MAX

Posts

174 POSTS

Comments

0 COMMENTS

Social

ປະຊາຊົນລາວສ່ວນຫລາຍ ເປັນຊາວກະສິ ກອນ ແລະ ໄດ້ອາໄສທີ່ດິນປະເພດຕ່າງ ໆ ເພື່ອທໍາການຜະລິດກະສິກໍາ, ໜຶ່ງໃນປະເພດດິນທໍາການຜະລິດເຫຼົ່ານັ້ນ ແມ່ນປະຊາຊົນລາວ ໄດ້ຮັບການຕົກທອດກໍາມະສິດມາຈາກ ພໍ່ແມ່, ປູ່ຍ່າ ຕາຍາຍ ແຕ່ສ່ວນໃຫຍ່ແມ່ນບໍ່ມີ ເອກະສານຢັ້ງຢືນກໍາມະສິດທີ່ດິນ ຢ່າງຖືກ ຕ້ອງຕາມກົດໝາຍ ຈຶ່ງຖືວ່າ ເປັນການຄອບ ຄອງ ແລະ ນໍາໃຊ້ທີ່ດິນຕາມປະເພນີ.
ໃນວັນທີ 14 ຕຸລາ 2020 ພວກເຮົາ ຮ່ວມກັບ ສູນບໍລິການກົດໝາຍເພື່ອປະຊາຊົນ, ຄະນະນິຕິສາດ ແລະ ລັດຖະສາດ, ມຊ ໄດ້ຮ່ວມຈັດກອງປະຊຸມ ເພື່ອນໍາສະເໜີການສຶກສາຄົ້ນຄ້ວາ ກ່ຽວກັບສິດທິຕໍ່ທີ່ດິນຂອງແມ່ຍີງ ໃນສປປລາວ: ການຫັນປ່ຽນຊົນນະບົດ ແລະ ຄວາມໄຝ່ຝັນຂອງສິດຄອບຄອງທີ່ດິນທີ່ໝັ້ນຄົງ.
ການຂື້ນທະບຽນທີ່ດິນເປັນເລື່ອງທີ່ສໍາຄັນ ເພື່ອເປັນກ້າວໄປສູ່ການອອກໃບຕາດິນ ທີ່ເປັນເອກະສານທີ່ເປັນຫຼັກຖານຕົ້ນຕໍກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຍາວນານ ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.
ໂຄງການໄລຟ໌ ເປັນໂຄງການສ້າງຄວາມອາດສາມາດທີ່ມີເອກະລັກສະເພາະ ແນໃສ່ປັບປຸງຈິດສໍານຶກ,​ຄວາມຮູ້ດ້ານກົດໝາຍ ແລະ ຄວາມອາດສາມາດ ເພື່ອຊ່ວຍເພີ່ມທະວີສິດທິການຄອບຄອງທີ່ດິນ.
ຈົດໝາຍຂ່າວສະບັບນີ້ຂອງພວກເຮົາ ແມ່ນນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມ ໃນຊ່ວງເດືອນ ຕຸລາ - ທັນວາ 2020.​

Recent posts

ຄວາມຄິດເຫັນລ່າສຸດ