
ແຫຼ່ງຂ່າວຈາກ: ເສດຖະກິດ-ການຄ້າ, Vientiane Times/ANN, The Phnom Penh Post/ANN
ຈາກປະເດັນທີ່ເປັນກ່ຽວກັບການ ແຈ້ງຍົກເລີກໂຄງການພັດທະນາແຫຼ່ງທ່ອງທ່ຽວອຸທິຍານນໍ້າຕົກຄອນພະເພັງ ຂອງບໍລິ ສັດລາວ ທີ່ໄດ້ມີການສໍາປະທານ (ໃນເນື້ອທີ່ 51 ເຮັກຕາ) ເຊິ່ງເປັນບໍລິສັດຂອງຄົນລາວ ທີ່ໄດ້ສໍາປະທານມາຕັ້ງແຕ່ປີ 2011 ເປັນຕົ້ນມາ.
ເຊິ່ງຈາກລາຍງານຂ່າວ ເຮັດໃຫ້ມີຄວາມສັບສົນເລັກໜ້ອຍກ່ຽວກັບ ເນື້ອຫາຂອງຂ່າວ ວ່າ ‘ໂຄງການທີ່ຖືກຍົກເລີກນັ້ນເປັນໂຄງການໃໝ່ ທີ່ ນອນຢູ່ໃນແຜນພັດທະນາຂອງ ໂຄງການເຂດເສດຖະກິດພິເສດມະຫານະທີສີທັນດອນ ທີ່ບໍລິສັດຈີນສໍາປະທານ ຫຼື ເປັນໂຄງການອື່ນ’.
ເຊິ່ງຈາກສຶກສາເບິ່ງຫຼາຍແຫຼ່ງຂ່າວຈຶ່ງເປັນທີ່ຊັດເຈນວ່າ ໂຄງການພັດທະນາແຫຼ່ງທ່ອງທ່ຽວອຸທິຍານນໍ້າຕົກຄອນພະເພັງທີ່ມີການແຈ້ງໃຫ້ຍົກລີກນັ້ນ ແມ່ນເປັນຂອງບໍລິສັດລາວ ເຊິ່ງການຍົກເລີກນີ້ແມ່ນ ເພື່ອເປີດເສັ້ນທາງໃຫ້ພັດທະນາໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ ນັ້ນເອົງ.

ການແຈ້ງຍົກເລີກໂຄງການດັ່ງກ່າວນັ້ນ ແມ່ນອີງໃສ່ ຂໍ້ຕົກລົງ ຂອງແຂວງຈໍາປາສັກ ສະບັບເລກທີ 1604/ຈຂ.ຈສ ລົງວັນທີ 30 ທັນວາ 2019 ວ່າດ້ວຍການຍົກເລີກ ອະນຸຍາດລົງທຶນພາຍໃນ ທີ່ລະບຸວ່າ ເຈົ້າແຂວງໆຈໍາປາສັກ ໄດ້ຕົກລົງເຫັນດີຍົກເລີກ (ລົບລ້າງ) ໃບອະນຸຍາດລົງທຶນພາຍໃນ ສະບັບເລກທີ 015-11 ແລະ ສະບັບເລກທີ 016-11, ລົງວັນທີ 22 ມິຖຸນາ 2011 ທີ່ໄດ້ອະນຸຍາດໃຫ້ ທ່ານນາງ ສົມເລັດ ໂພສາລາດ ສ້າງຕັ້ງໂຄງການພັດທະນາແຫຼ່ງທ່ອງທ່ຽວນໍ້າຕົກຕາດຄອນພະເພັງ ແລະ ນໍ້າຕົກຕາດສົມພະມິດ ເມືອງໂຂງ (ນັບແຕ່ປີ 2011 ມາ); ຂໍ້ຕົກລົງ ສະບັບເລກທີ 1119/ຈຂຈ ລົງວັນທີ 31 ພຶດສະພາ 2011 ວ່າດ້ວຍການສໍາປະທານເນື້ອທີ່ດິນບໍລິເວນນໍ້າຕົກຕາດຄອນພະເພັງ ຈໍານວນ 51 ເຮັກຕາ ແລະ ຂໍ້ຕົກລົງ ສະບັບເລກທີ 557/ຈຂ.ຈສ ລົງວັນທີ 26 ເມສາ 2012 ວ່າດ້ວຍການອະນຸມັດໃຫ້ ກຸ່ມບໍລິສັດຍິ່ງໂຊກໄຊ ຮັບເໝົາການຈັດເກັບລາຍຮັບຈາກຄ່າທໍານຽມເຂົ້າຊົມແຫຼ່ງທ່ອງ ທ່ຽວນໍ້າຕົກຕາດຄອນພະເພັງ.

ລັດຖະບານລາວ ກັບ ບໍລິສັດ ລາວ ມະຫານາທີ່ສີທັນດອນ ຂອງ ຮົງກົງ (Laos Maha Nathi Sithandone (Hong Kong) Investment Co, Limited) & ບໍລິສັດ LTV Road and Bridge Construction Sole Co Ltd ໄດ້ມີການເຊັນສັນຍາ ເພື່ອພັດທະນາໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ ທີ່ເມືອງໂຂງ ແຂວງຈໍາປາສັກ ໃນວັນທີ 30 ມິຖຸນາ 2018.

ໂຄງການ ເຂດເສດຖະກິດພິເສດມະຫານະທີສີທັນດອນ ແມ່ນມີເນື້ອທີ່ສໍາປະທານເຖິງ 9,846 ເຮັກຕາ ໂດຍມີໄລຍະການສໍາປະທານເຖິງ 99 ປີ ເຊິ່ງມີມູນຄ່າການລົງທຶນພັດທະນາເຂດ ແມ່ນ 9 ຕື້ໂລດາສະຫະລັດ ໂດຍຈະມີແບ່ງອອກເປັນ 6 ໄລຍະຂອງການພັດທະນາເຂດແຕ່ປີ 2018 - 2050.
ຕາມການລາຍງານແຈ້ງໃຫ້ຮູ້ວ່າ ປະຊາຊົນ ຫຼາຍກວ່າ 150 ຄອບຄົວ ໃນເມືອງໂຂງ ແຂວງຈໍາປາສັກ ແມ່ນຈະໄດ້ຮັບຜົນກະທົບຈາກໂຄງການ ພັດທະນາ ເຂດເສດຖະກິດພິເສດມະຫານະທີສີທັນດອນ ນີ້.
——————————————————
ຂໍ້ມູນອ້າງອີງຈາກ:
– ເສດຖະກິດ-ການຄ້າ: http://bit.ly/36T3L1r
– Vientiane Times/ANN: http://bit.ly/2sp8MzZ
– Vientiane Times/Phnom Penh Post: http://bit.ly/2NpaQ1X