ສັງລວມ ຂໍ້ສະເໜີໃສ່ນະໂຍບາຍ ທີ່ດິນລວມໝູ່ ແລະ ການຂື້ນທະບຽນລວມໝູ່ ໂດຍອີງຕາມ ກໍລະນີສຶກສາ ຈາກກຸ່ມ ເຄືອຂ່າຍທີ່ດິນ

2101

ໂດຍ ກຸ່ມເຄືອຂ່າຍທີ່ດິນ

ປີ: 2012

ໂດຍອິງຕາມປະສົບການຈາກພາກສະໜາມ ທີ່ເປັນກໍລະນີສຶກສາການອອກໃບຕາດິນລວມໝູ່, ສະມາຊິກຂອງ ກຸ່ມເຄືອຂ່າຍທີ່ດິນ (LIWG) ສາມາດກໍານົດບັນຫາທີ່ສໍາຄັນ ແລະ ສາມາດຖອດຖອນບົດຮຽນຕົວຈິງໄດ້. ພວກເຮົາໄດ້ນໍາເອົາບົດຮຽນດັ່ງກ່າວມາແລກປ່ຽນກັນ ເພື່ອໃຫ້ມີຂໍ້ສະເໜີທີ່ ໄດ້ຮັບການສະໜັບສະໜູນຢ່າງສົມເຫດສົມຜົນ. ໃນການປະຕິບັດເຊັ່ນນີ້, ພວກເຮົາໄດ້ໃຫ້ການສະໜັບສະໜູນໃນການສ້າງນິຕິກໍາ ແລະ ສ້າງຮູບແບບຫລັກວິຊາການ ເພື່ອໃຫ້ພວກເຮົາສາມາດ ພັດທະນາການອອກໃບຕາດິນລວມໝູ່ຢູ່ໃນປະເທດລາວ. ຂໍ້ສະເໜີ ທີ 1-7 ແລະ ທີ 9 ແມ່ນກ່ຽວຂ້ອງກັບ ກໍລະນີສຶກສາສະເພາະ ຈາກຂໍ້ສະເໜີທີ່ມີຢູ່ໃນເບື້ອງຕົ້ນແລ້ວ. ຂໍ້ສະເໜີ ທີ 8-10 ແມ່ນໄດ້ມາຈາກການປຶກສາຫາລືຢ່າງລະອຽດເລິກເຊິ່ງ ແລະ ຕາມການຕົກລົງ ຂອງບັນດາ ສະມາຊິກຂອງກຸ່ມເຄືອຂ່າຍທີ່ດິນ.

ດາວໂລດເອກະສານ ຂໍ້ສະເໜີແນະ: ສະບັບພາສາລາວ ສະບັບພາສາອັງກິດ

ດາວໂລດ ບົດສະເໜີ ໂດຍຫຍໍ້ ກ່ຽວກັບນະໂຍບາຍ ການຂື້ນທະບຽນທີ່ດິນ ແລະ ໃບຕາດິນລວມໝູ່: ສະບັບພາສາອັງກິດ