ກອງປະຊຸມປຶກສາຫາລື ເພື່ອສະຫຼຸບການຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ກ່ຽວກັບການໃຫ້ຄໍາປືກສາທາງດ້ານກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທໍາ, ສັນຍາກະສິກຳ ແລະ ການລົງທຶນກະສິກຳທີ່ມີຄວາມຮັບຜິດຊອບ ເພື່ອໃຊ້ເຂົ້າໃນໂຄງການ PIASVC

1051

ໂດຍ LIWG ແລະ Helvetas Laos

ໃນວັນທີ 22 ກໍລະກົດ 2022 ທີ່ຜ່ານມາ, ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດ “ກອງປະຊຸມປຶກສາຫາລື ເພື່ອສະຫຼຸບການຄັດເລືອກເອົາເຄື່ອງມືສື່ສານ-ຝຶກອົບຮົມ ກ່ຽວກັບການໃຫ້ຄໍາປືກສາທາງດ້ານກົດໝາຍ ແລະ ການເຂົ້າເຖິງຄວາມຍຸຕິທໍາ, ສັນຍາກະສິກຳ ແລະ ການລົງທຶນກະສິກຳທີ່ມີຄວາມຮັບຜິດຊອບ ເພື່ອໃຊ້ເຂົ້າໃນໂຄງການ PIASVC ໃຫ້ແກ່ອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ, ໂດຍການເປັນປະທານກອງປະຊຸມຂອງ ທ່ານ ວໍຣະສອນ ແດງກາຍະພິຈິດ, ຜູ້ປະສານງານພາຍໃນ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ. ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂື້ນຜ່ານທາງອອນລາຍ ແລະ ນຳພາຈັດຕັ້ງປະຕິບັດການຄັດເລືອກເຄື່ອງມືໂດຍ ບໍລິສັດ ກົດໝາຍ ແລະ ການພັດທະນາ ການຮ່ວມມື (LDP).

ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອສະຫຼຸບເຄື່ອງມື ຈາກການຄັດເລືອກຮອບທຳອິດ ໃນລະຫວ່າງວັນທີ 2-3 ພຶດສະພາ 2022 ໂດຍຜູ້ເຂົ້າຮ່ວມຈາກ ບັນດາອົງກອນທີ່ຖືກຄັດເລືອກໃຫ້ຮັບທຶນ ຈາກໂຄງການ PIASVC ແລະ ຕາງໜ້າຈາກພາກລັດ ກໍ່ຄື ກົມທີ່ດິນ. ພາຍໃນກອງປະຊຸມ, ຜູ້ນຳພາການຄັດເລືອກເຄື່ອງມື ໄດ້ຈັດກຸ່ມໃຫ້ແກ່ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ເຮັດວຽກຮ່ວມກັນ ເພື່ອຮວບຮວມ ແລະ ນຳສະເໜີເຄື່ອງມື ທັງຕອນເຊົ້າ ແລະ ຕອນບ່າຍ ທີ່ກ່ຽວຂ້ອງກັບ ການໃຫ້ຄຳປຶກສາທາງດ້ານກົດໝາຍ, ການເຂົ້າເຖິງຄວາມຍຸຕິທຳ, ເຄື່ອງມືການປູກຈິດສຳນຶກ, ສັນຍາກະສິກຳ ແລະ ການລົງທຶນທາງດ້ານກະສິກຳດ້ວຍຄວາມຮັບຜິດຊອບ.

ຫຼັງຈາກນີ້ ຈະມີການສັງລວມບັນດາເຄື່ອງມືທີ່ຖືກຄັດເລືອກຈາກການປະຊຸມໃນຮອບສຸດທ້າຍ ເພື່ອທຳການຈັດພິມ ໃຫ້ແກ່ບັນດາອົງກອນທີ່ຕ້ອງການນຳໃຊ້ໃນການເຜີຍແຜ່ຂໍ້ມູນ ແລະ ຈັດຕັ້ງປະຕິບັດກິດຈະກຳອື່ນໆ ພາຍໃຕ້ໂຄງການ PIASVC.