອກໃບຕາດິນຊ້ຳຊ້ອນ ພວກເຮົາຈຶ່ງໄດ້ນໍາສະເໜີ ປະເດັນດັ່ງກ່າວໃນປະຕິທິນກົດໝາຍສະບັບເດືອນ ພຶດສະພາ-ມິຖຸນາ 2020  ໃນຫົວຂໍ້ “ການຮັບປະກັນສິດຂອງແມ່ຍິງໃນການອອກໃບຕາດິນ ແລະ ການປ້ອງກັນການອອກໃບຕາດິນຊ້ຳຊ້ອນ”.

ການນໍາສະເໜີຫົວຂໍ້ນີ້ໃນປະຕິທິນກົດໝາຍ ແມ່ນ ອີງໃສ່  ຄຳແນະນຳ ວ່າດ້ວຍການຂຶ້ນທະບຽນທີ່ດິນ ແລະ ອອກໃບຕາດິນ, ເລກທີ 6036/ກຊສ, ລົງວັນທີ 27 ສິງຫາ 2014.

ໃນຫຼັກການຂຶ້ນທະບຽນທີ່ດິນ ແລະ ອອກໃບຕາດິນ (ຂໍ້ 1.4) ໄດ້ກໍານົດກ່ຽວກັບກ່ຽວກັບ ການຮັບະກັນສິດ ແລະ ພັນທະຂອງຜູ້ຄອບຄອງທີ່ດິນ ໂດຍສະເພາະ ການຮັບປະກັນສິດທິສະເໝີພາບຍິງ-ຊາຍ ໃນການໃຊ້ດິນຕາມປະເພນີຂອງປະຊາຊົນບັນດາເຜົ່າ; ພ້ອມທັງການຮັບປະກັນຈັດຕັ້ງປະຕິບັດວຽກງານຂື້ນທະບຽນທີ່ດິນ ແລະ ອອກໃບຕາດິນຢ່າງລວມສຸນ ແລະ ເປັນເອະພາບໃນຂອບເຂດທົ່ວປະເທດ ດ້ວຍ.

ໃນ ຄຳແນະນຳ ວ່າດ້ວຍການຂຶ້ນທະບຽນທີ່ດິນ ແລະ ອອກໃບຕາດິນ, ເລກທີ 6036/ກຊສ ຍັງໄດ້ລະບຸລາຍລະອຽດກ່ຽວກັບ ຂັ້ນຕອນການຂຶ້ນທະບຽນທີ່ດິນ ແລະ ອອກໃບຕາດິນ ແບບເປັນລະບົບ (ຂໍ້ 2.1), ການແຈ້ງໃຫ້ມວນຊົນຮັບຊາບ (ໜ່ວຍງານທີ່ຮັບຜິດຊອບ), ການປະຊາສໍາພັນລວມໝົດບ້ານ, ການປະຊາສໍາພັນບົດບາດຍິງ-ຊາຍ, ການວັດແທກ ແລະ ສອບຖາມສິດ, ການກວດກາ ແລະ ປ້ອນຂໍ້ມູນ ແລະ ປະກາດແຈ້ງການຫາຜູ້ຂັດຄ້ານ ເພື່ອເປັນຂັ້ນຕອນໃນການພິຈາລະນາໃນການຂື້ນທະບຽນທີ່ດິນ ແລະ ອອກໃບຕາດິນ.

ເນື່ອງຈາກໄລຍະຜ່ານມາ ມີບັນຫາທີ່ດິນຊໍ້າຊ້ອນກັນເກີດຂື້ນໃນຫຼາຍພື້ນທີ່ ແລະ ຫຼາຍກໍລະນີ ໃນປະຕິທິນກົດໝາຍປະຈໍາເດືອນ ພຶດສະພາ-ມິຖຸນາ 2020 ນີ້ ກໍ່ໄດ້ນໍາສະເໜີກ່ຽວກັບ ຂໍ້ຫ້າມສຳລັບການຈັດຕັ້ງ ແລະ ພະນັກງານ ຂະແໜງການຄຸ້ມຄອງທີ່ດິນ ແລະ ຂໍ້ຫ້າມສຳລັບບຸກຄົນ ຫຼື ການຈັດຕັ້ງ ເພື່ອປ້ອງກັນບໍ່ໃຫ້ເກີດບັນຫານີ້ເກີດຂື້ນໃນບໍລິເວນວົງກ້ວາງ.


ເອກະສານອ້າງອີງ ‘ຄຳແນະນຳ ວ່າດ້ວຍການຂຶ້ນທະບຽນທີ່ດິນ ແລະ ອອກໃບຕາດິນ, ເລກທີ 6036/ກຊສ, ລົງວັນທີ 27 ສິງຫາ 2014’: https://bit.ly/2LOazVf