ປື້ມເລື່ອງ: ແຜ່ນດິນຄືຊີວິດ

2675

ປື້ມເລື່ອງຈາກ ສະມາຄົມນາໆຊາດເພື່ອມະນຸດ ແລະ ສິ່ງແວດລ້ອມ (GAPE)

ມະນຸດເຮົາດໍາລົງຊີວິດຢູ່ຄຽງຄູ່ກັບທໍາມະຊາດມາໄດ້ຫຼາບລ້ານປີແລ້ວ. ມະນຸດໄດ້ຮຽນຮູ້ວ່າຖ້າຫາກທໍາມະຊາດຖືກທໍາລາຍໄປ ມະນຸດກໍ່ຈະປະເຊີນກັບໄພວິບັດ ແລະ ຄວາມສູນເສຍຢ່າງຫຼວງ. ໃນໂລກເຮົາປັດຈຸບັນມີຫຼາຍຊົນເຜົ່າທີ່ຍັງມີຄວາມເຊື່ອຖືວ່າແຜ່ນທໍລະນີ ຫ້ວຍນໍ້າລໍາເຊ ແລະ ພູຜາປ່າໄມ້ມີສິ່ງສັກສິດປົກປັກຮັກສາຢູ່ ສະນັ້ນມະນຸດຄວນໃຫ້ຄວາມເຄົາລົບ ແລະ ບໍ່ທໍາລ້າງມ້າງເພສິ່ງເລົ່ານີ້.

ປື້ມເລື່ອງ “ແຜ່ນດິນຄືຊີວິດ” ແມ່ນປື້ມໂຮມເລື່ອງສັ້ນທີ່ຂຽນຂື້ນໂດຍນັກຮຽນມັດທະຍົມຢູ່ແຂວງພາກໃຕ້ຂອງລາວ ເປັນກໍລະນີສຶກສາ ແລະ ໃຫ້ຄວາມຮູ້ກ່ຽວກັບຜົນກະທົບຕໍ່ກັບທໍາມະຊາດ ແລະ ສະພາບແວດລ້ອມ ເພື່ອໃຫ້ເຮົາມີສະຕິລະວັງຕົວ ຫຼີກລ່ຽງບໍ່ໃຫ້ເກີດຄວາມເສຍຫາຍ ເຮັດໃຫ້ປະຊາຊົນສາມາດທໍາມາຫາກິນຢູ່ບົນຜືນແຜ່ນດິນຕອນນີ້ໄດ້ຢ່າງປອດໄພ.

ປື້ມເລື່ອງນີ້ ແມ່ນໄດ້ຮັບການສະໜັບສະໜູນຈາກ ສະມາຄົມນາໆຊາດເພື່ອມະນຸດ ແລະ ສິ່ງແວດລ້ອມ (GAPE)

ດາວໂລດປຶ້ມເລື່ອງນີ້: ພາສາລາວ


ແຫຼ່ງທີ່ມາ ເວັບໄຊທ໌ ສະມາຄົມນາໆຊາດເພື່ອມະນຸດ (GAPE)