HomeResourceLegal Calendar

Legal Calendar

ໝວດໝູ່ທີ່ກ່ຽວຂ້ອງ

ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນ: ປະຕິທິນກົດໝາຍ ປະຈຳເດືອນ ພຶດສະພາ – ມີຖຸນາ 2022

ໂດຍ ແອັດມິນ ປະຕິທິນກົດໝາຍ ປະຈຳເດືອນ ພຶດສະພາ-ມີຖຸນາ ປີ 2022 ນຳສະເໜີຫົວຂໍ້ “ຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ແລະ ການຫຼຸດຜ່ອນຄວາມສ່ຽງ” ໂດຍມີຈຸດປະສົງເພື່ອສະແດງເຖິງ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດໃນຫລາຍຮູບແບບ ບໍ່ວ່າຈະເປັນໄພນ້ຳຖ້ວມ, ໄພແຫ້ງແລ້ງ, ໄຟໄໝ້ລາມປ່າ, ເກີດລົມພາຍຸທີ່ຮຸນແຮງ, ຝົນຕົກບໍ່ຖືກຕາມລະດູການ ແລະ ຮູບແບບອື່ນໆ ໂດຍມີສາເຫດມາຈາກການທໍາລາຍສິ່ງແວດລ້ອມ ເປັນຕົ້ນແມ່ນ ການທຳລາຍປ່າໄມ້, ການຖິ້ມຂີ້ເຫຍື້ອຊະຊາຍ, ການປ່ອຍອາຍພິດອອກສູ່ຊັ້ນບັນຍາກາດເຊັ່ນ:...

ການມີສ່ວນຮ່ວມຂອງປະຊາຊົນ ໃນການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ: ປະຕິທິນກົດໝາຍ ປະຈຳເດືອນ ມີນາ – ເມສາ 2022

ໂດຍ ແອັດມິນ LIWG ປະຕິທິນກົດໝາຍ ປະຈຳເດືອນ ມີນາ-ເມສາ ປີ 2022 ນຳສະເໜີຫົວຂໍ້ “ການມີສ່ວນຮ່ວມຂອງປະຊາຊົນ ໃນການໃຫ້ເຊົ່າ ຫຼື ສໍາປະທານທີ່ດິນຂອງລັດ” ໂດຍມີຈຸດປະສົງເພື່ອສະແດງເຖິງ ການມີສ່ວນຮ່ວມຂອງປະຊາຊົນທີ່ຫຼາກຫຼາຍ ໃນການໃຫ້ເຊົ່າ ຫຼື ສໍາປະທານ ທີ່ດິນ ເພື່ອສົ່ງເສີມຮັບປະກັນການມີສ່ວນຮ່ວມຂອງປະຊາຊົນ ໃນຂະບວນການດໍາເນີນກິດຈະການເຊົ່າ ຫຼື ສໍາປະທານທີ່ດິນ, ເນື່ອງຈາກເຂົາເຈົ້າເປັນຜູ້ທີ່ຢູ່ໃນທ້ອງຖິ່ນ ເຊິ່ງຈະໄດ້ຮັບຜົນປະໂຫຍດ ແລະ ຜົນກະທົບໂດຍກົງ...

ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາໃຫ້ກັບຊຸມຊົນໃນຮູບແບບຂອງການຍິນຍອມດ້ວຍຄວາມສະໝັກໃຈ ໂດຍໄດ້ຮັບຂໍ້ມູນລ່ວງໜ້າ ແລະ ພຽງພໍ: ປະຕິທິນກົດໝາຍ ປະຈຳເດືອນ ມັງກອນ – ກຸມພາ 2022

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ປະຕິທິນກົດໝາຍ ປະຈຳເດືອນ ມັງກອນ-ກຸມພາ ປີ 2022 ນຳສະເໜີຫົວຂໍ້ “ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາໃຫ້ກັບຊຸມຊົນໃນຮູບແບບຂອງການຍິນຍອມດ້ວຍຄວາມສະໝັກໃຈ ໂດຍໄດ້ຮັບຂໍ້ມູນລ່ວງໜ້າ ແລະ ພຽງພໍ” ໂດຍມີຈຸດປະສົງເພື່ອສະແດງເຖິງ ການຮັບຮູ້ຂ່າວສານຂອງຊຸມຊົນ ເພື່ອໃຫ້ເກີດມີການຕັດສິນໃຈຮ່ວມກັນ ກ່ອນເກີດມີໂຄງການໃດໜຶ່ງ ໂດຍບໍ່ມີການຈໍາແນກເພດ, ຊົນຊັ້ນ, ສາສະໜາ ແລະ ອື່ນໆ. ການເຜີຍແຜ່ຂໍ້ມູນຂ່າວສານກ່ຽວກັບໂຄງການພັດທະນາ ຕ້ອງແຈ້ງຂໍ້ມູນຂ່າວສານ ກ່ຽວກັບ ຈຸດປະສົງ,...

