HomeBlog

Blog

ໝວດໝູ່ທີ່ກ່ຽວຂ້ອງ

ກອງ​ປະ​ຊຸມ​ວ່າດ້ວຍ ​ສິດ​ທິ​ມະ​ນຸດ ແລະ ການດຳເນີນ​ທຸ​ລະ​ກິດດ້ວຍຄວາມຮັບຜິດຊອບ ແຫ່ງສະ​ຫະ​ປະ​ຊາ​ຊາດ​, ອາ​ຊີ​-ປາ​ຊີ​ຟິກ ​ຄັ້ງ​ທີ 4​

ໂດຍ ແອັດມິນ ກອງປະຊຸມວ່າດ້ວຍ ສິດທິມະນຸດ ແລະ ການດຳເນີນທຸລະກິດດ້ວຍຄວາມຮັບຜິດຊອບ ແຫ່ງສະຫະປະຊາຊາດ, ອາຊີ-ປາຊີຟິກ ຄັ້ງທີ 4 (RBHR Forum) ໄດ້​ເປີດ​ໃຫ້ ລົງ​ທະ​ບຽນ ແລ້ວ! ກອງປະຊຸມນີ້ຈະ​ຈັດຂື້ນຢູ່​ ບາງກອກ, ​ປະເທດໄທ ພ້ອມທັງຮູບແບບຖ່າຍທອດສົດ ​​ໃນລະຫວ່າງ​ວັນ​ທີ 20-22 ກັນຍາ 2022. ພາຍໃຕ້ຫົວຂໍ້ “Harnessing Levers...

ສາເຫດໃດທີ່ກໍ່ໃຫ້ເກີດວິກິດການເງິນຕາ ຢູ່ ສປປ ລາວ?

ໂດຍ ແອັດມິນ ໃນທ້າຍເດືອນພຶດສະພາ ປີ 2022, ເວັບໄຊທ໌ The Diplomat ໄດ້ເຜີຍແຜ່ບົດຄວາມທີ່ກ່ຽວຂ້ອງກັບປະເດັນທີ່ກຳລັງສະຜົນກະທົບເຖິງເສດຖະກິດຂອງປະເທດລາວ  ໃນປະຈຸບັນ ນັ້ນກໍ່ຄື ວິກິດການເງິນຕາ ເຊິ່ງຂຽນໂດຍ James Guild, ຜູ້ຊ່ຽວຊານທາງດ້ານການຄ້າ, ການເງິນ ແລະ ການພັດທະນາເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້. ບົດຄວາມດັ່ງກ່າວມີເນື້ອຫາດັ່ງນີ້: ການເພີ່ມຂື້ນຂອງໜີ້ສິນຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດທີ່ມີຢູ່ໜ້ອຍ ເຮັດໃຫ້ປະເທດທີ່ມີປະຊາກອນ 7 ລ້ານຄົນ...

ງານຝຶກອົບຮົມສຳລັບຄູຝຶກ ຄັ້ງທີ 2 ຂອງໂຄງການ PIASVC “ການມີສ່ວນຂອງຄວາມຫຼາກຫຼາຍ ແລະເພດພາວະໃນສັງຄົມ & ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ”

ໂດຍ LIWG ໃນລະຫວ່າງວັນທີ 6-10 ມີຖຸນາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ການມີສ່ວນຂອງຄວາມຫຼາກຫຼາຍ ແລະເພດພາວະໃນສັງຄົມ & ການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບທາງເພດໃນຊຸມຊົນ” ໃຫ້ແກ່ ໂຄງການ...

ກອງປະຊຸມປຶກສາຫາລືເພື່ອ​ຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ດ້ານການ​ປູກ​ຈິດ​ສຳ​ນຶກ ເພື່ອໃຊ້ເຂົ້າໃນໂຄງການ PIASVC

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 23-24 ພຶດສະພາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດກອງປະຊຸມປຶກສາຫາລືເພື່ອ​ຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ດ້ານການ​ປູກ​ຈິດ​ສຳ​ນຶກ ເພື່ອໃຊ້ເຂົ້າໃນໂຄງການ PIASVC ໃຫ້ແກ່ອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ນາງ...

