
ໃນວັນທີ 11 ທັນວາ 2025 ທີ່ຜ່ານມາ, ໂຄງການ ການໃຫ້ຂໍ້ມູນສາທາລະນະ ແລະ ການໃຫ້ຄວາມຮູ້ແກ່ຊຸມຊົນ ທີ່ມີຄວາມບອບບາງໃນ ສປປ ລາວ (PIASVC) ໄດ້ຈັດກອງປະຊຸມສຳມະນາ (Symposium) ທີ່ໂຮງແຮມແລກມາກ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຜົນຂອງການຈັດຕັ້ງປະຕິບັດໃນຕະຫຼອດໄລຍະ 1 ປີຜ່ານມາ ພ້ອມກັບເຄື່ອງມືທີ່ມີການຜະລິດຂຶ້ນໃໝ່ເຊັ່ນ ຄູ່ມືພາກສະໜາມສຳລັບຜູ້ອຳນວຍຄວາມສະດວກ ທີ່ໃຊ້ອະທິບາຍໃນການເປັນຜູ້ອຳນວຍຄວາມສະດວກທີ່ດີໃນການຈັດຕັ້ງກິດຈະກຳເຜີຍແຜ່ກົດໝາຍຢູ່ຂັ້ນຮາກຖານ ສາມາດເບິ່ງຕື່ມໄດ້ທີ່ລິ້ງ https://tinyurl.com/4r9nt6tf
ນອກນັ້ນ ພາຍໃນງານຍັງໄດ້ມີການຈັດກິດຈະກຳແບ່ງກຸ່ມແບບ (World Café) ເພື່ອລະດົມແນວຄວາມຄິດຈາກຜູ້ເຂົ້າຮ່ວມທັງໝົດ ຫຼັງຈາກໄດ້ຮັບຊົມວີດີໂອກ່ຽວກັບຜົນຂອງການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການຜ່ານມາ. ຫຼັງຈາກນັ້ນ ຜູ້ເຂົ້າຮ່ວມທັງໝົດໄດ້ມີໂອກາດໄດ້ຮັບຟັງການນຳສະເໜີ ຜົນປະໂຫຍດ ແລະ ຄຸນສົມບັດຂອງປະຕິທິນກົດໝາຍ ພ້ອມຮັບຟັງຄຸນປະໂຫຍດ ແລະ ຮັບຊົມວີດີໂອ ຂອງແຕ່ລະຫົວຂໍ້ຂອງປະຕິທິນກົດໝາຍ 2026. ໃນຊ່ວງທ້າຍຂອງກອງປະຊຸມໄດ້ມີການລະດົມແນວຄວາມຄິດ ເຖິງວິທີການ ແລະ ການຮັບມືກັບສິ່ງທ້າທາຍຕ່າງໆການນຳໃຊ້ປະຕິທິນໃນຂັ້ນບ້ານ ເຊິ່ງການນຳສະເໜີກ່ຽວກັບການນຳໃຊ້ປະຕິທິນກົດໝາຍໃຫ້ກັບຜູ້ໃຫ້ອົງກອນທີ່ໄດ້ທຶນນີ້ ຈະເປັນການເປີດປະຕູໃຫ້ພວກເຂົາໄດ້ຮັບຮູ້ ແລະ ກຽມຄວາມພ້ອມຕໍ່ກັບການນຳໃຊ້ປະຕິທິນກົດໝາຍຢ່າງເຕັມທີ່ ແລ້ວໂຄງການກໍມີແຜນຈະຈັດຝຶກອົບຮົບໃຫ້ກັບອົງກອນທີ່ໄດ້ຮັບທຶນທັງໝົດ ເພື່ອເສີມສ້າງຄວາມພ້ອມທາງດ້ານທັກສະ, ວິທີການ ໃນການພັດທະນາວຽກງານທີ່ດິນ ແລະ ຊັບພະຍາກອນທຳມະຊາດພາຍໃຕ້ໂຄງການ PIASVC ໃຫ້ຍືນຍົງຫຼາຍຂຶ້ນ


