19 ເລື່ອງເດັ່ນແຫ່ງປີ 2019 ວ່າດ້ວຍປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວ

3931

ໂດຍ: ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ໃນຊ່ວງ 1 ປີ ຜ່ານມາ ມີຫຼາຍເຫດການ ແລະ ເລື່ອງລາວຕ່າງໆເກີດຂື້ນທີ່ຕິດພັນກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນລາວເຮົາ. ປະຕິເສດບໍ່ໄດ້ເລີຍວ່າ ປະເດັນດັ່ງກ່າວແມ່ນ ເປັນໜຶ່ງໃນຫົວຂໍ້ຂ່າວທີ່ເຮົາມັກຈະເຫັນ ຫຼື ໄດ້ອ່ານທຸກອາທິດເລີຍ ເຊິ່ງບໍ່ແມ່ນແຕ່ໃນໄລຍະປີທີ່ຜ່ານມາເທົ່ານັ້ນ ແມ່ນເປັນເລື່ອງທີ່ເວົ້າກັນຕະຫຼອດມາຕັ້ງແຕ່ດົນນານ ອັນເນື່ອງວ່າ ເລື່ອງດັ່ງກ່າວແມ່ນຕິດພັດກັບຊີວິດການເປັນຢູ່ຂອງປະຊາ ຊົນ ໂດຍສະເພາະປະຊາຊົນລາວເຮົາທີ່ອາໄສທໍາມະຊາດ ແລະ ທີ່ດິນໃນການດໍາລົງຊີວິດ ແລະ ໃນໄລຍະຫຼາຍປີຜ່ານມາມີຫຼາຍຢ່າງມີການປ່ຽນ ແປງທີ່ຕິດພັນກັບແນວທາງການພັດທະນາ ໂດຍສະເພາະ ບັນດາໂຄງການພັດ ທະນາຕ່າງໆ.

ເພື່ອເປັນການຍ້ອນເບິ່ງຄືນ ເລື່ອງລາວຂ່າວສານທີ່ຕິດພັນກັບປະເດັນທີ່ດິນ ແລະ ຊັບພະຍາກອນທໍາມະຊາດໃນບ້ານເຮົາ ໃນໄລຍະປີ 2019 ທີ່ຜ່ານມາ ພວກເຮົາຈຶ່ງໄດ້ສະຫຼຸບເອົາ 19 ເລື່ອງເດັ່ນ ມານໍາສະເໜີ ອາດເປັນສິ່ງທີ່ເຮົາລືມແລ້ວ ຫຼື ຍັງຈົດຈໍາ ຫຼື ເປັນເລື່ອງທີ່ສ້າງຄວາມສົນໃຈ ແລະ ເຝົ້າຄອງຄອຍເບິ່ງຜົນທີ່ອາດເຫັດຂື້ນໃນປີນີ້ ຫຼື ໃນອະຍາຄົດທີ່ເຮົາເບິ່ງບໍ່ທັນເຫັນເທື່ອກໍ່ວ່າໄດ້.