ງານຝຶກອົບຮົມສຳລັບຄູຝຶກ “ສິດທີ່ດິນຕາມປະເພນີ ແລະ ທັກສະການຮຽນຮູ້ທີ່ຫຼາກຫຼາຍສຳລັບການເປັນຜູ້ອຳນວຍຄວາມສະດວກ”

ໂດຍ ກຸ່ມແລກປ່ຽນຂໍ້ມູນເເລື່ອງທີ່ດິນ ໃນລະຫວ່າງວັນທີ 9-13 ພຶດສະພາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ສິດທີ່ດິນຕາມປະເພນີ ແລະ ທັກສະການຮຽນຮູ້ທີ່ຫຼາກຫຼາຍສຳລັບການເປັນຜູ້ອຳນວຍຄວາມສະດວກສຳລັບຄູຝຶກ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ...

ກອງປະຊຸມປຶກສາຫາລືເພື່ອຄັດເລືອກຄັດເລືອກເຄື່ອງມືໃຫ້ຄຳປຶກສາທາງດ້ານກົດໝາຍ ເພື່ອນຳໃຊ້ໃນໂຄງການ PIASVC

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 3-4 ພຶດສະພາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດກອງປະຊຸມປຶກສາຫາລືຄັດເລືອກເຄື່ອງມືໃຫ້ຄຳປຶກສາທາງດ້ານກົດໝາຍ ເພື່ອນຳໃຊ້ໃນໂຄງການ PIASVC ໃຫ້ແກ່ອົງກອນສະມາສິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ວໍຣະສອນ ແດງກາຍະພິຈິດ,...

ໂຄງການ PIASVC ປະກາດລາຍຊື່ອົງກອນສະມາຊິກຂອງ LIWG ທີ່ຖືກຄັດເລືອກໃນຮອບທຳອິດ ເພື່ອຮັບທຶນຍ່ອຍ

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 19 ເມສາ 2022, ໂຄງການ PIASVC ໄດ້ປະກາດລາຍຊື່ບັນດາອົງກອນສະມາຊິກຂອງກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃນຮອບທຳອິດ ເພື່ອຮັບທຶນຍ່ອຍໃນການຈັດຕັ້ງປະຕິບັດໂຄງການໃນພື້ນທ່ີ່ເປົ້າໝາຍທົ່ວປະເທດ. ເຊິ່ງມີ 11 ອົງກອນທີ່ຖືກຄັດ ຕາມລາຍຊື່ດັ່ງລຸ່ມນີ້: 1.     Community Association for Salvation and Environment (CASE) ...

ກອງປະຊຸມພາຍໃຕ້ຫົວຂໍ້ການແລກປ່ຽນຂໍ້ມູນກ່ຽວກັບຜົນຂອງການວິເຄາະການລົງທຶນໃນທີ່ດິນຢູ່ໃນ ສປປ ລາວ ກັບ ພາກສ່ວນສັງຄົມພົນລະເຮືອນ

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນຕອນບ່າຍຂອງ ວັນທີ 6 ເມສາ 2022, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ສູນເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ໄດ້ຈັດກອງປະຊຸມ ການແລກປ່ຽນຂໍ້ມູນກ່ຽວກັບຜົນຂອງການວິເຄາະການລົງທຶນໃນທີ່ດິນ ຢູ່ໃນສປປລາວ ກັບ ພາກສ່ວນສັງຄົມພົນລະເຮືອນ. ເຊິ່ງເປັນປະທານ ແລະ ກ່ຽວເປີດກອງປະຊຸມໂດຍ ທ່ານ ສັນຕິ ໄຊປັນຍາ,...

ງານນຳສະເໜີ 5 ບົດສັງລວມຫຍໍ້ກ່ຽວກັບປະເດັນທີ່ດິນ ວັນທີ 6 ເມສາ 2022

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ໃນວັນທີ 6 ເມສາ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ໄດ້ຈັດງານນຳສະເໜີບົດສັງລວມຫຍໍ້ກ່ຽວກັບປະເດັນທີ່ດິນ ຮ່ວມກັບ MRLG. ເຊິ່ງເປັນປະທານກອງປະຊຸມໂດຍ ທ່ານ ສັນຕິ ໄຊປັນຍາ, ປະທານຄະນະຊີ້ນຳກອງເລຂາ LIWG ແລະ ທ່ານ ໄມກາ ອິນການ, ຫົວໜ້າໂຄງການ MRLG. ຜູ້ຕາງໜ້າຈາກພາກລັດທີ່ກ່ຽວຂ້ອງ...

ໂພສຫຼ້າສຸດ

loລາວ