![MOU Signing 01](https://laolandinfo.org/wp-content/uploads/2023/11/Website-696x393.jpg)
ພິທີເຊັນບົດບັນທຶກຄວາມເຂົ້າໃຈໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ ໄດ້ເຊັນສັນຍາ ໃນວັນທີ 1 ພະຈິກ 2023, ນະຄອນຫຼວງວຽງຈັນໂດຍການເປັນສັກຂີພະຍານ ຂອງ ທ່ານ ພູວົງ ຫຼວງໄຊຊະນະ, ຮອງລັດຖະມົນຕີ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ອາເລັກຊານເດີ ເຄຼມເມີ, ຫົວຫນ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ແລະ ທ່ານ ຈ່ອງ-ກາບຼີແຢຣ ດຸສ, ອຳນວຍການພາກພື້ນຂົງເຂດແມ່ນ້ຳຂອງ, ຫ້ອງການຮ່ວມມື ແລະ ກົງສູນ ແຫ່ງປະເທດສະວິດເຊີແລນ ປະຈຳ ສປປ ລາວ. ບົດບັນທຶກຄວາມເຂົ້າໃຈນີ້ແມ່ນເອກະສານສຳຄັນໃນການຮ່ວມມື ລະຫວ່າງ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ອົງການເຮວວີຕັສ໌ ລາວ ຢ່າງເປັນທາງການ.
ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ແມ່ນໄດ້ຮັບທຶນຈາກກອງທຶນພັດທະນາສັງຄົມແຫ່ງປະເທດຍີ່ປຸ່ນ ໂດຍຜ່ານ ທະນາຄານໂລກ ຮ່ວມກັບ ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ. ໂຄງການຈະໄດ້ຮັບການຈັດຕັ້ງປະຕິບັດໂດຍ ອົງການເຮວວີຕັສ໌ ລາວ ໂດຍໄດ້ຮັບການສະໜັບສະໜູນ ຈາກກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ກົມທີ່ດິນ.
![](https://laolandinfo.org/wp-content/uploads/2023/11/Website2-1024x578.jpg)
ບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ລົງນາມໂດຍ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ທ່ານ ເຢສເປີ ເລົາຣິດເຊັນ, ຜູ້ອໍານວຍ ອົງການ ເຮວວີຕັສ ລາວ. ພິທີເຊັນບົດບັນທຶກຄວາມເຂົ້າໃຈແມ່ນມີບັນດາຜູ້ຕາງໜ້າຈາກກະຊວງຕ່າງໆເຂົ້າຮ່ວມເປັນສັກຂີພະຍານໃນການລົງນາມຄັ້ງນີ້ ເປັນຕົ້ນກະຊວງການຕ່າງປະເທດ, ກະຊວງກະສິກໍາ ແລະ ປ່າໄມ້, ກະຊວງຍຸຕິທໍາ, ກະຊວງພາຍໃນ, ແນວລາວສ້າງຊາດ, ສະຫະພັນແມ່ຍິງລາວ ແລະ ຕາງໜ້າຜູ້ໄດ້ຮັບທຶນຍ່ອຍຈາກ 6 ສະມາຄົມ, ທະນາຄານໂລກ, ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ, ສະຖານທູດຍີ່ປຸ່ນ ແລະ ອົງການ ເຮວວີຕັສ ລາວ. ເຊິ່ງບົດບັນທຶກຄວາມເຂົ້າໃຈນີ້ແມ່ນຈັດຂຶ້ນກ່ອນພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີລະຫວ່າງສະວິດ ແລະ ສປປ ລາວ ທີ່ຈະໄດ້ຈັດຂຶ້ນໃນຕອນແລງ ວັນທີ 2 ພະຈິກນີ້.
ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ (PIASVC) ແນໃສ່ປັບປຸງການເຂົ້າເຖິງກົດໝາຍ ແລະ ຄວາມຮູ້ຂອງປະຊາຊົນທີ່ກ່ຽວຂ້ອງກັບນຳໃຊ້ຊັບພະຍາກອນທໍາມະຊາດ, ໂດຍການສ້າງຄວານຮັບຮູ້ ແລະ ການໃຫ້ຄໍາປຶກສາທາງດ້ານກົດໝາຍໃຫ້ແກ່ຊຸມຊົນທີ່ຢູ່ເຂດເປົ້າໝາຍໃນ 5 ແຂວງ, ໂດຍນຳໃຊ້ ເຄື່ອງມືທີ່ແທດເໝາະກັບແຕ່ລະຂົງເຂດ ແລະ ເນັ້ນໜັກໃສ່ບັນດາແມ່ຍິງ ແລະ ປະຊາຊົນບັນດາເຜົ່າ. ໂຄງການນີ້ແມ່ນໂຄງການສ້າງຄວາມອາດສາມາດ ໂດຍຜ່ານ 6 ອົງການຈັດຕັັ້ງທາງສັງຄົມພົນລະເຮືອນ ຜູ້ທີ່ຈະໄດ້ຮັບການຝຶກອົບຮົມສ້າງຂີດຄວາມສາມາດເພື່ອລົງໄປຝຶກອົບຮົມໃຫ້ແກ່ປະຊາຊົນຢູ່ຂັ້ນບ້ານ. ສະມາຄົມຜູ້ໄດ້ຮັບທຶນຍ່ອຍຂອງໂຄງການແມ່ນຈະໄດ້ເຮັດວຽກຢ່າງໃກ້ຊິດຮ່ວມກັນກັບຄູ່ຮ່ວມງານພາກລັດ ໂດຍສຸມໃສ່ການສ້າງຂີດຄວາມສາມາດໃນຂັ້ນຊຸມຊົນ (ເຊັ່ນ: ຄະນະໄກ່ເກຍຂັ້ນບ້ານ, ຜູ້ອຳນວຍຄວາມສະດວກຂັ້ນບ້ານ ແລະ ອາສາສະໝັກກົດໝາຍ) ເພື່ອເຮັດໃຫ້ເຂົາເຈົ້າສາມາດສະໜອງການໃຫ້ຄວາມຮູ້ທີ່ມີປະສິທິພາບ ແລະ ຜົນໄດ້ຮັບທີ່ເປັນປະໂຫຍດໃຫ້ແກ່ປະຊາຊົນໃນເຂດເປົ້າໝາຍ. ໂຄງການ ໃຊ້ວິທີແບບແຕ່ລຸ່ມຂຶ້ນເທິງ ແລະ ຈະສຸມໃສ່ການເຂົ້າເຖິງການບໍລິການສ້າງຄວາມຮັບຮູ້ ແລະ ຂໍ້ມູນຂ່າວສານ ລວມທັງການບໍລິການໃຫ້ຄໍາປຶກສາດ້ານກົດໝາຍ ສໍາລັບຊຸມຊົນທີ່ບອບບາງໃນເຂດຊົນນະບົດຂອງ ສປປ.
ໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງໃນ ສປປ ລາວ ແມ່ນສອດຄ່ອງກັບ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ແລະ ວິໄສທັດປີ 2030. ໂດຍສະເພາະ ແມ່ນສອດຄອງກັບມະຕິຄະນະບໍລິຫານງານສູນກາງພັກ ວ່າດ້ວຍ ການເພີ່ມທະວີການຄຸ້ມຄອງ ແລະ ພັດທະນາທີ່ດິນ ໃນໄລຍະໃໝ່ ສະບັບເລກທີ 026/ຄບສພ ລົງວັນທີ 3 ສິງຫາ 2017, ເຊິ່ງໄດ້ຍົກໃຫ້ເຫັນບັນດາບັນຫາຂອງລະບົບການຄຸ້ມຄອງທີ່ດິນໃນປະຈຸບັນ, ຊຶ່ງພັກໄດ້ຍໍ້າກ່ຽວກັບຄວາມສຳຄັນຂອງການຄຸ້ມຄອງ ແລະ ພັດທະນາທີ່ດິນ ຊຶ່ງເປັນທ່າແຮງບົ່ມຊ້ອນຂອງຊາດທີ່ກາຍເປັນທຶນຮອນອັນມະຫາສານທັງເປັນປັດໄຈທີ່ຂາດບໍໄດ້ໃນການພັດທະນາເສດຖະກິດສັງຄົມ ໃນມີຄວາມຍື່ນຍົງ ແລະ ສີວິໄລ ທັງເປັນບ່ອນທຳມາຫາກິນຂອງປະຊາຊົນບັນດາເຜົ່າ.
ສຳລັບໂຄງການ ການໃຫ້ບໍລິການຂໍ້ມູນສາທາລະນະ ແລະ ການສ້າງຄວາມຮັບຮູ້ໃຫ້ແກ່ຊຸມຊົນທີ່ມີຄວາມບອບບາງ ໃນ ສປປ ລາວ ແມ່ນເປັນໂຄງການທີຈັດຕັ້ງປະຕິບັດຄ່ຽງຄູ່ ໂຄງການສ້າງຄວາມເຂັ້ມແຂງວຽກງານຂື້ນທະບຽນອອກໃບຕາດິນຢ່າງເປັນລະບົບ ທີ່ຈັດຕັ້ງໂດຍ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ເຊິ່ງໄດ້ຮັບທຶນຈາກ ທະນາຄານໂລກ ຮ່ວມກັບ ອົງການເພື່ອການພັດທະນາ ແລະ ການຮ່ວມມື ແຫ່ງປະເທດສະວິດ. ໂດຍແນໃສການສ້າງຄວາມອາດສາມາດ ໃນການຄອບຄອງທີ່ດິນ ແລະ ການບໍລິການຄຸ້ມຄອງທີ່ດິນ.
ຜູ້ເຂົ້າຮ່ວມໃນພິທີໄດ້ລົງນາມສະເຫຼີມສະຫຼອງການເລີ່ມຕົ້ນໂຄງການຢ່າງເປັນທາງການພ້ອມທັງທວນຄືນຈຸດປະສົງຂອງໂຄງການ ແລະ ຄວາມປາຖະໜາຂອງທັງສອງຝ່າຍຕໍ່ກັບການຈັດຕັ້ງປະຕິບັດໂຄງການເພື່ອຜົນປະໂຫຍດສູງສຸດ.
ສຳລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່:
ບຣຸກ ບູສ, ຫົວໜ້າໂຄງການ PIASVC, brooke.bush@helvetas.org