1.  ເຂື່ອນເຊປ່ຽນເຊນໍ້ານ້ອຍແຕກ ບໍ່ແມ່ນເຫດສຸວິໄສ

ເຫດການ ເຂື່ອນເຊປ່ຽນເຊນໍ້ານ້ອຍແຕກ ໃນວັນທີ 23 ກໍລະກົດ 2018 ແມ່ນໄດ້ສ້າງຄວາມສະເທືອນໃຈແຕ່ຄົນທີ່ຢູ່ໃນເຫດ ການ ທີ່ມັນເກີດຂື້ນແບບບໍ່ທັນຕັ້ງໂຕ ແລະ ແກ່ຄົນທົ່ວສັງຄົມຕໍ່ກັບເຫດການຄັ້ງນີ້ ອັນໄດ້ສ້າງຄວາມເສຍຫາຍ ແລະ ບາດແຜໃນໃຈໃຫ້ກັບຜູ້ທີ່ສູນເສຍທຸກສິ່ງຢ່າງໄປກັບຕາ ໂດຍສະເພາະຄົນທີ່ເປັນທີ່ຮັກຂອງຕົນ.
ຈາກເຫດການດັ່ງກ່າວ ທາງໜ່ວຍງານພາກລັດ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ມີການກວດສອບເຖິງກົກປາຍສາເຫດຂອງເຫດການທີ່ເກີດຂື້ນໃນຄັ້ງນີ້ ໂດຍສະຫຼຸບວ່າ ເຂື່ອນເຊປ່ຽນເຊນໍ້ານ້ອຍແຕກ ບໍ່ແມ່ນເຫດສຸວິໄສ ແຕ່ແມ່ນຄວາມຜິດພາດຂອງການທາງເທັກນິກ ແລະ ລວມເຖິງບັນຫາຂອງການກໍ່ສ້າງ.
ແຕ່ຫຼັງຈາກທີ່ທາງການລາວຖະແຫຼງຂ່າວຜົນການສຶກສາໂດຍທີມຜູ້ຊ່ຽວຊານສາກົນຕໍ່ກັບເຫດການດັ່ງກ່າວວ່າ ແມ່ນຄວາມຜິດ ພາດຂອງການກໍ່ສ້າງ ຫຼັງຈາກມື້້ຖະແຫຼງຂ່າວ ທາງບໍລິສັດຕໍ່ຖະແຫຼງຂ່າວຕອບໂຕ້ວ່າ ຕົນບໍ່ເຫັນກັບຜົນຂອງການສຶກສາ ເນື່ອງຈາກວ່າ ລາຍງານດັ່ງກ່າວແມ່ນຂາດຂໍ້ມູນຫຼັກຖານ ແລະ ບໍ່ຢູ່ພື້ນຖານທາງວິທະຍາສາດ.  

ອ່ານຂ່າວທີ່ກ່ຽວຂ້ອງ:

2. ລັດຖະບານລາວໄດ້ອະນຸຍາດໃຫ້ນັກລົງທຶນ ສໍາປະທານທີ່ດິນລັດ ຈໍານວນ 1,758 ໂຄງການ

ໃນກອງປະຊຸມສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ໃນວັນທີ 19 ພະຈິກ 2019, ສສຊ ໄດ້ຮັບຮອງເອົາ ບົດລາຍງານ ຜົນການຕິດຕາມກວດກາ ໂຄງການເຊົ່າ ແລະ ສໍາປະທານທີ່ດິນ. ແຕ່ ສສຊ ສະເໜີໃຫ້ລັດຖະບານ ສືບຕໍ່ປັບປຸງແກ້ໄຂ ເພື່ອໃຫ້ມີມາດຕະການແກ້ໄຂຢ່າງເດັດຂາດ ຕໍໍ່ຜູ້ລະເມີດສັນຍາ, ກົດໝາຍ, ລະບຽບການ ແລະ ບໍ່ປະຕິບັດຕາມສັນຍາ ຢ່າງຮັດກຸມ.
ໃນໄລຍະຜ່ານມາ ເຖິງປັດຈຸບັນ ລັດຖະບານລາວໄດ້ອະນຸຍາດໃຫ້ນັກລົງທຶນະພາຍໃນ ແລະ ຕ່າງປະເທດ ສໍາປະທານທີ່ດິນລັດ ຈໍານວນ 1,758 ໂຄງການ ເຊິ່ງກວມເອົາເນື້ອທີ່ 11,754,417 ເຮັກຕາ (ແຕ່ເນື້ອທີ່ນໍາໃຊ້ຕົວຈິງແມ່ນ 549,248 ເຮັກຕາ).

ອ່ານຂ່າວທີ່ກ່ຽວຂ້ອງ:

3. ເສັ້ນທາງລົດໄຟ ລາວ-ຈີນ ສ້າງໄດ້ກວ່າ 70% ໃນຂະນະທີ່ການຊົດເຊີຍແມ່ນໄດ້ 20.4%

ທ້າຍເດືອນສິງຫາຜ່ານມາ, ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ສ້າງໄດ້ ກວ່າ 70% ເຊິ່ງຄາດວ່າຈະສໍາເລັດຕາມກຳນົດເວລາ ພ້ອມເປີດຂະບວນປະຖົມມະລືກໃນວັນທີ 2 ທັນວາ 2021. ໃນຂະນະທີ່ການຊົດເຊີຍຈ່າຍໄປແລ້ວ 369 ຕື້ກີບ ເທົ່າກັບ 20.4% ຂອງຈຳນວນເງິນທີ່ຕ້ອງຈ່າຍຄ່າຊົດເຊີຍທັງໝົດ 2,492 ຕື້ກີບ.

