MAX

Posts

174 POSTS

Comments

0 COMMENTS

Social

ໃນຈົດໝາຍຂ່າວສະບັບນີ້ ໄດ້ສັງລວມກິດຈະກໍາເດັ່ນໃນຊ່ວງ 3 ເດືອນທີ່ຜ່ານມາຂອງເຄືອຂ່າຍ ເຊັ່ນ ກອງປະຊຸມ ສືບຕໍ່ພັດທະນາປະຕິທິນປີ 2022 ຂອງທີມງານສ້າງປະຕິທິນ; ຊຸມຊົນແຫ່ງການຮຽນຮູ້ ກ່ຽວກັບ ກໍາມະສິດທີ່ດິນຂອງແມ່ຍິງ ແຜນວຽກງານສະໜັບສະໜູນຂອງ LIWG ເພື່ອຊຸກຍູ້ການປັບປຸງນະໂຍບາຍ ແລະ ນິຕິກໍາ ໃນຂະແໜງການທີ່ດິນ ໃນປະເທດລາວໃຫ້ດີຂື້ນ ການຝຶກອົບຮົມ ຄວາມໄພທາງດ້ານດິຈິຕອລ ແລະ ການນໍາໃຊ້ອິນເຕີເນັດ. ພ້ອມນັ້ນຍັງນໍາສະເໜີກ່ຽວກັບ ກອງປະຊຸມ ໜ່ວຍງານວິຊາການ ຂະແໜງການຍ່ອຍທີ່ດິນ ແລະ ກິດຈະກໍາຕ່າງໆຂອງ ໂຄງການໄລຟ໌ ແລະ ສະມາຊິກ.
ຈຸດປະສົງຂອງຫົວຂໍ້ນີ້ ເພື່ອສົ່ງເສີມໃຫ້ປະຊາຊົນທົ່ວໄປໄດ້ເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນຢ່າງຖືກຕ້ອງ ໂດຍສະເພາະແມ່ນການນຳໃຊ້ສານເຄມີເຂົ້າໃນວຽກງານກະສິກຳ ຢ່າງປອດໄພ, ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ, ໂຄງການລົງທຶນ ແລະ ປະຊາຊົນທົ່ວໄປ ຕ້ອງມີພັນທະຕໍ່ກັບການນຳໃຊ້ານເຄມີເຂົ້າໃນກິດຈະການຂອງຕົນເອງ, ຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊິວິດຂອງມະນຸດ. ນອກນັ້ນຍັງເປັນການຍົກໃຫ້ເຫັນເຖິງ ບົດບາດຂອງບັນດາໜ່ວຍງານທີ່ກ່ຽວຂອງທີ່ມີບົດບາດໃນການຕິດຕາມກວດກາ ແລະ ວາງມາດຕະການໃສ່ເມື່ອມີການລະເມີດ.
ການທີ່ຊາວກະສິກອນມີສິດນຳໃຊ້ທີ່ດິນ ທີ່ໄດ້ຮັບການຮັບຮູ້ຢ່າງເປັນທາງການໃນຮູບແບບ ໃບຕາດິນຖາວອນ, ການວາງແຜນ, ນຳໃຊ້ທີ່ດິນແບບມີສ່ວນຮ່ວມ ຫຼື ການຂື້ນທະບຽນທີ່ດິນ ໃນຮູບແບບອື່ນໆ ເຊັ່ນ: ໃບຕາດິນສ່ວນບຸກຄົນ ແລະ ໃບຕາດິນຊຸມຊົນ ໄດ້ຊ່ວຍເພີ່ມຄວາມໝັ້ນຄົງທາງດ້ານສະບຽງອາຫານ, ໂພຊະນາການ, ຊີວະນາໆພັນ ແລະ ຄວາມຍືນຍົງດ້ານສິ່ງແວດລ້ອມ.
ຫົວຂໍ້ ປະຕິທິນປະຈໍາເດືອນກັນຍາ ແລະ ຕຸລາ ນີ້ແມ່ນ ນໍາສະເໜີ ເພື່ອເປັນການສຶກສາ ແລະ ທຳຄວາມເຂົ້າໃຈ ກ່ຽວກັບວິທີການມີສ່ວນຮ່ວມຂອງຊາວບ້ານໃນການຕັດສິນບັນຫາຢ່າງເຕັມສ່ວນ ໂດຍສະເພາະແມ່ນການແບ່ງເຂດນຳໃຊ້ທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ-ປ່າໄມ້ ແລະ ເຄື່ອງປ່າຂອງດົງ.
ເນື້ອໃນສໍາຄັນໃນຈົດໝາຍຂ່າວສະບັບນີ້ ແມ່ນ ກອງປະຊຸມອອນລາຍ ກ່ຽວກັບກົດໝາຍທີ່ດິນ ແລະ ກົດໝາຍປ່າໄມ້ສະບັບປັບປຸງໃໝ່, ການແລກປ່ຽນບົດຮຽນທີ່ດີຂອງອົງການຈັດຕັ້ງທີ່ເປັນສະມາຊິກ, ການຝຶກອົບຮົມ ແກ່ ຄູ່ຮ່ວມງານ ກ່ຽວກັບທັກສະການຮຽນຮູ້ທີ່ຫຼາກຫຼາຍສໍາລັບຄູຝຶກ ແລະ ການແກ້ໄຂບັນຫາກ່ຽວກັບທີ່ດິນ ໂດຍນໍາໃຊ້ກົດໝາຍ ຂອງໂຄງການ ໄລຟ໌ ແລະ ກິດຈະກໍາເດັ່ນຂອງສະມາຊິກ ແລະ ຄູ່ຮ່ວມງານກ່ຽວກັບວຽກງານ ການຮັບຮູ້ສິດຕາມປະເພນີ. ນອກນັ້ນຍັງມີການສະຫຼຸບຂ່າວເດັ່ນ ແລະ ການແຈ້ງກິດຈະກໍາທີ່ຈະເກີດຂື້ນໃນໄຕມາດໜ້າ.
ກໍລະນີສຶກສານີ້ ນໍາສະແດງໃຫ້ເຫັນເຖິງບາງບັນ ຫາທີ່ກ່ຽວຂ້ອງ ທີ່ເກີດຂື້ນໃນຂັ້ນບ້ານ, ອະທິບາຍເຖິງວຽກການການເຜີຍແຜ່ ແລະ ປູກຈິດສໍານຶກ ພ້ອມທັງສະເໜີຂໍ້ແນະນໍາ ເພື່ອເປັນແນວທາງໃຫ້ກັບໂຄງການໃນອະນາຄົດ.

Recent posts

ຄວາມຄິດເຫັນລ່າສຸດ