
LIWG
ໃນວັນທີ 14 ຕຸລາ 2020 ພວກເຮົາ (ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ) ຮ່ວມກັບ ສູນບໍລິການກົດໝາຍເພື່ອປະຊາຊົນ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມຊ ໄດ້ຮ່ວມຈັດກອງປະຊຸມ ເພື່ອນໍາສະເໜີການສຶກສາຄົ້ນຄ້ວາ ກ່ຽວກັບສິດທິຕໍ່ທີ່ດິນຂອງແມ່ຍີງ ໃນສປປລາວ: ການຫັນປ່ຽນຊົນນະບົດ ແລະ ຄວາມໄຝ່ຝັນຂອງສິດຄອບຄອງທີ່ດິນທີ່ໝັ້ນຄົງ ໂດຍມີຈຸດປະສົງ ເພື່ອເປັນສ້າງຄວາມເຂົ້າໃຈໃຫ້ເລິກເຊື່ງຕໍ່ກັບ ສິດທິແມ່ຍິງຕໍ່ກັບທີ່ດິນ ທີ່ດໍາລົງຊີວິດຢູ່ໃນຫຼາຍພື້ນທີ່ຂອບເຂດປະເທດລາວ.
- ງານສຶກສານີ້ ແມ່ນສາມາດດາວໂລດໄດ້ທີ່: https://bit.ly/37ic4Hh
- ແລະ ບົດສະຫຼຸບຫຍໍ້ຂອງບົດສຶກສາ ສາມາດດາວໂລດໄດ້ທີ່: http://bit.ly/2K8RXSO
ບົດຄົ້ນຄວ້າໄດ້ຮັບການສະໜັບສະໜູນຈາກ Bread for the World ແລະ ອົງການ CARE ປະຈໍາປະເທດລາວ.