ອ່ານຂ່າວທີ່ກ່ຽວຂ້ອງ:

4. ກຊສ ກວດພົບການອອກໃບຕາດິນຊ້ຳຊ້ອນ 86 ກໍລະນີໃນ 3 ແຂວງ & ນະຄອນຫລວງວຽງຈັນ

ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກວດພົບການອອກໃບຕາດິນຊ້ຳຊ້ອນ 86 ກໍລະນີ ໃນ 3 ແຂວງ & ນະຄອນຫລວງວຽງຈັນ ແລະ ເຮັດໃຫ້ເກີດມີບັນຫາຫຍຸ້ງຍາກກ່ຽວກັບການນໍາໃຊ້ໃບຕາດິນ.

ອ່ານຂ່າວທີ່ກ່ຽວຂ້ອງ:

5. ພະ​ນັກ​ງານ​ລັດ 970 ​ຄົນ ກັບ ​ນັກ​ທຸ​ລະ​ກິດ 315 ຄົນ ຮ່ວມ​ມື​ກັນ​ທຸ​ດຈະ​ລິດໃນ 105 ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆຂອງ​ລັດ​ຖະ​ບານລາວ

ເຈົ້າໜ້າທີ່ຂັ້ນສູງໃນຄະນະພັກ-ລັດ ປະຈຳສະພາແຫ່ງຊາດລາວ ເປີດເຜີຍວ່າ ດ້ວຍຂໍ້ມູນທີ່ປະຊາຊົນລາວ ໄດ້ແຈ້ງຜ່ານທາງລະບົບໂທລະສັບສາຍຕົງ ໃນໂອກາດທີ່ມີກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດລາວ ປີ 2018 ຜ່ານມານັ້ນເຮັດໃຫ້ຄະນະກວດ ກາພັກລັດ ປະຈຳສະພາແຫ່ງຊາດລາວ ໄດ້ກວດພົບການທຸຈະລິດໃນໂຄງການພັດທະນາຕ່າງໆຂອງລັດຖະບານລາວ ທີ່ເປັນການຮ່ວມມື ລະຫວ່າງບັນດາພະນັກງານລັດ ກັບນັກທຸລະກິດ ຈຳນວນ 1,200 ກວ່າຄົນ.

ອ່ານຂ່າວທີ່ກ່ຽວຂ້ອງ:

6. ຜູ້ທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊປ່ຽນເຊນໍ້ານ້ອຍແຕກໄດ້ຮັບຄ່າຊົດເຊີຍ 50% ; ສ່ວນຜູ້ທີ່ເສຍຊີວິດແມ່ນໄດ້ຮັບ 10,000 ໂດລາ

ຕາມແຈ້ງການ ສນຍ ເລກທີ 138/ຫສນຍ ລົງວັນທີ 23 ມັງກອນ 2019 ເຫັນດີກຳນົດເອົາຄ່າຊົດເຊີຍສຳລັບຜູ້ເສຍຊີວິດເຫດການເຂື່ອນແຕກຢູ່ສະໜາມໄຊ ແມ່ນ 10,000 ໂດລາ ຕໍ່ຫົວຄົນ ຕາມຈຳນວນຜູ້ເສຍຊີວິດ ແລະ ສູນຫາຍ ທີ່ລັດຖະບານຮັບຮອງ (ຄື71ຄົນ) ແລະ ໃນຕໍ່ຫນ້າຖ້າຫາກພົບເຫັນຜູ້ເສຍຊີວິດຕື່ມບໍລິສັດກໍ່ສ້າງຕ້ອງສືບຕໍ່ຮັບຜິດຊອບຊົດເຊີຍຕື່ມ.
ຫຼັງຈາກນັ້ນ ວັນທີ 23 ກໍລະກົດ 2019 ຄະນະກໍມະການປະ້ມີນຊັບສິນມີມະຕິຈ່າຍຄ່າຊົດເຊີຍ 50% ໃຫ້ຜູ້ທີ່ໄດ້ຮັບຜົນກະທົບ ໃນ 4 ບ້ານ ເຊິ່ງຈໍານວນເງິນດັ່ງກ່າວແມ່ນມາຈາກ ບໍລິສັດ SK ຂອງເກົາຫຼີ ຮ່ວມສົມທົບກັບທາງແຂວງອັດຕະປື. ສໍາລັບຈໍານວນ 50% ນີ້ ແມ່ນເປັນການຈ່າຍຊົດເຊີຍດ້ານເສດຖະກິດຄົວເຮືອນ ເຊິ່ງໝາຍເຖິງ ພາຫະນະ, ເຄື່ອງໃຊ້ຄົວເຮືອນ, ສັດລ້ຽງ, ອຸປະ ກອນການຜະລິດກະສິກໍາ ຍັງບໍ່ໄດ້ລວມເອົາ ສິ່ງປຸກສ້າງ, ຕົ້ນໄມ້ ແລະ ພືດຜັກ ແລະ ທາດຂອງບັນພະບູລຸດ. 

ອ່ານຂ່າວທີ່ກ່ຽວຂ້ອງ:

7. “ໃນລະບອບເກົ່າ ຜູ້ທີ່ມີດິນຫຼາຍ ມີແຕ່ສັກດີນາ; ຢູ່ລະບົບເຮົາເດຜູ້ມີດິນຫຼາຍແມ່ນຊົນຊັ້ນຫຍັງ?”

ສັງເກດເຫັນວ່າ ໃນປີ 2019 ຜ່ານມາ ເວທີສະພາແຫ່ງຊາດລາວ ແມ່ນມີການນໍາໃຊ້ຢ່າງກະຕືລືລົ້ນ ໂດຍສະເພາະການປະກອບຄໍາຄິດເຫັນຂອງບັນດາສະມາຊິກສະພາແຫ່ງຊາດ ທີ່ມີຄວາມດຸເດືອດ ແລະ ກົງໄປກົງມາ ຕໍ່ກັບຊີວິດການເປັນຢູ່ຂອງປະຊາຊົນ, ການພັດທະນາ ແລະ ໂຄງການພັດທະນາຕ່າງໆທີ່ມີຜົນກະທົບຕໍ່ປະຊາຊົນບັນດາເຜົ່າ.
ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາແຫ່ງຊາດຊຸດທີ 8 ທາ່ນ ທ່ານ ວິໄລສຸກ ພິມະສອນ, ສສຊ ເຂດ9 ແຂວງຊຽງຂວາງ ກ່າວວ່າ ໃນລະບອບເກົ່າ, ຜູ້ທີ່ມີດິນຫຼາຍ ມີແຕ່ສັກດີນາ ຢູ່ລະບົບເຮົາເດຜູ້ມີດິນຫຼາຍແມ່ນຊົນຊັ້ນຫຍັງ?

ອ່ານຂ່າວທີ່ກ່ຽວຂ້ອງ:

8. ໂຄງການພັດທະນາຕົວເມືອງໃໝ່ຂອງຈີນ 7000 ເຮັກຕາ ໃນເມືອງ ວັງວຽງ ໄດ້ຖືກໂຈະ ພ້ອມທັງມີການລົງວິໄນພະ ນັກງານຂັ້ນສູງ ທີ່ມີສ່ວນກ່ຽວຂ້ອງກັບໂຄງການ

ໂຄງການພັດທະນາຕົວເມືອງໃໝ່ຂອງຈີນ 7000 ເຮັກຕາ ໃນເມືອງ ວັງວຽງ ໄດ້ຖືກໂຈະຫຼັງຈາກປະຊາຊົນທ້ອງຖິ່ນໄດ້ສະແດງຄວາມກັງວັນຕໍ່ກັບຜົນກະທົບຈາກໂຄງການດັ່ງກ່າວ!
ຄະນະຈັດຕັ້ງສູນກາງພັກ ໄດ້ແຈ້ງການ ເລື່ອງ ຈັດຕັ້ງການລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກແຂວງວຽງຈັນ ຈຳນວນ 7 ຄົນ ທີ່ກ່ຽວຂ້ອງກັບ ໂຄງການສໍາຫຼວດພັດທະນາການທ່ອງທ່ຽວໃນການສ້າງເມືອງໃໝ່ ທີ່ເມືອງວັງວຽງ.

ອ່ານຂ່າວທີ່ກ່ຽວຂ້ອງ:

9. ປັດຈຸບັນທົ່ວປະເທດລາວມີເຂື່ອນໄຟຟ້າ 73 ແຫ່ງ& ອີກ 27 ໂຄງການພວມດໍາເນີນການກໍ່ສ້າງ

ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຢັ້ງຢືນວ່າ ປັດຈຸບັນມີເຂື່ອນໄຟຟ້າ 70 ກວ່າແຫ່ງ ທີ່ໄດ້ຜ່ານການກວດກາຄວາມແໜ້ນໜາ ແລະ ຄວາມປອດໄພແລ້ວ.

ອ່ານຂ່າວທີ່ກ່ຽວຂ້ອງ:

10. ມີທັງໝົດ 200 ບ້ານ (60,000 ຄົນ) ທີ່ຕ້ອງໄດ້ຍົກຍ້າຍທີ່ຢູ່ອາໄສ ຈາກການສ້າງເຂື່ອນໄຟຟ້າໃນລາວ

ຜູ້ທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນໄຟຟ້າທີ່ຖືກ ຍົກຍ້າຍທີ່ຢູ່ອາໄສ ແລະ ທີ່ທໍາມາຫາກິນ ມີຈໍານວນທັງໝົດ 200 ບ້ານ ເຊິ່ງມີເຖິງ 12,000 ຄອບຄົວ ຄິດເປັນຫົວຄົນແມ່ນທັງໝົດ 60,000 ຄົນ.
ໂຄງການທີ່ມີການຍົກຍ້າຍປະຊາຊົນຫຼາຍທີ່ສຸດ 4 ອັນດັບ ໄດ້ແກ່: ໂຄງການເຂື່ອນໄຟຟ້ານໍ້າທາ 1, ໂຄງການເຂື່ອນໄຟຟ້ານໍ້າເທີນ 2, ໂຄງການເຂື່ອນໄຟຟ້າໄຊຍະບູລີ ແລະ ໂຄງການເຂື່ອນໄຟຟ້າເທີນຫີນບູນ.

ອ່ານຂ່າວທີ່ກ່ຽວຂ້ອງ:

11. ມີ 19 ບ້ານໃນເມືອງ ໄຊເສດຖາ ແລະ ໄຊທານາ ທີ່ໄດ້ຮັບຜົນກະທົບຈາກໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ແຕ່ໄອເຕັກ – ດົງໝາກຄາຍ 

ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ແຕ່ໄອເຕັກ – ດົງໝາກຄາຍ ມີໄລຍະຍາວ 15.3 ກິໂລຕາແມັດ ມີແຜນຈະດໍາເນີນກໍ່ສ້າງທ້າຍປີ 2019 ນີ້ ເຊິ່ງປັດຈຸບັນແມ່ນກໍາລັງຢູ່ໃນຂັ້ນຕອນການໄກ່ເກ່ຍ ແລະ ຊົດເຊີຍຄ່າເສຍຫາຍແກ່ຜູ້ ໄດ້ຮັບຜົນກະທົບ ປະຊາຊົນບັນດາບ້ານໃນ ເມືອງ ໄຊເສດຖາ ແລະ ໄຊທານີ.

ອ່ານຂ່າວທີ່ກ່ຽວຂ້ອງ:

12. ລັດຖະບານລາວ ກູ້ຢືມເງິນ 40 ລ້ານໂດລາ ຈາກທະນາຄານໂລກ ເພື່ອປະຕິບັດແຜນງານການພັດທະນາສີຂຽວ

ທ່ານ ນາງ ແອລເລັນ ໂກສະຕິນ ຜູ້ອໍານວຍການທະນາຄານໂລກປະຈໍາປະເທດ ມຽນມາ, ກໍາປູເຈຍ ແລະ ລາວ ກ່າວວ່າ ແຜນງານດ້ານນະໂຍບາຍການພັດທະນາການເຕີບໂຕສີຂຽວ ແມ່ນຍັງໄດ້ຊ່ວຍເຫຼືອ ສປປ ລາວ ໃນການແກ້ໄຂບັນຫາທາງດ້ານໜີ້ສິນ ແລະ ການຂາດດຸນທາງດ້ານການເງິນ ໂດຍການສະໜັບສະໜູນກອບວຽກການເງິນໄລຍະກາງທີ່ເລັ່ງໃສ່ປັບປຸງການສ້າງລາຍຮັັບ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງໜີ້ສິນ.

