ກອງປະຊຸມນຳສະເໜີກ່ຽວກັບໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ແລະ ການແນະນໍາກ່ຽວກັບທຶນຈັດຕັ້ງປະຕິບັດໂຄງການ

1332
smart

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ໃນວັນທີ 20 ມັງກອນ 2022, ອົງການ ເຮວວີຕັດ ປະຈຳ ສປປ ລາວ (Helvetas Laos) ຮ່ວມກັບ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG)  ໄດ້ຈັດກອງປະຊຸມນຳສະເໜີກ່ຽວກັບໂຄງການ “ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ແລະ ການແນະນໍາກ່ຽວກັບທຶນຈັດຕັ້ງປະຕິບັດໂຄງການ” ໃຫ້ແກ່ສະມາຊິກຫຼັກຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ ຫ້ອງປະຊຸມ ໂຮງແຮມ ຄລາວ ພຣາຊ່າ. ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກກອງທຶນພັດທະນາສັງຄົມແຫ່ງປະເທດຍີ່ປຸ່ນ (JSDF) ຜ່ານກອງທຶນ Single-Donor Trust Fund ຂອງທະນາຄານໂລກ (WB) ແລະ ອົງການພັດທະນາ ແລະ ການຮ່ວມມືແຫ່ງສະວິສ (SDC).

ໂຄງການ PIASVC ແມ່ນແນໃສ່ປັບປຸງການເຂົ້າເຖິງຂໍ້ມູນຂ່າວສານ ແລະ ການບໍລິການໃຫ້ຄໍາປຶກສາທາງດ້ານກົດໝາຍ ແກ່ຄົນທຸກຍາກ ແລະ ດ້ອຍໂອກາດ 30,000 ຄົນ (ໃນນັ້ນ 60% ແມ່ນແມ່ຍິງ ແລະ 85% ແມ່ນມາຈາກຊົນເຜົ່າຕ່າງໆ) ໃນບັນດາເມືອງເປົ້າໝາຍໃນເຂດຊົນນະບົດ ເພື່ອເສີມຂະຫຍາຍການປົກປ້ອງ ແລະ ການນຳໃຊ້ຊັບພະຍາກອນທໍາມະຊາດ ແລະ ສິດດໍາລົງຊີວິດຂອງເຂົາເຈົ້າ. ເຊິ່ງນີ້ຊ່ວຍໃຫ້ປະຊາຊົນຮັບຮູ້ກ່ຽວກັບສິດທິຕໍ່ຊັບພະຍາກອນທໍາມະຊາດ ຜ່ານການສະໜອງການປູກຈິດສໍານຶກ ແລະ ການປັບປຸງການບໍລິການໃຫ້ຄໍາປຶກສາທາງດ້ານກົດຫມາຍ ສໍາລັບຊຸມຊົນທີ່ທຸກຍາກ ແລະ ດ້ອຍໂອກາດທີ່ສຸດ ດ້ວຍວິທີການ ແລະ ເງື່ອນໄຂທີ່ສອດຄ່ອງ.

ອ່ານລາຍລະອຽດ ແລະ ເອກະສານທີ່ກ່ຽວຂ້ອງດ້ານລຸ່ມ:

ເອກະສານສະບັບພາສາລາວ

ແຜນຄວາມຜູກມັດດ້ານສິ່ງແວດລ້ອມ ແລະ ສັງຄົມ (ESCP)

ຂັ້ນຕອນການຄຸ້ມຄອງແຮງງານ (LMP)

ແຜນການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງ (SEP)

ເອກະສານສະບັບພາສາອັງກິດ

PIASVC SG Intro Session

PIASVC Sub-Grant Guidelines

Declaration of Commitment to learning, contributing and sharing

Organizational Capacity and Suitability Assessment

PIASVC Concept Note

Labor Management Procedures

Environmental and Social Commitment Plan

Stakeholder Engagement Plan