HomeBlog

Blog

ໝວດໝູ່ທີ່ກ່ຽວຂ້ອງ

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ມັງກອນ – ມີນາ 2021

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ສະບັບນີ້ ເປັນສະບັບທີ10 ປະຈໍາໄຕມາດ ເດືອນ ມັງກອນ – ມີນາ 2021 ໂດຍມີຈຸດປະສົງ ເພື່ອນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາກຸ່ມແລກ ປ່ຽນຂໍ້ມູນເລື່ອງທີ່ດິນ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມກ່ຽວກັບວຽກງານດ້ານທີ່ດິນ, ການປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ການສົ່ງເສີມການເຄົາລົບສິດທິຂອງຊຸມຊົນ ຕໍ່ກັບການຄອບຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດ.

ວິດີໂອ: ສຽງຂອງໄວໜຸ່ມ ໃນການປົກປັກຮັກສາທີ່ດິນ ແລະ ຊັບພະຍາກອນທໍາມະຊາດ ໃນຊຸມຊົນ

ການລົງມືປະຕິບັດຂອງໄວໜຸ່ມແມ່ນມີຄວາມຈໍາເປັນຫຼາຍໃນປັດຈຸບັນ ທີ່ຈະເປັນຜູ້ປົກປັກຮັກສາຊັບພະຍາກອນທໍາມະຊາດໃຫ້ຄົງຢູ່ ເພື່ອເອົາໄວ້ໃຫ້ລູກໃຫ້ຫຼານເຮົາໄດ້ເຫັນໃນອະນາຄົດ.

ລາວໄດ້ສູນເສຍເນື້ອທີ່ປ່າໄມ້ກວ່າ 945,000 ເຮັກຕາ ໃນຊ່ວງປີ 2000 – 2015 ທີ່ຜ່ານມາ

ທີ່ດິນປ່າໄມ້ກວ່າ 50% ທີ່ຖືກປ່ຽນເປັນເນື້ອທີ່ກະສິກໍານັ້ນສ່ວນໃຫຍ່ແມ່ນພືດດ່ຽວ ເຊັ່ນ: ການປູກສາລີ, ມັນຕົ້ນ ແລະ ອ້ອຍ.

ແຜ່ນດິນຂອງເຮົາ: ລະບົບນິເວດທີ່ດີຂອງໂລກ ແມ່ນຊຸມຊົນບັນດາເຜົ່າເກືອບເຄິ່ງໜຶ່ງຂອງທົ່ວໂລກຊ່ວຍກັນດູແລ ແລະ ປົກປັກຮັກສາ

ຄົນຊົນເຜົ່າແມ່ນມີບົດບາດຄວາມສໍາຄັນ ໃນການປົກຮັກສາປ່າ ແລະ ທໍາມະຊາດ ແຕ່ສິ່ງທີ່ສໍາຄັນຄື ຈະເຮັດແນວໃດໃຫ້ຄົນໃນທົ່ວສັງ ຄົມເຂົ້າໃຈວ່າ ຄົນທີ່ຢູ່ໃນປ່ານັ້ນ ຄືຄົນທີ່ສາ ມາດອະນຸລັກປ່າໄດ້ຢ່າງດີ ບໍ່ແມ່ນຄົນທີ່ທໍາລາຍປ່າໄມ້ ຫຼື ສວຍໂອກາດຈາກປ່າໄມ້?

ວິດີໂອ: ປະຕິທິນກົດໝາຍ ເພື່ອການຮຽນຮູ້ກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

ວິດີໂອນີ້ແມ່ນໄດ້ນໍາສະເໜີກ່ຽວກັບຄວາມສໍາຄັນ ແລະ ຜົນໄດ້ຮັບຈາກການເຜີຍແຜ່ປະຕິ ທິນກົດໝາຍແກ່ປະຊາຊົນ ແລະ ໜ່ວຍງານທີ່ກ່ຽວຂ້ອງ ເພື່ອການຮັບຮູ້ກ່ຽວກັບກົດໝາຍກ່ຽວກັບປະເດັນທີ່ດິນ ແລະ ຊັບພະຍາກອນທຳມະຊາດໃນໄລຍະຜ່ານມາ.

