ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສະບັບທີ 3

2290

ຈົດໝາຍຂ່າວສະບັບນີ້ ແມ່ນ ສະບັບທີ 3 ຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ປະຈໍາໄຕມາດ ເດືອນ ມັງກອນ – ມີນາ 2018. ຈົດໝາຍຂ່າວຂອງພວກເຮົາແມ່ນມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ. 

ເນື້ອໃນເດັ່ນໃນຈົດໝາຍຂ່າວສະບັບນີ້ ແມ່ນ:

  • ກອງປະຊຸມແລກປ່ຽນບົດຮຽນ ລະຫວ່າງ ອົງການຈັດຕັ້ງທາງສັງຄົມລາວ ແລະ ອົງການຈັດຕັ້ງສາກົນທີ່ເຮັດວຽກກ່ຽວກັບເລື່ອງທີ່ດິນ, ປ່າໄມ້, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
  • ກອງປະຊຸມໃຫຍ່ຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈຳປີ 2018  
  • ກຸ່ມທີ່ປຶກສາ ກ່ຽວກັບວຽກງານການປັບປຸງກົດໝາຍທີ່ດິນ  ນຳສະເໜີກ່ຽວກັບ ຂໍ້ສະເໜີແນະນຳຫຼັກກ່ຽວກັບປະເດັນທີ່ດິນໃນສປປ ລາວ ໃນກອງປະຊຸມ ຄູ່ຮ່ວມພັດທະນາ
  • ກອງປະຊຸມຄັ້ງທີ3 ກ່ຽວກັບການ ທົບທວນຜົນງານການຮ່ວມມືກັນລະຫວ່າງລັດຖະບານລາວ ແລະ ອົງການຈັດຕັ້ງສາກົນ
  • ງານພົບປະແລກປ່ຽນ “ຜົນການສຶກສາຂອງນັກສຶກສາຮອງກົງກ່ຽວກັບປະເດັນທີ່ດິນ ແລະ ການລົງທຶນຂອງຈີນໃນລາວ”
  • ໄດ້ມີການຈັດການຝຶກອົບຮົມແບບໃກ້ຊິດໃຫ້ແກ່ກະຊວງຍຸດຕິທຳ ພາຍໄຕ້ຫົວຂໍ້ ການສົ່ງເສີມໃຫ້ປະຊາຊົນເຂົ້າສູ່ຂະບວນການຍຸຕິທຳ ໂດຍທີມງານ LIFE
  • ແລກປ່ຽນປະສົບການການເຮັດວຽກຮ່ວມກັບກຸ່ມອາສາສະໝັກ ແລະ ວິຖີຊີວິດຂອງເຂົາເຈົ້າລຽບຕາມແມ່ນໍ້າອູ ຈັດໂດຍ LILC
  • ແນະນຳແຫ່ງຂໍ້ມູນ ແລະ ເວັບໄຊ້ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທຳມະຊາດ

ດາວໂລດຈົດໝາຍຂ່າວສະບັບນີ້: ສະບັບພາສາລາວ   ສະບັບພາສາອັງກິດ