ຮູ້ກົດໝາຍທີ່ດິນ, ປົກປ້ອງສິດຂອງຕົນ

ພວກເຮົາຊ່ວຍເຫຼືອຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ ເພື່ອໃຫ້ເຂົ້າເຈົ້າສາມາດເຂົ້າເຖິງຂໍ້ມູນຂ່າວສານ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍຢ່າງເປັນຮູບປະທຳ

ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC)  ມີຈຸດປະສົງເພື່ອປັບປຸງການເຂົ້າເຖິງຂໍ້ມູນຂ່າວສານຂອງປະຊາຊົນ ກ່ຽວກັບສິດ ແລະ ພັນທະ ດ້ານຊັບພະຍາກອນທຳມະຊາດ, ໂດຍການປູກຈິດສຳນຶກ ແລະ ເພີ່ມທະວີການບໍລິການໃຫ້ຄຳປຶກສາທາງດ້ານກົດໝາຍ ແກ່ຊຸມຊົນທີ່ທຸກຍາກ ແລະ ບອບບາງ ໃນ ສປປ ລາວ. ການເພີ່ມຄວາມຮູ້, ຄວາມເຂົ້າໃຈທາງດ້ານກົດໝາຍໃຫ້ກັບສະມາຊິກຊຸມຊົນ ແລະ ການຍົກສູງຄວາມສາມາດຂອງອາສາສະໝັກກົດໝາຍຂັ້ນບ້ານ (paralegals) ໃນການໃຫ້ຄຳປຶກສາທາງດ້ານກົດໝາຍ ຈະຊ່ວຍໃຫ້ຊຸມຊົນເຫຼົ່ານີ້ມີຄວາມພ້ອມໃນການຮັບມືກັບສິ່ງທ້າທາຍ ແລະ ຜົນກະທົບຕໍ່ການດຳລົງຊີວິດ ທີ່ເກີດຈາກການຄຸ້ມຄອງ ແລະ ການນຳໃຊ້ທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ຈຸດປະສົງການພັດທະນາ ແມ່ນເພື່ອປັບປຸງການເຂົ້າເຖິງຂໍ້ມູນຂ່າວສານທາງດ້ານກົດໝາຍ ແລະ ການບໍລິການໃຫ້ຄຳປຶກສາສຳລັບ…

ຫົວຂໍ້ຝຶກອົບຮົມ

ບົດຄວາມ

ຄົ້ນພົບວ່າອົງການທີ່ໄດ້ຮັບທຶນຍ່ອຍຂອງໂຄງການ PIASVC ໄດ້ສ້າງຄວາມແຕກຕ່າງຢ່າງປະຈັກຕາ ຜ່ານການລິເລີ່ມກິດຈະກຳການສ້າງຈິດສຳນຶກ ແລະ ການໃຫ້ຄຳປຶກສາທາງດ້ານກົດໝາຍ ກ່ຽວກັບສິດນຳໃຊ້ທີ່ດິນ, ນິຕິກຳ, ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດ ໃນທົ່ວປະເທດລາວ. ທ່ານສາມາດ ອ່ານຄຳຄິດເຫັນຈາກສະມາຊິກຊຸມຊົນ ແລະ ສຶກສາກ່ຽວກັບຜົນງານ ແລະ ຜົນໄດ້ຮັບທີ່ສຳຄັນ ຜ່ານການບັນລຸໄດ້ຂອງໂຄງການດັ່ງກ່າວ.

Latest news

ທົບທວນຄືນການເດີນທາງຮ່ວມກັນ: ກອງປະຊຸມແລກປ່ຽນບົດຮຽນຂອງໂຄງການ PIASVC

ໃນວັນທີ 5 ສິງຫາ 2026, ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ໄດ້ເຕົ້າໂຮມເອົາຕົວແທນຫຼາຍກວ່າ 20 ທ່ານ ຈາກບັນດາອົງການທີ່ໄດ້ຮັບທຶນຍ່ອຍ…

ຮຽນຮູ້ເພີ່ມເຕີ່ມ

ຄັງຂໍ້ມູນທີ່ສຳຄັນ

ຄົ້ນຫາຄູ່ມືທີ່ນຳໃຊ້ໄດ້ຈິງ, ເຄື່ອງມື, ວິດີໂອ ແລະ ແຫຼ່ງຂໍ້ມູນອື່ນໆ ທີ່ນຳໃຊ້ໄດ້ ເພື່ອຊ່ວຍໃຫ້ຊຸມຊົນເຂົ້າໃຈສິດນຳໃຊ້ທີ່ດິນ ແລະ ເຂົ້າເຖິງການຊ່ວຍເຫຼືອທາງດ້ານກົດໝາຍໃນທ້ອງຖິ່ນ. 

ຈັດຕັ້ງປະຕິບັດໂດຍ:

ຄູ່ຮ່ວມງານໂດຍ:

ສະໜັບສະໜູນໂດຍ: