MAX

Posts

149 POSTS

Comments

0 COMMENTS

Social

ຄົນຊົນເຜົ່າແມ່ນມີບົດບາດຄວາມສໍາຄັນ ໃນການປົກຮັກສາປ່າ ແລະ ທໍາມະຊາດ ແຕ່ສິ່ງທີ່ສໍາຄັນຄື ຈະເຮັດແນວໃດໃຫ້ຄົນໃນທົ່ວສັງ ຄົມເຂົ້າໃຈວ່າ ຄົນທີ່ຢູ່ໃນປ່ານັ້ນ ຄືຄົນທີ່ສາ ມາດອະນຸລັກປ່າໄດ້ຢ່າງດີ ບໍ່ແມ່ນຄົນທີ່ທໍາລາຍປ່າໄມ້ ຫຼື ສວຍໂອກາດຈາກປ່າໄມ້?
ການມີສ່ວນຮ່ວມຂອງຊຸມຊົນໃນໂຄງການເຊົ່າ ແລະ ສໍາປະທານທີ່ດິນ ເປັນສິ່ງທີ່ສໍາຄັນ ເພື່ອຮັບປະກັນການມີສ່ວນຮ່ວມຂອງທຸກພາກ ສ່ວນຢ່າງແທ້ຈິງບໍ່ວ່າຈະເປັນຊາວບ້ານທີ່ອາໄສໃນບໍລິເວນໂຄງການ ຫຼື ຜູ້ທີ່ຈະຖຶກຜົນກະທົບໂດຍກົງຈາກໂຄງການ
ວິດີໂອນີ້ແມ່ນໄດ້ນໍາສະເໜີກ່ຽວກັບຄວາມສໍາຄັນ ແລະ ຜົນໄດ້ຮັບຈາກການເຜີຍແຜ່ປະຕິ ທິນກົດໝາຍແກ່ປະຊາຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພື່ອການຮັບຮູ້ກ່ຽວກັບກົດໝາຍກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນໄລຍະຜ່ານມາ.
"ການຝຶກອົບຮົມຄັ້ງນີ້ເຮົາໄດ້ຮຽນຮູ້ຫຼາກຫຼາຍວິທີໃນການເຜີຍແຜ່ຂໍ້ມູນໃນປະຕິທິນກົດ ໝາຍ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາມີແຜນຊັດເຈນຂື້ນ ໃນການເຜີຍແຜ່ປະຕິທິນໃນຊຸມ ຊົນ."
ຄູ່ມືແນະນໍາສະບັບນີ້ ແມ່ນໄດ້ພັດທະນາຂຶ້ນມາເພື່ອເປັນເຄື່ອງມືສະໜັບສະໜູນການຝຶກອົບຮົມ ໃຫ້ກັບບັນດາອົງການຈັດຕັ້ງລັດ, ອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ ທີ່ນຳໃຊ້ປະຕິທີນກົດໝາຍ ເປັນສື່ໂຄສະນາໃນການຝຶກອົບຮົມວຽກງານກົດ ໝາຍຕາມນະໂຍບາຍ ແລະ ກົດໝາຍທີ່ກ່ຽວ ຂ້ອງກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ.
ປະຊາຊົນລາວສ່ວນຫລາຍ ເປັນຊາວກະສິ ກອນ ແລະ ໄດ້ອາໄສທີ່ດິນປະເພດຕ່າງ ໆ ເພື່ອທໍາການຜະລິດກະສິກໍາ, ໜຶ່ງໃນປະເພດດິນທໍາການຜະລິດເຫຼົ່ານັ້ນ ແມ່ນປະຊາຊົນລາວ ໄດ້ຮັບການຕົກທອດກໍາມະສິດມາຈາກ ພໍ່ແມ່, ປູ່ຍ່າ ຕາຍາຍ ແຕ່ສ່ວນໃຫຍ່ແມ່ນບໍ່ມີ ເອກະສານຢັ້ງຢືນກໍາມະສິດທີ່ດິນ ຢ່າງຖືກ ຕ້ອງຕາມກົດໝາຍ ຈຶ່ງຖືວ່າ ເປັນການຄອບ ຄອງ ແລະ ນໍາໃຊ້ທີ່ດິນຕາມປະເພນີ.

Recent posts

Recent comments

loລາວ