ຂໍ້ຫ້າມ ສຳລັບພະນັກງານປະເມີນລາຄາທີ່ດິນ ແລະ ເຈົ້າຂອງກໍາມະສິດທີ່ດິນ

3112
ພາບໂດຍ: Vientiane Times

ຂ່າວຈາກ: ເສດຖະກິດ-ການຄ້າ & ລາວພັດທະນາ

ທ່ານ ບຸນທາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນວ ຊຸດທີ I ຄັ້ງວັນທີ 23 ມັງກອນ 2020 ວ່າ: ການ ຮ່າງຂໍ້ຕົກລົງ ວ່າດ້ວຍການປະເມີນລາຄາທີ່ດິນທົ່ວ ນວ ມີ VI ໝວດ, 27 ມາດຕາ ໂດຍມີຈຸດປະສົງເພື່ອເຮັດໃຫ້ ການກຳນົດຫົວໜ່ວຍລາຄາທີ່ດິນ ໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງເສດຖະກິດ – ສັງຄົມໃນແຕ່ລະໄລຍະ ເພື່ອເປັນຫຼັກການໃນການປະເມີນລາຄາທີ່ດິນແນໃສ່ຄຸ້ມຄອງ – ບໍລິຫານທີ່ດິນໃນແຕ່ລະເຂດ ແລະ ແຕ່ລະປະເພດ ເພື່ອຮັບປະກັນໃນການປະຕິບັດພັນທະຂອງພົນລະເມືອງເວົ້າລວມ, ເວົ້າສະເພາະຜູ້ຖືສິດນໍາໃຊ້ທີ່ດິນໃຫ້ຖືກຕ້ອງຕາມລັດຖະບັນຍັດຂອງປະທານປະເທດວ່າດ້ວຍຄ່າທຳນຽມ, ເປັນບ່ອນອີງໃນການຄິດໄລ່ຄ່າທຳນຽມຈົດທະບຽນທີ່ດິນ ແລະ ອາ ກອນລາຍໄດ້ຈາກທີ່ດິນຫ້າມມີພຶດຕິກຳ ຫຼື ການກະທຳທີ່ເປັນການລະເມີດກົດໝາຍ ແລະ ລະບຽບການຂອງລັດ.

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນວ . ພາບໂດຍ ເສດຖະກິດ-ການຄ້າ

ນອກຈາກຈະມີການກໍານົດຂໍ້ຫ້າມຂອງພະນັກງານປະເມີນທີ່ດິນ ໃນຂໍ້ຕົກລົງດັ່ງກ່າວແລ້ວ ຍັງມີການລະບຸ ຂໍ້ຫ້າມເຈົ້າຂອງສິດນຳໃຊ້ທີ່ດິນ ແລະ ສິ່ງປຸກສ້າງ ຫຼື ບຸກຄົນ, ນິຕິບຸກຄົນ, ລວມໝູ່ ໄວ້ດ້ວຍຄື:  : ຫ້າມປົກປິດ, ເຊື່ອງອຳ, ບໍ່ຈິງໃຈໃນການແຈ້ງຂໍ້ມູນ, ໃຊ້ ຄວາມຮຸນແຮງ ແລະ ແອບອ້າງ, ນາບຂູ່ພະນັກງານທີ່ເປັນການລະເມີດກົດໝາຍ ແລະ ຂໍ້ຕົກ ລົງສະບັບນີ້; ຫ້າມໃຫ້ສິນບົນ, ສົມຮູ້ຮ່ວມຄິດກັບພະນັກງານປະເມີດລາຄາທີ່ດິນ ແລະ ສິ່ງປຸກສ້າງປອມແປງ, ແຈ້ງ, ສ້າງຂໍ້ມູນເທັດ, ສະໜອງຂໍ້ມູນອັນບໍ່ຖືກຕ້ອງຕາມຄວາມຈິງ.

ໃນກອງປະຊຸມນີ້ ທ່ານ ບຸນທາມ ພຸດທະວົງສາ ກໍ່ໄດ້ກ່າວຕື່ມວ່າ

ຜ່ານມາຢູ່ນະຄອນຫຼວງວຽງຈັນ ກໍ່ມີຂໍ້ຂັດແຍ້ງທາງດ້ານທີ່ດິນເກີດຂື້ນຫຼາຍເຊັ່ນ: ຂໍ້ຂັດແຍ້ງທາງບຸກຄົນຕໍ່ບຸກຄົນ, ມູນມໍລະດົກ, ຂໍ້ຂັດແຍ້ງທາງດ້ານການປະຕິບັດໂຄງການຕ່າງໆທີ່ພາກລັດລົງທຶນ ແລະ ນໍາໃຊ້ທີ່ດິນຈໍານວນຫຼວງຫຼາຍ ເຮັດໃຫ້ເປັນຂໍ້ຂັດແຍ້ງທີ່ສົ່ງຜົນກະທົບຕໍ່ຜູ້ລົງທຶນ ແລະ ຜູ້ເປັນເຈົ້າຂອງທີ່ດິນ ຍ້ອນການຊົດເຊີຍບໍ່ຕອບສະໜອງໄດ້ຕາມຄວາມຕ້ອງການ ເຊັ່ນ ການໄລ່ລຽງລາຄາຕໍ່າ, ປະຊາຊົນບໍ່ພໍໃຈ ແລະ ການໃຫ້ສິດນໍາໃຊ້ທີ່ດິນຂອງລັດແກ່ປະຊາຊົນ.

—————-
ແຫ່ງຂ່າວອ້າງອີງຈາກ: