ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ມັງກອນ – ມີນາ 2021

1676

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ສະບັບນີ້ ເປັນສະບັບທີ10 ປະຈໍາໄຕມາດ ເດືອນ ມັງກອນ – ມີນາ 2021 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ມີຄື:

  • ກອງປະຊຸມໃຫຍ່ປະຈໍາປີ 2020 ຂອງ LIWG
  • ບົດສຶກສາການເຂົ້າເຖິງ ,ນໍາໃຊ້ ແລະ ຄຸ້ມຄອງທີ່ດິນປ່າໄມ້ ແລະ ຊັບພະຍາກອນປ່າໄມ້ ຕາມປະເພນີຂອງແມ່ຍິງ ໃນລາວ
  • ການແຈກຢາຍ ແລະ ການພັດທະນາປຶ້ມຄູ່ມືແນະນໍາການນໍາໃຊ້ ປະຕິທິນກົດໝາຍປະຈໍາປີ 2021
  • ໂຄງການ ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການປັບປຸງ ຈິດສໍານຶກ ສໍາລັບຊຸມຊົນທີ່ມີຄວາມອ່ອນໄຫວ ໃນລາວ
  • ໜ່ວຍງານວິຊາການສະເພາະ ຂະແໜງການຍ່ອນທີ່ດິນ ແລະ ກຸ່ມຍ່ອຍ ດ້ານດ້ານການຮັບຮູ້ສິດທິຕາມປະເພນີໃນເຂດປ່າໄມ້ ແລະ ການສັງລວມ ແລະ ແລກປ່ຽນຂໍ້ມູນ
  • ໂຄງການສ້າງຄວາມສາມາດໃນການຄຸ້ມຄອງດິນກະສິກຳ ທີ່ແຂວງຄໍາມ່ວນ ຂອງໂຄງການໄລຟ໌
  • ການຕິດຕາມປະເມີນຜົນ ແລະ ໃຫ້ຄວາມຮູ້ເພີ່ມເຕີມ ການຈັດຕັ້ງປະຕິບັດວຽກງານປະຊາສຳພັນ ຂອງໂຄງການທົດລອງຮັບຮູ້ສິດນຳໃຊ້ທີ່ດິນຕາມປະເພນີ ຢູ່ໃນເຂດ 3 ປະເພດປ່າ
  • ບົດຄວາມແນະນໍາອ່ານ ແລະ ວິດີໂອເດັ່ນປະຈໍາໄຕມາດ
  • ຂ່າວເດັ່ນກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ ປະຈໍາໄຕມາດ

ດາວໂລດຈົດໝາຍຂ່າວສະບັບນີ້:

ພາສາລາວ
ພາສາອັງກິດ