MAX

Posts

170 POSTS

Comments

0 COMMENTS

Social

ເສີມສ້າງຂີດຄວາມສາມາດອຳນາດການປົກຄອງຂັ້ນຕາແສງ ດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນ. ໂຄງການ PIASVC ພາຍໃຕ້ອົງການເຮວວີຕັສ ໄດ້ດຳເນີນການຝຶກອົບຮົມເຜີຍແຜ່ກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດ ໃຫ້ແກ່ອຳນາດການປົກຄອງຕາແສງໂດຍມີຜູ້ເຂົ້າຮ່ວມ ຈຳນວນຫຼາຍກວ່າ 30 ທ່ານ ເຊິ່ງສະຖານທີ່ຢູ່ບ້ານນາສະຫວ່າງ ເມືອງນາໝໍ້ ແຂວງອຸດົມໄຊ. ການຝຶກອົບຮົບດຳເນີນໂດຍຄູຝຶກຈາກສະມາຄົມ CDEA ຮ່ວມກັບພະນັກງານລັດຂັ້ນເມືອງ ທີ່ຜ່ານການຝຶກຄູຝຶກຫຼັກຂັ້ນສູນກາງ ພ້ອມຍັງມີທະນາຍຄວາມຈາກສູນກາງລົງໄປໃຫ້ຄວາມຮູ້ທາງດ້ານວຽກງານຍຸຕິທຳຕື່ມ. ຜົນໄດ້ຮັບຈາກການຝຶກອົບຮົມຄັ້ງນີ້ ເສີມສ້າງຂີດຄວາມສາມາດຂອງອຳນາດການປົກຄອງຂັ້ນບ້ານ ໃນການຕີຄວາມ ແລະ...
ໃນວັນທີ 11 ທັນວາ 2025 ທີ່ຜ່ານມາ, ໂຄງການ ການໃຫ້ຂໍ້ມູນສາທາລະນະ ແລະ ການໃຫ້ຄວາມຮູ້ແກ່ຊຸມຊົນ ທີ່ມີຄວາມບອບບາງໃນ ສປປ ລາວ (PIASVC) ໄດ້ຈັດກອງປະຊຸມສຳມະນາ (Symposium) ທີ່ໂຮງແຮມແລກມາກ, ນະຄອນຫຼວງວຽງຈັນ. ກອງປະຊຸມດັ່ງກ່າວໄດ້ມີການນຳສະເໜີຜົນຂອງການຈັດຕັ້ງປະຕິບັດໃນຕະຫຼອດໄລຍະ 1 ປີຜ່ານມາ ພ້ອມກັບເຄື່ອງມືທີ່ມີການຜະລິດຂຶ້ນໃໝ່ເຊັ່ນ ຄູ່ມືພາກສະໜາມສຳລັບຜູ້ອຳນວຍຄວາມສະດວກ ທີ່ໃຊ້ອະທິບາຍໃນການເປັນຜູ້ອຳນວຍຄວາມສະດວກທີ່ດີໃນການຈັດຕັ້ງກິດຈະກຳເຜີຍແຜ່ກົດໝາຍຢູ່ຂັ້ນຮາກຖານ ສາມາດເບິ່ງຕື່ມໄດ້ທີ່ລິ້ງ...
ຫຼັງຈາກທີ່ໂຄງການໄດ້ສຳເລັດການຈັດຕັ້ງປະຕິບັດ ການປູກຈິດສຳນຶກ ແລະ ເຜີຍແຜ່ກົດໝາຍທີ່ດິນຂັ້ນບ້ານໃນໄລຍະໜຶ່ງໄປແລ້ວ, ໂຄງການໄດ້ມີແຜນສ້າງກໍລະນີສຶກສາ ໂດຍການມອບໃຫ້ທີ່ປຶກສາທີ່ຊຽວຊານລົງໄປການເກັບກຳຂໍ້ມູນນຳປະຊາຊົນໃນຂັ້ນຮາກຖານແຕ່ລະບ້ານ. ໃນວັນທີ 28 ຫາ 29 ສິງຫາ 2025, ທີມງານທີ່ປຶກສາ ແລະ ສະມາຊິກຄະນະກຳມະການກວດກາ (IMC), ພະນັກງານໂຄງການ, ສະມາຄົມຜູ້ທີ່ຮັບຜິດຊອບພື້ນທີ່ເປົ້າໝາຍໄດ້ຮ່ວມກັນຈັດຕັ້ງປະຕິບັດເກັບກຳຂໍ້ມູນທີ່ 2 ບ້ານເປົ້າໝາຍປະຈຳເມືອງແມດ, ແຂວງ ວຽງຈັນ. ຈຸດປະສົງຂອງການເກັບກຳຂໍ້ມູນຄັ້ງນີ້ເພື່ອເປັນຂໍ້ມູນໃນການສ້າງກໍລະນີສຶກສາເພື່ອເບິ່ງປະສິດຕິຜົນຂອງການຈັດຕັ້ງປະຕິບັດກິດຈະກຳໃນຫຼາຍໄລຍະຜ່ານມາປະຊາຊົນໄດ້ຮັບຂໍ້ມູນທາງດ້ານກົດໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນຂັ້ນລະດັບໃດ...
ໃນຊ່ວງອາທິດ (ວັນທີ 3 ຫາ 5 ມິຖຸນາ 2025 ທີ່ຜ່ານມາ), ພະນັກໂຄງການ PIASVC ໄດ້ລົງຕິດຕາມ ການຈັດຕັ້ງປະຕິບັດກິດຈະກຳຈຳນວນ 3 ບ້ານ ທີ່ເມືອງ ຜາໄຊ ແຂວງ ຊຽງຂວາງ ທີ່ເປັນກຸ່ມເປົ້າໝາຍຂອງສະມາຄົມ LaoDhrra- Lao Development of Human...
ໃນລະຫວ່່າງວັນທີ 27 ຫາ 28 ມີນາ 2025, ສະມາຄົມພັດທະນາຊັບພະຍາກອນມະນຸດໃນຂົງເຂດຊົນນະບົດ ຮ່ວມກັບສະມາຄົມພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໄດ້ຈັດກິດຈະກຳ ແລກປ່ຽນບົດຮຽນກ່ຽວກັບການເຂົ້າເຖິງຂະບວນການຍຸຕິທຳຈາກບັນດາຄະນະໄກ່ເກ່ຍປະຈຳບ້ານ ລະຫວ່າງແຂວງຊຽງຂວງ ແລະ ບໍລິຄຳໄຊພາຍໃຕ້ໂຄງການ PIASVC. ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນຄຳເຫັນຈາກບົດຮຽນທີ່ຜ່ານການຝຶກອົບຮົມ ແລະ ກໍລະນີສຶກສາຢູ່ໃນເຂດບ້ານເປົ້າໝາຍໃນພື້ນທີ່ຂອງຕົນເອງ, ແນ່ນອນວຽກຂອງຄະນະໄກ່ເກ່ຍເປັນວຽກສຳຄັນອັນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ກັບບ້ານ ໂດຍການແລກປ່ຽນຄຳຄິດຄຳເຫັນກ່ຽວກັບຊ່ອງທາງການແກ້ໄຂ ຫຼື ໃຫ້ຄຳປຶກສາໃຫ້ແກ່ຄູ່ກໍລະນີທີ່ມີຄວາມຂັດແຍ່ງກັນ ໃຫ້ສາມາດຫາຈຸດເປັນກາງ...
ກອງປະຊຸມຄະນະກໍາມະການບໍລິຫານໂຄງການ ການຈັດຕັ້ງປະຕິບັດໂຄງການ (PIASVC), ວັນທີ 19-21 ມີນາ 2025 ທີ່ ເມືອງຮຸນ ແລະ ເມືອງໄຊ, ແຂວງອຸດົມໄຊ ໂຄງການ PIASVC ພາຍໃຕ້ ອົງການ HELVETAS Laos ໄດ້ຈັດກອງປະຊຸມຄະນະກໍາມະການບໍລິຫານໂຄງການ ໃນວັນທີ 19-21 ມີນາ 2025 ຢູ່ທີ່ແຂວງອຸດົມໄຊ. ເຊິ່ງກອງປະຊຸມເປັນປະທານໂດຍ...

Recent posts

ຄວາມຄິດເຫັນລ່າສຸດ