ອ່ານຂ່າວທີ່ກ່ຽວຂ້ອງ:

13.ກະຊວງກະສິກຳ ແລະ ປ່າໄມ້ ໄດ້ປະກາດໃຫ້ຍົກເລີກໂຄງການປູກກ້ວຍໃນເນື້ອທີ່ 600-700 ເຮັກຕາ ຢູ່ນະຄອນຫຼວງວຽງຈັນ

ເຫດຜົນຫຼັກໆໃນການສັ່ງໃຫ້ຍົກເລີກໂຄງການດັ່ງກ່າວນີ້ ກໍ່ເພາະວ່າ ເນື້ອທີ່ດັ່ງກ່າວ ແມ່ນຢູ່ໃກ້ກັບຊຸມຊົນ ແລະ ໃກ້ແມ່ນໍ້າສາຍຫຼັກທີ່ໃຊ້ຫຼໍ່ລ້ຽງຊີວິດປະຈໍາວັນຂອງຊາວນະຄອນຫຼວງວຽງຈັນ ແລະ ເຂດໃກ້ຄຽງຫຼາຍແສນຄົນ ຊຶ່ງຈະຜົນກະທົບທາງດ້ານລົບຕໍ່ກັບການດໍາລົງຊີວິດຂອງປະຊາຊົນ, ສັດບົກ-ສັດນໍ້າ ລວມເຖິງສະພາບແວດລ້ອມ ແລະ ອື່ນໆ.

ອ່ານຂ່າວທີ່ກ່ຽວຂ້ອງ:

14. ລາວ-ຈີນ ເຊັນສັນຍາຮ່ວມມືສອງຝ່າຍ 10 ສະບັບໃນຂະແໜງເສດຖະກິດ,ການຄ້າ,ການລົງທຶນ,ໄຟຟ້າ,ກະສິກໍາ ແລະ ອື່ນໆ

ພາຍຫຼັງການເຂົ້າຮ່ວມກອງປະຊຸມ ກອງປະຊຸມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ, ທ່ານ ບຸນຍັງ ວໍລະຈິດໄດ້ໂອກາດຢ້ຽມຢາມລັດຖະກິດ ສປຈີນດ້ວຍ ເພື່ອພົບປະສະຫາຍ ສີຈິ້ນຜິງ.

ອ່ານຂ່າວທີ່ກ່ຽວຂ້ອງ:

15. 4 ປີ 4 ເຂື່ອນແຕກໃນລາວ: ແຕ່ປີ 2016 – 2019

ແຕ່ປີ 2016 – 2019 ມີ 4 ເຂື່ອນແຕກໃນລາວຄື: ເຂື່ອນ ນໍ້າງື່ມແກ້ງຄວນ, ເຂື່ອນ ເຊປ່ຽນເຊນໍ້ານ້ອຍ, ເຂື່ອນ ນໍ້າອ້າວ ແລະ ເຂື່ອນ ເຊກະໝານ 3.

16. ນໍ້າຖ້ວມໜັກໃນຮອບ 40 ປີ ໃນ 6 ແຂວງ ພາກກາງ ແລະ ພາກໃຕ້ ສ້າງຄວາມເສຍຫາຍ ແກ່ 546,000 ກວ່າຄົນ & ເນື້ອທີ່ການຜະລິດກະສິກໍາກວ່າ 176,903 ເຮັກຕາ

ໃນຊ່ວງທ້າຍເດືອນສິງຫາ – ຕົ້ນເດືອນກັນຍາ 2019 ນີ້ ໄດ້ເກີດມີໄພພິບັດນໍ້າຖ້ວມຢ່າງໜັກໜ່ວງໃນ 6 ແຂວງ ພາກກາງ ແລະ ພາກໃຕ້ຄື: ຄໍາມ່ວນ, ສະຫວັນນະເຂດ,ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ເຊິ່ງຈາກໄພນໍ້າຖ້ວມດັ່ງກ່າວແມ່ນໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍຕໍ່ພໍ່ແມ່ປະ ຊາຊົນ ແລະ ພື້ນທີ່ການຜະລິດທາງດ້ານກະສິກໍາ.

ອ່ານຂ່າວທີ່ກ່ຽວຂ້ອງ:

17. ລັດຖະບານລາວໄດ້ອະນຸຍາດໃຫ້ 649 ບໍລິສັດ ສຳປະທານຂຸດຄົ້ນບໍ່ແຮ່ 942 ກິດຈະການ

ທ່ານ​ຄຳ​ມະ​ນີ ອິນ​ທິ​ລ​າດ ລັດ​ຖະ​ມົນ​ຕີ​ ກະຊວງພະລັງງານ ແລະ​ບໍ່​ແຮ່ ໄດ້ຢືນ​ຢັນວ່າ ການສຳຫຼວດຫາແຫຼ່ງແຮ່ທາດຕ່າງໆໃນທົ່ວ​ປະ​ເທດ​ລາວ ແມ່ນໄດ້​ສຳ​ຫຼວດ​ພົບ​ແຮ່​ທາດ ແລ້​ວ​ຫາຍກວ່າ 570 ແຫຼ່ງ ເຊິ່ງກວມເອົາເນື້ອທີ່ກວ້າງກວ່າ 162,104 ກິ​ໂກິໂລແມັດຕາແມັດ ຫລື ເກືອບ 70 % ຂອງພື້ນທີ່ທັງໝົດ.

ອ່ານຂ່າວທີ່ກ່ຽວຂ້ອງ:

18. ລັດຖະບານ ປະກາດສ້າງຕັ້ງອຸທິຍານແຫ່ງຊາດ 2 ແຫ່ງທໍາອິດໃນລາວ: ນໍ້າແອັດ-ພູເລີຍ ແລະ ນາກາຍ-ນໍ້າເທີນ ກວມເອົາເນື້ອທີ່ທັງໝົດ 838,490 ເຮັກຕາ  

ການຕັດສິນໃຈໃນການສ້າງຕັ້ງເຂດອຸທິຍານແຫ່ງຊາດ ທັງ 2 ແຫ່ງນີ້ ແມ່ນສອດຄ້ອງກັບ ຍຸທະສາດການພັດທະນາສີຂຽວ ແຫ່ງຊາດ ທີ່ລັດຖະບານລາວ ໄດ້ມີການຮັບຮອງເອົາໃນເດືອນ ມັງກອນທີ່ຜ່ານມານີ້.

19. ເນື້ອທີ່ປ່າໄມ້ປົກຫຸ້ມ 70% ອາດຈະບໍ່ມີຄວາມຍືນຍົງເນື່ອງຈາກວ່າ ມີການອະຍຸຍາດໃຫ້ມີ ຂຸດຄົ້ນໄມ້ເພື່ອການຄ້າ & ປູກພືດອຸດສາຫະກໍາໃນເຂດປ່າຜະລິດ

“ເປົ້າໝາຍໃຫ້ມີເນື້ອທີ່ປ່າໄມ້ປົກຫຸ້ມ 70% ອາດຈະບໍ່ມີຄວາມຍືນຍົງ ເນື່ອງວ່າ ມີການອະຍຸຍາດໃຫ້ມີ ການຂຸດຄົ້ນໄມ້ເພື່ອການຄ້າ ຈໍານວນ 3.1 ລ້ານ ເຮັກຕາ ໃນເຂດປ່າຜະລິດ ພ້ອມດ້ວຍ ໃນພື້ນທີ່ປູກພືດອຸດສາຫະກຳຈໍານວນ 480,000 ເຮັກຕາ ເຊິ່ງສິ່ງດັ່ງກ່າວຈະມີຜົນເຮັດໃຫ້ປ່າໄມ້ຫຼຸດລົງເລັກນ້ອຍ,” ພະນັກງານວິຊາການອະວຸໂສທ່ານໜຶ່ງຈາກ ກະຊວງກະສິກໍາ ແລະ ປ່າໄມ້ ກ່າວ.

ອ່ານຂ່າວທີ່ກ່ຽວຂ້ອງ: