ງານຝຶກອົບຮົມສຳລັບຄູຝຶກ “ສິດທີ່ດິນຕາມປະເພນີ ແລະ ທັກສະການຮຽນຮູ້ທີ່ຫຼາກຫຼາຍສຳລັບການເປັນຜູ້ອຳນວຍຄວາມສະດວກ”

871

ໂດຍ ກຸ່ມແລກປ່ຽນຂໍ້ມູນເເລື່ອງທີ່ດິນ

ໃນລະຫວ່າງວັນທີ 9-13 ພຶດສະພາ 2022 ທີ່ຜ່ານມາ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ຮ່ວມກັບ ອົງການ ເຮວວີຕັດ ລາວ (Helvetas Laos) ໄດ້ຈັດການຝຶກອົບຮົມ ກ່ຽວກັບ “ສິດທີ່ດິນຕາມປະເພນີ ແລະ ທັກສະການຮຽນຮູ້ທີ່ຫຼາກຫຼາຍສຳລັບການເປັນຜູ້ອຳນວຍຄວາມສະດວກສຳລັບຄູຝຶກ” ໃຫ້ແກ່ ໂຄງການ ການໃຫ້ຂໍ້ມູນ  ແລະ  ການປູກຈິດສຳນຶກ ໃຫ້ແກ່ຊຸມຊົນທີ່ດ້ອຍໂອກາດ ໃນ ສປປ ລາວ (PIASVC) ເຊິ່ງສະໜອງການຝຶກອົບຮົມ ໂດຍ ໂຄງການ ໄລຟ໌ (ໃນຖານະ ຄູຝຶກ), ແລະ ເຂົ້າຮ່ວມໂດຍ ບັນດາອົງກອນສະມາຊິກຂອງ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ທີ່ຖືກຄັດເລືອກໃຫ້ຮັບທຶນຍ່ອຍເພື່ອຈັດຕັ້ງປະຕິບັດໂຄງການໃນພື້ນທີ່ເປົ້າໝາຍ ຂອງແຕ່ລະອົງການ.

ຊຸດການຝຶກອົບຮົມຂອງໂຄງການ PIASVC ແມ່ນກ່ຽວຂ້ອງກັບຫົວຂໍ້ທີ່ຕິດພັນກັບທີ່ດິນ ແລະ ຊັບພະຍາກອນທໍາມະຊາດ, ຄວາມສະເໝີພາບທາງເພດ ແລະ ການມີສ່ວນຮ່ວມ, ການເຂົ້າເຖິງຄວາມຍຸຕິທຳ ແລະ ການໃຫ້ຄຳປຶກສາທາງດ້ານກົດໝາຍ ໃຫ້ແກ່ພະນັກງານຈາກບັນດາອົງກອນສະມາຊິກຂອງ LIWG ທີ່ໄດ້ຮັບທຶນຈາກ ໂຄງການ PIASVC. ເຊິ່ງນີ້ແມ່ນເປັນການຝຶກອົບຮົມຄັ້ງທໍາອິດຂອງ ໂຄງການ PIASVC.

ການຝຶກອົບຮົມຄັ້ງນີ້ແມ່ນມີຄວາມສຳຄັນຫຼາຍໃນການສ້າງຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມ ທີ່ເຮັດວຽກໃນຫຼາກຫຼາຍຂະແໜງ. ເຊິ່ງການຝຶກອົບຮົມດັ່ງກ່າວແມ່ນເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນບົດຮຽນ ແລະ ປະສົບການຈາກແຕ່ລະອົງກອນ ເພື່ອນຳເອົາເຄື່ອງມື ແລະ ໃຊ້ໃຫ້ແທດເໝາະກັບພື້ນທີ່ໂຄງການຂອງແຕ່ລະອົງກອນ.