ປື້ມຄູ່ມື: ແນະນຳການຝຶກອົບຮົມປະຕິທິນກົດໝາຍປີ 2022

ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ຄູ່ມືແນະນຳການຝຶກອົບຮົມປະຕິທິນກົດໝາຍປີ 2022 ແມ່ນໄດ້ພັດທະນາຂຶ້ນ ເພື່ອເປັນຄູ່ມືສະໜັບສະໜູນການຝຶກອົບຮົມໃຫ້ທີມງານຜູ້ຜະລິດປະຕິທິນທີ່ຕາງໜ້າຈາກ ອົງການຈັດຕັ້ງລັດ, ອົງການຈັດຕັ້ງທາງສັງ ຄົມ ອົງການຈັດຕັ້ງສາກົນ ແລະ ສະຖາບັນການສຶກສາ ນັກວິຊາການ ຜູ້ທີ່ຈະນໍາເອົາປະຕິທິນກົດໝາຍໄປເປັນສື່ໂຄສະນາເຜີຍແຜ່ດ້ວຍຮູບແບບຕ່າງໆ ເພື່ອສະໜັບສະໜູນວຽກງານໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານຜ່ານປະຕິທິນກົດໝາຍໃຫ້ມີປະສິດທິພາບ, ຫຼາກຫຼາຍຫົວຂໍ້ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນລາວ ລວມທັງກໍານົດວັນສໍາຄັນຕ່າງໆທາງລັດຖະການ ແລະ ສາກົນ ຊຶ່ງກວມເອົາຫຼາຍຂະແໜງການ ເຊັ່ນ ທີ່ດິນ, ປ່າໄມ້, ກະສິກຳ,...

ຜົນກະທົບຈາກການນໍາໃຊ້ສານເຄມີໃນວຽກງານກະສິກໍາ ແລະ ວິທີຫລຸດຜ່ອນ: ປະຕິທິນກົດໝາຍປະຈໍາເດືອນ ພະຈິກ – ທັນວາ 2021

ຈຸດປະສົງຂອງຫົວຂໍ້ນີ້ ເພື່ອສົ່ງເສີມໃຫ້ປະຊາຊົນທົ່ວໄປໄດ້ເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນຢ່າງຖືກຕ້ອງ ໂດຍສະເພາະແມ່ນການນຳໃຊ້ສານເຄມີເຂົ້າໃນວຽກງານກະສິກຳ ຢ່າງປອດໄພ, ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ, ໂຄງການລົງທຶນ ແລະ ປະຊາຊົນທົ່ວໄປ ຕ້ອງມີພັນທະຕໍ່ກັບການນຳໃຊ້ານເຄມີເຂົ້າໃນກິດຈະການຂອງຕົນເອງ, ຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊິວິດຂອງມະນຸດ. ນອກນັ້ນຍັງເປັນການຍົກໃຫ້ເຫັນເຖິງ ບົດບາດຂອງບັນດາໜ່ວຍງານທີ່ກ່ຽວຂອງທີ່ມີບົດບາດໃນການຕິດຕາມກວດກາ ແລະ ວາງມາດຕະການໃສ່ເມື່ອມີການລະເມີດ.

ການປົກປັກຮັກສາ ແລະ ນໍາໃຊ້ເຄື່ອງປ່າຂອງດົງໃຫ້ຍືນຍົງ: ປະຕິທິນກົດໝາຍເດືອນ ກັນຍາ – ຕຸລາ 2021

ຫົວຂໍ້ ປະຕິທິນປະຈໍາເດືອນກັນຍາ ແລະ ຕຸລາ ນີ້ແມ່ນ ນໍາສະເໜີ ເພື່ອເປັນການສຶກສາ ແລະ ທຳຄວາມເຂົ້າໃຈ ກ່ຽວກັບວິທີການມີສ່ວນຮ່ວມຂອງຊາວບ້ານໃນການຕັດສິນບັນຫາຢ່າງເຕັມສ່ວນ ໂດຍສະເພາະແມ່ນການແບ່ງເຂດນຳໃຊ້ທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ-ປ່າໄມ້ ແລະ ເຄື່ອງປ່າຂອງດົງ.