ວິດີໂອ: ການຝຶກອົບຮົມ ການນໍາໃຊ້ປະຕິທິນກົດໝາຍ ເພື່ອເຜີຍແຜ່ຂໍ້ມູນກ່ຽວກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ

"ການຝຶກອົບຮົມຄັ້ງນີ້ເຮົາໄດ້ຮຽນຮູ້ຫຼາກຫຼາຍວິທີໃນການເຜີຍແຜ່ຂໍ້ມູນໃນປະຕິທິນກົດ ໝາຍ ແລະ ມັນໄດ້ຊ່ວຍໃຫ້ພວກເຮົາມີແຜນຊັດເຈນຂື້ນ ໃນການເຜີຍແຜ່ປະຕິທິນໃນຊຸມ ຊົນ."

ການຄອບຄອງທີ່ດິນຕາມປະເພນີ: ການໄດ້ສິດນໍາໃຊ້ທີ່ດິນຕາມປະເພນີແມ່ນແນວໃດ?

ປະຊາຊົນລາວສ່ວນຫລາຍ ເປັນຊາວກະສິ ກອນ ແລະ ໄດ້ອາໄສທີ່ດິນປະເພດຕ່າງ ໆ ເພື່ອທໍາການຜະລິດກະສິກໍາ, ໜຶ່ງໃນປະເພດດິນທໍາການຜະລິດເຫຼົ່ານັ້ນ ແມ່ນປະຊາຊົນລາວ ໄດ້ຮັບການຕົກທອດກໍາມະສິດມາຈາກ ພໍ່ແມ່, ປູ່ຍ່າ ຕາຍາຍ ແຕ່ສ່ວນໃຫຍ່ແມ່ນບໍ່ມີ ເອກະສານຢັ້ງຢືນກໍາມະສິດທີ່ດິນ ຢ່າງຖືກ ຕ້ອງຕາມກົດໝາຍ ຈຶ່ງຖືວ່າ ເປັນການຄອບ ຄອງ ແລະ ນໍາໃຊ້ທີ່ດິນຕາມປະເພນີ.

ວິດີໂອ: ງານນໍາສະເໜີບົດສຶກສາ ແມ່ຍິງ ແລະ ສິດນໍາໃຊ້ທີ່ດິນ ຢູ່ສປປ ລາວ

ໃນວັນທີ 14 ຕຸລາ 2020 ພວກເຮົາ ຮ່ວມກັບ ສູນບໍລິການກົດໝາຍເພື່ອປະຊາຊົນ, ຄະນະນິຕິສາດ ແລະ ລັດຖະສາດ, ມຊ ໄດ້ຮ່ວມຈັດກອງປະຊຸມ ເພື່ອນໍາສະເໜີການສຶກສາຄົ້ນຄ້ວາ ກ່ຽວກັບສິດທິຕໍ່ທີ່ດິນຂອງແມ່ຍີງ ໃນສປປລາວ: ການຫັນປ່ຽນຊົນນະບົດ ແລະ ຄວາມໄຝ່ຝັນຂອງສິດຄອບຄອງທີ່ດິນທີ່ໝັ້ນຄົງ.

ຈົດໝາຍຂ່າວ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຈໍາເດືອນ ຕຸລາ – ທັນວາ 2020

ຈົດໝາຍຂ່າວສະບັບນີ້ຂອງພວກເຮົາ ແມ່ນນຳສະເໜີ ກ່ຽວກັບບັນດາກິດຈະກຳຕ່າງໆທີ່ໄດ້ຈັດຕັ້ງປະຕິບັດໂດຍ ກອງເລຂາ, ເຄືອຂ່າຍ, ຄູ່ຮ່ວມງານ ແລະ ໂຄງການລິເລີ່ມ ໃນຊ່ວງເດືອນ ຕຸລາ - ທັນວາ 2020.​

ໂພສຫຼ້າສຸດ

loລາວ