MAX

Posts

174 POSTS

Comments

0 COMMENTS

Social

ຫຼັງຈາກທີ່ໂຄງການໄດ້ສຳເລັດການຈັດຕັ້ງປະຕິບັດ ການປູກຈິດສຳນຶກ ແລະ ເຜີຍແຜ່ກົດໝາຍທີ່ດິນຂັ້ນບ້ານໃນໄລຍະໜຶ່ງໄປແລ້ວ, ໂຄງການໄດ້ມີແຜນສ້າງກໍລະນີສຶກສາ ໂດຍການມອບໃຫ້ທີ່ປຶກສາທີ່ຊຽວຊານລົງໄປການເກັບກຳຂໍ້ມູນນຳປະຊາຊົນໃນຂັ້ນຮາກຖານແຕ່ລະບ້ານ. ໃນວັນທີ 28 ຫາ 29 ສິງຫາ 2025, ທີມງານທີ່ປຶກສາ ແລະ ສະມາຊິກຄະນະກຳມະການກວດກາ (IMC), ພະນັກງານໂຄງການ, ສະມາຄົມຜູ້ທີ່ຮັບຜິດຊອບພື້ນທີ່ເປົ້າໝາຍໄດ້ຮ່ວມກັນຈັດຕັ້ງປະຕິບັດເກັບກຳຂໍ້ມູນທີ່ 2 ບ້ານເປົ້າໝາຍປະຈຳເມືອງແມດ, ແຂວງ ວຽງຈັນ. ຈຸດປະສົງຂອງການເກັບກຳຂໍ້ມູນຄັ້ງນີ້ເພື່ອເປັນຂໍ້ມູນໃນການສ້າງກໍລະນີສຶກສາເພື່ອເບິ່ງປະສິດຕິຜົນຂອງການຈັດຕັ້ງປະຕິບັດກິດຈະກຳໃນຫຼາຍໄລຍະຜ່ານມາປະຊາຊົນໄດ້ຮັບຂໍ້ມູນທາງດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນຂັ້ນລະດັບໃດ...
ໃນຊ່ວງອາທິດ (ວັນທີ 3 ຫາ 5 ມິຖຸນາ 2025 ທີ່ຜ່ານມາ), ພະນັກໂຄງການ PIASVC ໄດ້ລົງຕິດຕາມ ການຈັດຕັ້ງປະຕິບັດກິດຈະກຳຈຳນວນ 3 ບ້ານ ທີ່ເມືອງ ຜາໄຊ ແຂວງ ຊຽງຂວາງ ທີ່ເປັນກຸ່ມເປົ້າໝາຍຂອງສະມາຄົມ LaoDhrra- Lao Development of Human...
ໃນລະຫວ່່າງວັນທີ 27 ຫາ 28 ມີນາ 2025, ສະມາຄົມພັດທະນາຊັບພະຍາກອນມະນຸດໃນຂົງເຂດຊົນນະບົດ ຮ່ວມກັບສະມາຄົມພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໄດ້ຈັດກິດຈະກຳ ແລກປ່ຽນບົດຮຽນກ່ຽວກັບການເຂົ້າເຖິງຂະບວນການຍຸຕິທຳຈາກບັນດາຄະນະໄກ່ເກ່ຍປະຈຳບ້ານ ລະຫວ່າງແຂວງຊຽງຂວງ ແລະ ບໍລິຄຳໄຊພາຍໃຕ້ໂຄງການ PIASVC. ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນຄຳເຫັນຈາກບົດຮຽນທີ່ຜ່ານການຝຶກອົບຮົມ ແລະ ກໍລະນີສຶກສາຢູ່ໃນເຂດບ້ານເປົ້າໝາຍໃນພື້ນທີ່ຂອງຕົນເອງ, ແນ່ນອນວຽກຂອງຄະນະໄກ່ເກ່ຍເປັນວຽກສຳຄັນອັນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ກັບບ້ານ ໂດຍການແລກປ່ຽນຄຳຄິດຄຳເຫັນກ່ຽວກັບຊ່ອງທາງການແກ້ໄຂ ຫຼື ໃຫ້ຄຳປຶກສາໃຫ້ແກ່ຄູ່ກໍລະນີທີ່ມີຄວາມຂັດແຍ່ງກັນ ໃຫ້ສາມາດຫາຈຸດເປັນກາງ...
ກອງປະຊຸມຄະນະກໍາມະການບໍລິຫານໂຄງການ ການຈັດຕັ້ງປະຕິບັດໂຄງການ (PIASVC), ວັນທີ 19-21 ມີນາ 2025 ທີ່ ເມືອງຮຸນ ແລະ ເມືອງໄຊ, ແຂວງອຸດົມໄຊ ໂຄງການ PIASVC ພາຍໃຕ້ ອົງການ HELVETAS Laos ໄດ້ຈັດກອງປະຊຸມຄະນະກໍາມະການບໍລິຫານໂຄງການ ໃນວັນທີ 19-21 ມີນາ 2025 ຢູ່ທີ່ແຂວງອຸດົມໄຊ. ເຊິ່ງກອງປະຊຸມເປັນປະທານໂດຍ...
LIWG ມີຄວາມຍິນດີທີ່ຈະແບ່ງປັນ ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ຕຸລາ – ທັນວາ 2024 ແກ່ບັນດາທ່ານ ເຊິ່ງນີ້ແມ່ນຈົດໝາຍຂ່າວສະບັບທີ 21 ຂອງພວກເຮົາ, ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ...
ໃນວັນທີ 15 ມັງກອນ 2025, ໂຄງການ ການ​ໃຫ້​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ການ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ທີ່​ມີ​ຄວາມບອບ​ບາງ​ ໃນ ສ​ປ​ປ ລາວ (PIASVC) ໄດ້ຈັດກອງປະຊຸມສຳມະນາປະຈຳປີ ຂຶ້ນເປັນຄັ້ງທຳອິດນັບຕັ້ງແຕ່ສ້າງຕັ້ງໂຄງການມາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທ່ານ ໂດຍ ທ່ານ ປອ ລີວາເມັງ ລີບົວປາວ, ຮອງຫົວໜ້າກົມທີ່ດິນ, ກສ. ທ່ານ...

Recent posts

ຄວາມຄິດເຫັນລ່າສຸດ