ການປົກປັກຮັກສາປ່າສະຫງວນແລະການວາງແຜນຈັດສັນປ່າໄມ້ແບບມີສ່ວນຮ່ວມຂອງປະຊາຊົນ: ປະຕິທິນກົດໝາຍເດືອນ ກໍລະກົດ – ສິງຫາ 2021

ຫົວຂໍ້ນີ້ ແມ່ນມີຈຸດປະສົງສື່ໃຫ້ເຫັນເຖິງ ການຈັດ ຕັ້ງປະຕິບັດບັນດາຫຼັກການ ແລະ ຂັ້ນຕອນໃນການວາງແຜນການປົກປັກສາ, ການຄຸ້ມຄອງປ່າສະຫງວນ ແລະ ນຳໃຊ້ຊັບພະຍາກອນຂອງບ້ານໃຫ້ມີຄວາມຍືນຍົງ. ການດຳເນີນກິດຈະກຳດັ່ງກ່າວຕ້ອງມີລັກສະນະທີ່ໃຫ້ປະຊາຊົນພາຍໃນບ້ານ ສາມາດຮັບຮູ້ໄດ້ວ່າ ເຂົາເຈົ້າມີບົດບາດ ແລະ ຄວາມເປັນເຈົ້າການຫຍັງແດ່ ເຊິ່ງຕ້ອງມີຄວາມລະອຽດຈະແຈ້ງ ແລະ ມີການຮັບຮອງເອົາຄັກແນ່ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບ.

ຂັ້ນຕອນການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນ: ປະຕິທິນກົດໝາຍປະຈໍາເດືອນ ພຶດສະພາ-ມິຖຸນາ 2021

ການແກ້ໄຂບັນຫາ ທາງດ້ານບໍລິຫານກ່ຽວກັບທີ່ດິນແມ່ນ ການແກ້ໄຂບັນຫາກ່ຽວກັບການນໍາໃຊ້ທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງຕາມເປົ້າໝາຍ, ບໍ່ນໍາໃຊ້ທີ່ດິນຕາມກໍານົດເວລາພາຍ ຫຼັງທີ່ໄດ້ຮັບມອບ, ບໍ່ເສຍອາກອນ, ຄ່າທໍານຽມການນໍາໃຊ້ທີ່ດິນ ເຂດແດນ ແລະ ບັນຫາທີ່ດິນອື່ນ

ການມີສ່ວນຮ່ວມຂອງປະຊາຊົນໃນການໃຫ້ເຊົ່າ ແລະ ສໍາປະ ທານທີ່ດິນ: ປະຕິທິນກົດໝາຍປະຈໍາເດືອນ ມີນາ – ເມສາ 2021

ການມີສ່ວນຮ່ວມຂອງຊຸມຊົນໃນໂຄງການເຊົ່າ ແລະ ສໍາປະທານທີ່ດິນ ເປັນສິ່ງທີ່ສໍາຄັນ ເພື່ອຮັບປະກັນການມີສ່ວນຮ່ວມຂອງທຸກພາກ ສ່ວນຢ່າງແທ້ຈິງບໍ່ວ່າຈະເປັນຊາວບ້ານທີ່ອາໄສໃນບໍລິເວນໂຄງການ ຫຼື ຜູ້ທີ່ຈະຖຶກຜົນກະທົບໂດຍກົງຈາກໂຄງການ

ການຂື້ນທະບຽນອອກໃບຕາດິນ: ປະຕິທິນກົດໝາຍປະຈໍາເດືອນ ມັງກອນ – ກຸມພາ 2021

ການຂື້ນທະບຽນທີ່ດິນເປັນເລື່ອງທີ່ສໍາຄັນ ເພື່ອເປັນກ້າວໄປສູ່ການອອກໃບຕາດິນ ທີ່ເປັນເອກະສານທີ່ເປັນຫຼັກຖານຕົ້ນຕໍກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຍາວນານ ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ໂພສຫຼ້າສຸດ

loລາວ