HomeResource

Resource

ໝວດໝູ່ທີ່ກ່ຽວຂ້ອງ

ບົດສະຫຼຸບຫຍໍ້: ສິດໃນການຄອບຄອງທີ່ດິນເຂດພື້ນທີ່ປ່າ ໃນ ສປປ ລາວ

ໂດຍ ກູ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ ບົດສະຫຼຸບຫຍໍ້ສະບັບນີ້ “ສິດໃນການຄອບຄອງທີ່ດິນເຂດພື້ນທີ່ປ່າ ໃນ ສປປ ລາວ” ແມ່ນຖືກຜະລິດໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ (LIWG) ແລະ ຮ່ວມກັນພັດທະນາໂດຍຜ່ານກຸ່ມທີ່ປຶກສາກົດຫມາຍທີ່ດິນ, ລວມທັງທີ່ປຶກສາເອກະລາດ ແລະ ໂຄງການ ແລະ ອົງການຈັດຕັ້ງເຊັ່ນ: ອົງການອາຫານ ແລະ ການກະສິກໍາຂອງສະຫະປະຊາຊາດ (FAO), Deutsche Gesellschaft für Internationale...

ຜົນກະທົບຈາກການນໍາໃຊ້ສານເຄມີໃນວຽກງານກະສິກໍາ ແລະ ວິທີຫລຸດຜ່ອນ: ປະຕິທິນກົດໝາຍປະຈໍາເດືອນ ພະຈິກ – ທັນວາ 2021

ຈຸດປະສົງຂອງຫົວຂໍ້ນີ້ ເພື່ອສົ່ງເສີມໃຫ້ປະຊາຊົນທົ່ວໄປໄດ້ເຂົ້າເຖິງ ແລະ ນຳໃຊ້ຂໍ້ມູນຢ່າງຖືກຕ້ອງ ໂດຍສະເພາະແມ່ນການນຳໃຊ້ສານເຄມີເຂົ້າໃນວຽກງານກະສິກຳ ຢ່າງປອດໄພ, ບໍ່ວ່າຈະເປັນຫົວໜ່ວຍທຸລະກິດ, ໂຄງການລົງທຶນ ແລະ ປະຊາຊົນທົ່ວໄປ ຕ້ອງມີພັນທະຕໍ່ກັບການນຳໃຊ້ານເຄມີເຂົ້າໃນກິດຈະການຂອງຕົນເອງ, ຮັບປະກັນບໍ່ໃຫ້ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຊິວິດຂອງມະນຸດ. ນອກນັ້ນຍັງເປັນການຍົກໃຫ້ເຫັນເຖິງ ບົດບາດຂອງບັນດາໜ່ວຍງານທີ່ກ່ຽວຂອງທີ່ມີບົດບາດໃນການຕິດຕາມກວດກາ ແລະ ວາງມາດຕະການໃສ່ເມື່ອມີການລະເມີດ.

ການປົກປັກຮັກສາ ແລະ ນໍາໃຊ້ເຄື່ອງປ່າຂອງດົງໃຫ້ຍືນຍົງ: ປະຕິທິນກົດໝາຍເດືອນ ກັນຍາ – ຕຸລາ 2021

ຫົວຂໍ້ ປະຕິທິນປະຈໍາເດືອນກັນຍາ ແລະ ຕຸລາ ນີ້ແມ່ນ ນໍາສະເໜີ ເພື່ອເປັນການສຶກສາ ແລະ ທຳຄວາມເຂົ້າໃຈ ກ່ຽວກັບວິທີການມີສ່ວນຮ່ວມຂອງຊາວບ້ານໃນການຕັດສິນບັນຫາຢ່າງເຕັມສ່ວນ ໂດຍສະເພາະແມ່ນການແບ່ງເຂດນຳໃຊ້ທີ່ດິນ ແລະ ການສ້າງແຜນນຳໃຊ້ທີ່ດິນ-ປ່າໄມ້ ແລະ ເຄື່ອງປ່າຂອງດົງ.

ການປົກປັກຮັກສາປ່າສະຫງວນແລະການວາງແຜນຈັດສັນປ່າໄມ້ແບບມີສ່ວນຮ່ວມຂອງປະຊາຊົນ: ປະຕິທິນກົດໝາຍເດືອນ ກໍລະກົດ – ສິງຫາ 2021

ຫົວຂໍ້ນີ້ ແມ່ນມີຈຸດປະສົງສື່ໃຫ້ເຫັນເຖິງ ການຈັດ ຕັ້ງປະຕິບັດບັນດາຫຼັກການ ແລະ ຂັ້ນຕອນໃນການວາງແຜນການປົກປັກສາ, ການຄຸ້ມຄອງປ່າສະຫງວນ ແລະ ນຳໃຊ້ຊັບພະຍາກອນຂອງບ້ານໃຫ້ມີຄວາມຍືນຍົງ. ການດຳເນີນກິດຈະກຳດັ່ງກ່າວຕ້ອງມີລັກສະນະທີ່ໃຫ້ປະຊາຊົນພາຍໃນບ້ານ ສາມາດຮັບຮູ້ໄດ້ວ່າ ເຂົາເຈົ້າມີບົດບາດ ແລະ ຄວາມເປັນເຈົ້າການຫຍັງແດ່ ເຊິ່ງຕ້ອງມີຄວາມລະອຽດຈະແຈ້ງ ແລະ ມີການຮັບຮອງເອົາຄັກແນ່ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດມີປະສິດທິພາບ.

ບົດປະເມີນ ກົດໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງໃໝ່: ສິດການຄອບຄອງທີ່ດິນ ແລະ ປ່າໄມ້ຕາມປະເພນີ

ບົດລາຍການການປະເມີນສະບັບນີ້ ໄດ້ອະທິບາຍລາຍລະອຽດສະເພາະເຈາະຈົງເຖິງຈຸດທີ່ແຕກຕ່າງຈາກກັນລະຫວ່າງ ສະບັບປັບປຸງໃໝ່ ຂອງກົດ ໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ປ່າໄມ້ ກັບ ສະບັບເກົ່າກ່ອນໜ້າທີ່ຂອງທັງສອງກົດໝາຍດັ່ງກ່າວ ໂດຍໄດ້ມີການປະເມີນໃຫ້ເຫັນເຖິງຊ່ອງຫວ່າງ ແລະ ສິ່ງທີ່ມີການປັບປຸງ ຈາກສະ ບັບເດີມ.

ຂັ້ນຕອນການແກ້ໄຂຂໍ້ຂັດແຍ້ງກ່ຽວກັບທີ່ດິນ: ປະຕິທິນກົດໝາຍປະຈໍາເດືອນ ພຶດສະພາ-ມິຖຸນາ 2021

ການແກ້ໄຂບັນຫາ ທາງດ້ານບໍລິຫານກ່ຽວກັບທີ່ດິນແມ່ນ ການແກ້ໄຂບັນຫາກ່ຽວກັບການນໍາໃຊ້ທີ່ດິນໂດຍບໍ່ໄດ້ຮັບອະນຸຍາດ, ບໍ່ຖືກຕ້ອງຕາມເປົ້າໝາຍ, ບໍ່ນໍາໃຊ້ທີ່ດິນຕາມກໍານົດເວລາພາຍ ຫຼັງທີ່ໄດ້ຮັບມອບ, ບໍ່ເສຍອາກອນ, ຄ່າທໍານຽມການນໍາໃຊ້ທີ່ດິນ ເຂດແດນ ແລະ ບັນຫາທີ່ດິນອື່ນ

ການມີສ່ວນຮ່ວມຂອງປະຊາຊົນໃນການໃຫ້ເຊົ່າ ແລະ ສໍາປະ ທານທີ່ດິນ: ປະຕິທິນກົດໝາຍປະຈໍາເດືອນ ມີນາ – ເມສາ 2021

ການມີສ່ວນຮ່ວມຂອງຊຸມຊົນໃນໂຄງການເຊົ່າ ແລະ ສໍາປະທານທີ່ດິນ ເປັນສິ່ງທີ່ສໍາຄັນ ເພື່ອຮັບປະກັນການມີສ່ວນຮ່ວມຂອງທຸກພາກ ສ່ວນຢ່າງແທ້ຈິງບໍ່ວ່າຈະເປັນຊາວບ້ານທີ່ອາໄສໃນບໍລິເວນໂຄງການ ຫຼື ຜູ້ທີ່ຈະຖຶກຜົນກະທົບໂດຍກົງຈາກໂຄງການ

ການຂື້ນທະບຽນອອກໃບຕາດິນ: ປະຕິທິນກົດໝາຍປະຈໍາເດືອນ ມັງກອນ – ກຸມພາ 2021

ການຂື້ນທະບຽນທີ່ດິນເປັນເລື່ອງທີ່ສໍາຄັນ ເພື່ອເປັນກ້າວໄປສູ່ການອອກໃບຕາດິນ ທີ່ເປັນເອກະສານທີ່ເປັນຫຼັກຖານຕົ້ນຕໍກ່ຽວກັບສິດນໍາໃຊ້ທີ່ດິນຢ່າງຍາວນານ ແກ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ.

ບົດສະຫຼຸບຫຍໍ້: ບົດຄົ້ນຄວ້າ ສິດນໍາໃຊ້ທີ່ດິນຂອງແມ່ຍິງໃນ ສປປ ລາວ

ບົດສະຫຼຸບຫຍໍ້ ‘ບົດຄົ້ນຄວ້າ ສິດນໍາໃຊ້ທີ່ດິນຂອງແມ່ຍິງໃນ ສປປ ລາວ’ ແມ່ນການສະຫຼຸບສັງລວມຂໍ້ມູນໂດຍສັງເຂບ ຈາກບົດລາຍງານການຄົ້ນຄວ້າວິໄຈ ແມ່ຍິງ ແລະ ສິດນໍາໃຊ້ທີ່ ດິນຢູ່ ສປປລາວ: ການປ່ຽນແປງຂອງຊົນນະ ບົດ ແລະ ຄວາມຝັນໃນອະນາຄົດ ເພື່ອຮັບປະ ກັນສິດເປັນເຈົ້າຂອງທີ່ດິນຢ່າງໝັ້ນຄົງ.

ຄວາມຮັບຜິດຊອບຂອງຜູ້ລົງທຶນຈາກອຸປະຕິເຫດແຮງງານ ແລະ ບັນຫາມົນລະພິດຈາກສານເຄມີ: ປະຕິທິນກົດໝາຍປະຈໍາເດືອນ ພະຈິກ -ທັນວາ 2020

ຄວາມຮັບຜິດຊອບຂອງຜູ້ລົງທຶນ ຕໍ່ກັບມາດຕະການຮັບປະກັນ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ ນັ້ນເປັນສິ່ງທີ່ສໍາຄັນ ແລະ ຈໍາເປັນທີ່ສຸດ ໂດຍສະເພາະ ໃນຂົງເຂດການຜະລິດອຸດສາຫະກຳ ແລະ ກະສິກຳ; ພ້ອມທັງຕ້ອງມີມາດຕະການຮັບປະກັນຄວາມປອດໄພໃຫ້ແກ້ຜູ້ອອກແຮງງານ ດ້ວຍ

ໂພສຫຼ້າສຸດ

loລາວ