ບົດສັງລວມຫຍໍ້ການຫັນທີ່ດິນເປັນທຶນ: ການປະເມີນການຈັດຕັ້ງປະຕິບັດນະໂຍບາຍ ໃນໜຶ່ງທົດສະວັດທີ່ຜ່ານມາ

3775

ໂດຍ: ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ນະໂຍບາຍການຫັນທີ່ດິນເປັນທຶນ (TLIC) ແມ່ນແນໃສ່ຫັນຊັບພະຍາກອນທໍາມະຊາດມາເປັນເງິນ:

  • ສະໜອງທຶນໃຫ້ແກ່ການປັບປຸງພື້ນຖານໂຄ່ງລ່າງ
  • ອໍານວຍໃຫ້ແກ່ການພັດທະນາເສດຖະກິດທ້ອງຖິ່ນ
  • ຫຼຸດຜ່ອນລາຍຈ່າຍຂອງພາກລັດ
  • ເພີ່ມລາຍຮັບໃຫ້ແກ່ລັດຖະບານ

ເຖິງຢ່າງໃດກໍ່ຕາມພາຍຫຼັງ 10 ປີຂອງການຈັດຕັ້ງປະຕິບັດ ນະໂຍບາຍດັ່ງກ່າວ, ຍັງບໍ່ທັນໄດ້ປະຕິບັດໃຫ້ປະກົດຜົນເປັນຈິງ. ການວິເຄາະນະໂຍບາຍຫັນທີ່ດິນເປັນທຶນໃນທາງທິດສະດີ ແລະ ໃນທາງປະຕິບັດໄດ້ສະແດງໃຫ້ເຫັນວ່າການຈັດຕັ້ງປະຕິບັດຜ່ານມາ ແລະ ການຕີຄວາມໝາຍຍັງບໍ່ທັນເປັນເອກະພາບ. ນອກຈາກນັ້ນການປະເມີນຜົນປະຕິບັດ ແລະ ຜົນກະທົບຢູ່ໃນພື້ນທີ່ໄດ້ສະແດງໃຫ້ເຫັນວ່າ ຍັງມີລັກສະນະສະລັບຊັບຊ້ອນອັນເນື່ອງ ຈາກການຂາດຂໍ້ມູນທີ່ຊັດເຈນ. ເຖິງວ່ານະໂຍບາຍຫັນທີ່ດິນເປັນທຶນຍັງຈະຕ້ອງຄົງຢູ່, ມັນຈະຕ້ອງມີການວິເຄາະຢ່າງລະອຽດກ່ຽວກັບນະໂຍບາຍດັ່ງກ່າວ ເພື່ອຊີ້ນໍາວິທີການປະຕິຮູບເພື່ອ ໃຫ້ສາມາດບັນລຸເປົ້າໝາຍ ແລະ ເພື່ອຜົນປະໂຫຍດຂອງພາກລັດ ແລະ ປະຊາຊົນ

ດາວໂຫຼດເອກະສານ: