MAX

Posts

149 POSTS

Comments

0 COMMENTS

Social

ຫົວຂໍ້ນີ້ ແມ່ນມີຈຸດປະສົງສື່ໃຫ້ເຫັນເຖິງ ການຈັດ ຕັ້ງປະຕິບັດບັນດາຫຼັກການ ແລະ ຂັ້ນຕອນໃນການວາງແຜນການປົກປັກສາ, ການຄຸ້ມຄອງປ່າສະຫງວນ ແລະ ນຳໃຊ້ຊັບພະຍາກອນຂອງບ້ານໃຫ້ມີຄວາມຍືນຍົງ. ການດຳເນີນກິດຈະກຳດັ່ງກ່າວຕ້ອງມີລັກສະນະທີ່ໃຫ້ປະຊາຊົນພາຍໃນບ້ານ ສາມາດຮັບຮູ້ໄດ້ວ່າ ເຂົາເຈົ້າມີບົດບາດ ແລະ ຄວາມເປັນເຈົ້າການຫຍັງແດ່ ເຊິ່ງຕ້ອງມີຄວາມລະອຽດຈະແຈ້ງ ແລະ ມີການຮັບຮອງເອົາຄັກແນ່ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບ.
ບົດລາຍການການປະເມີນສະບັບນີ້ ໄດ້ອະທິບາຍລາຍລະອຽດສະເພາະເຈາະຈົງເຖິງຈຸດທີ່ແຕກຕ່າງຈາກກັນລະຫວ່າງ ສະບັບປັບປຸງໃໝ່ ຂອງກົດ ໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ປ່າໄມ້ ກັບ ສະບັບເກົ່າກ່ອນໜ້າທີ່ຂອງທັງສອງກົດໝາຍດັ່ງກ່າວ ໂດຍໄດ້ມີການປະເມີນໃຫ້ເຫັນເຖິງຊ່ອງຫວ່າງ ແລະ ສິ່ງທີ່ມີການປັບປຸງ ຈາກສະ ບັບເດີມ.
ການແກ້ໄຂບັນຫາ ທາງດ້ານບໍລິຫານກ່ຽວກັບທີ່ດິນແມ່ນ ການແກ້ໄຂບັນຫາກ່ຽວກັບການນໍາໃຊ້ທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງຕາມເປົ້າໝາຍ, ບໍ່ນໍາໃຊ້ທີ່ດິນຕາມກໍານົດເວລາພາຍ ຫຼັງທີ່ໄດ້ຮັບມອບ, ບໍ່ເສຍອາກອນ, ຄ່າທໍານຽມການນໍາໃຊ້ທີ່ດິນ ເຂດແດນ ແລະ ບັນຫາທີ່ດິນອື່ນ
ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສະບັບນີ້ ເປັນສະບັບທີ10 ປະຈໍາໄຕມາດ ເດືອນ ມັງກອນ – ມີນາ 2021 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.
ການລົງມືປະຕິບັດຂອງໄວໜຸ່ມແມ່ນມີຄວາມຈໍາເປັນຫຼາຍໃນປັດຈຸບັນ ທີ່ຈະເປັນຜູ້ປົກປັກຮັກສາຊັບພະຍາກອນທໍາມະຊາດໃຫ້ຄົງຢູ່ ເພື່ອເອົາໄວ້ໃຫ້ລູກໃຫ້ຫຼານເຮົາໄດ້ເຫັນໃນອະນາຄົດ.
ທີ່ດິນປ່າໄມ້ກວ່າ 50% ທີ່ຖືກປ່ຽນເປັນເນື້ອທີ່ກະສິກໍານັ້ນສ່ວນໃຫຍ່ແມ່ນພືດດ່ຽວ ເຊັ່ນ: ການປູກສາລີ, ມັນຕົ້ນ ແລະ ອ້ອຍ.

Recent posts

Recent comments

loລາວ