ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ

1534

ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ ໄດ້ເຊັນສັນຍາ ໃນວັນທີ   1  ພະຈິກ  2023, ນະຄອນຫຼວງວຽງຈັນໂດຍການເປັນສັກຂີພະຍານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ທ່ານ ອາເລັກຊານເດີ ເຄຼມເມີ, ຫົວຫນ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ຈ່ອງ-ກາບຼີແຢຣ ດຸສ, ອຳນວຍການພາກພື້ນຂົງເຂດແມ່ນ້ຳຂອງ, ຫ້ອງການຮ່ວມມື ແລະ ກົງສູນ ແຫ່ງປະເທດສະວິດເຊີແລນ ປະຈຳ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈນີ້ແມ່ນເອກະສານສຳຄັນໃນການ​ຮ່ວມ​ມື ​ລະຫວ່າງ ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ແລະ ອົງການເຮວວີຕັສ໌ ລາວ ຢ່າງເປັນ​ທາງ​ການ.

ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ແມ່ນໄດ້ຮັບທຶນຈາກກອງທຶນພັດທະນາສັງຄົມແຫ່ງປະເທດຍີ່ປຸ່ນ ໂດຍຜ່ານ ທະນາຄານໂລກ ຮ່ວມກັບ ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ. ໂຄງການຈະໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການເຮວວີຕັສ໌ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກົມທີ່ດິນ.

ບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ລົງນາມໂດຍ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ເຢສເປີ ເລົາຣິດເຊັນ, ຜູ້ອໍານວຍ ອົງການ ເຮວວີຕັສ ລາວ. ພິທີເຊັນບົດບັນທຶກຄວາມເຂົ້າໃຈແມ່ນມີບັນດາຜູ້ຕາງໜ້າຈາກກະຊວງຕ່າງໆເຂົ້າຮ່ວມເປັນສັກຂີພະຍານໃນການລົງນາມຄັ້ງນີ້ ເປັນຕົ້ນກະຊວງການຕ່າງປະເທດ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຍຸຕິທໍາ, ກະຊວງພາຍໃນ, ແນວລາວສ້າງຊາດ, ສະຫະພັນແມ່ຍິງລາວ ແລະ ຕາງໜ້າຜູ້ໄດ້ຮັບທຶນຍ່ອຍຈາກ 6 ສະມາຄົມ,  ທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ, ສະຖານທູດຍີ່ປຸ່ນ ແລະ ອົງການ ເຮວວີຕັສ ລາວ.  ເຊິ່ງບົດບັນທຶກຄວາມເຂົ້າໃຈນີ້ແມ່ນຈັດຂຶ້ນກ່ອນພິທີ​ສະ​ເຫຼີ​ມສະຫຼອງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 60 ປີ​ລະຫວ່າງ​ສະ​ວິດ ​ແລະ ສປປ ລາວ ​ທີ່ຈະໄດ້​ຈັດ​ຂຶ້ນ​ໃນ​ຕອນ​ແລງ ​ວັນ​ທີ 2 ພະຈິກ​ນີ້.

ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ແນໃສ່ປັບປຸງການເຂົ້າເຖິງກົດໝາຍ ແລະ ຄວາມຮູ້ຂອງປະຊາຊົນທີ່ກ່ຽວຂ້ອງກັບນຳໃຊ້ຊັບພະຍາກອນທໍາມະຊາດ, ໂດຍການສ້າງຄວານຮັບຮູ້ ແລະ ການໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ແກ່ຊຸມຊົນທີ່ຢູ່ເຂດເປົ້າໝາຍໃນ 5 ແຂວງ, ໂດຍນຳໃຊ້ ເຄື່ອງມືທີ່ແທດເໝາະກັບແຕ່ລະຂົງເຂດ ແລະ ເນັ້ນໜັກໃສ່ບັນດາແມ່ຍິງ ແລະ ປະຊາຊົນບັນດາເຜົ່າ. ໂຄງການນີ້ແມ່ນໂຄງການສ້າງຄວາມອາດສາມາດ ໂດຍຜ່ານ 6 ອົງການຈັດຕັັ້ງທາງສັງຄົມພົນລະເຮືອນ ຜູ້ທີ່ຈະໄດ້ຮັບການຝຶກອົບຮົມສ້າງຂີດຄວາມສາມາດເພື່ອລົງໄປຝຶກອົບຮົມໃຫ້ແກ່ປະຊາຊົນຢູ່ຂັ້ນບ້ານ. ສະມາຄົມຜູ້ໄດ້ຮັບທຶນຍ່ອຍຂອງໂຄງການແມ່ນຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັນກັບຄູ່ຮ່ວມງານພາກລັດ ໂດຍສຸມໃສ່ການສ້າງຂີດຄວາມສາມາດໃນຂັ້ນຊຸມຊົນ (ເຊັ່ນ: ຄະນະໄກ່ເກຍຂັ້ນບ້ານ, ຜູ້ອຳນວຍຄວາມສະດວກຂັ້ນບ້ານ ແລະ ອາສາສະໝັກກົດໝາຍ) ເພື່ອເຮັດໃຫ້ເຂົາເຈົ້າສາມາດສະໜອງການໃຫ້ຄວາມຮູ້ທີ່ມີປະສິທິພາບ ແລະ ຜົນໄດ້ຮັບທີ່ເປັນປະໂຫຍດໃຫ້ແກ່ປະຊາຊົນໃນເຂດເປົ້າໝາຍ. ໂຄງການ ໃຊ້ວິທີແບບແຕ່ລຸ່ມຂຶ້ນເທິງ ແລະ ຈະສຸມໃສ່ການເຂົ້າເຖິງການບໍລິການສ້າງຄວາມຮັບຮູ້ ແລະ ຂໍ້ມູນຂ່າວສານ ລວມທັງການບໍລິການໃຫ້ຄໍາປຶກສາດ້ານກົດໝາຍ ສໍາລັບຊຸມຊົນທີ່ບອບບາງໃນເຂດຊົນນະບົດຂອງ ສປປ.

ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງໃນ ສປປ ລາວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ວິໄສທັດປີ 2030. ໂດຍສະເພາະ ແມ່ນສອດຄອງກັບມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ສະບັບເລກທີ 026/ຄບສພ ລົງວັນທີ 3 ສິງຫາ 2017, ເຊິ່ງໄດ້ຍົກໃຫ້ເຫັນບັນດາບັນຫາຂອງລະບົບການຄຸ້ມຄອງທີ່ດິນໃນປະຈຸບັນ, ຊຶ່ງພັກໄດ້ຍໍ້າກ່ຽວກັບຄວາມສຳຄັນຂອງການຄຸ້ມຄອງ ແລະ ພັດທະນາທີ່ດິນ ຊຶ່ງເປັນທ່າແຮງບົ່ມຊ້ອນຂອງຊາດທີ່ກາຍເປັນທຶນຮອນອັນມະຫາສານທັງເປັນປັດໄຈທີ່ຂາດບໍໄດ້ໃນການພັດທະນາເສດຖະກິດສັງຄົມ ໃນມີຄວາມຍື່ນຍົງ ແລະ ສີວິໄລ ທັງເປັນບ່ອນທຳມາຫາກິນຂອງປະຊາຊົນບັນດາເຜົ່າ.

ສຳລັບໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ ແມ່ນເປັນໂຄງການທີຈັດຕັ້ງປະຕິບັດຄ່ຽງຄູ່ ໂຄງການສ້າງຄວາມເຂັ້ມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ ທີ່ຈັດຕັ້ງໂດຍ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງໄດ້ຮັບທຶນຈາກ ທະນາຄານໂລກ ຮ່ວມກັບ ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ. ໂດຍແນໃສການສ້າງຄວາມອາດສາມາດ ໃນການຄອບຄອງທີ່ດິນ ແລະ ການບໍລິການຄຸ້ມຄອງທີ່ດິນ.

ຜູ້ເຂົ້າຮ່ວມໃນພິທີໄດ້ລົງນາມສະເຫຼີມສະຫຼອງການເລີ່ມຕົ້ນໂຄງການຢ່າງເປັນທາງການພ້ອມທັງທວນຄືນຈຸດປະສົງຂອງໂຄງການ ແລະ ຄວາມປາຖະໜາຂອງທັງສອງຝ່າຍຕໍ່ກັບການຈັດຕັ້ງປະຕິບັດໂຄງການເພື່ອຜົນປະໂຫຍດສູງສຸດ.

ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່:

ບຣຸກ ບູສ, ຫົວໜ້າໂຄງການ PIASVC, brooke.bush@helvetas.org