ກອງປະຊຸມຄະນະກໍາມະການບໍລິຫານໂຄງການ ການຈັດຕັ້ງປະຕິບັດໂຄງການ (PIASVC)

20
ກອງປະຊຸມຄະນະກໍາມະການບໍລິຫານໂຄງການ ການຈັດຕັ້ງປະຕິບັດໂຄງການ (PIASVC), ວັນທີ 19-21 ມີນາ 2025 ທີ່ ເມືອງຮຸນ ແລະ ເມືອງໄຊ, ແຂວງອຸດົມໄຊ
ໂຄງການ PIASVC ພາຍໃຕ້ ອົງການ HELVETAS Laos ໄດ້ຈັດກອງປະຊຸມຄະນະກໍາມະການບໍລິຫານໂຄງການ ໃນວັນທີ 19-21 ມີນາ 2025 ຢູ່ທີ່ແຂວງອຸດົມໄຊ. ເຊິ່ງກອງປະຊຸມເປັນປະທານໂດຍ ທ່ານ ດຣ ລີວາເມັງ ລີບົວປາວ ຮອງຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ມອນ ສີສະຫວາດ ຮອງປະທານອົງການເຮວວີຕັສລາວ, ທ່ານ ສົມດີ ເຕັງເບຼຍຈື ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງອຸດົມໄຊ, ທ່ານ ກອງຄໍາ ໄຊພົມປັນ ຮອງຫົວໜ້າ ຫ້ອງວ່າການແຂວງອຸດົມໄຊ; ພ້ອມກັບຜູ້ເຂົ້າຮ່ວມທີ່ມາຈາກຄະນະກຳມະການບໍລິຫານ ແລະ ຈັດຕັ້ງປະຕິບັດໂຄງການ (IMC), ພະນັກງານລັດຈາກພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງເຊກອງ, ແຂວງບໍລິຄຳໄຊ, ແຂວງຊຽງຂວາງ, ແຂວງອຸດົມໄຊ ແລະ ຈາກ 4 ອົງການຈັດຕັ້ງທາງສັງຄົມທີ່ເປັນຄູ່ຮ່ວມງານຂອງໂຄງການ.
ໃນວັນທີ 20 ມີນາ 2025 ຜູ້ເຂົ້າຮ່ວມໄດ້ລົງໄປຢ້ຽມຢາມບ້ານກິ່ວຜາ ເມືອງຮຸນ ເພື່ອຕິດຕາມການເຜີຍແຜ່ຂໍ້ມູນກ່ຽວກັບກົມໝາຍທີ່ດິນ ແລະ ຊັບພະຍາກອນທຳມະຊາດ ທີ່ຈັດຕັ້ງໂດຍ ສະມາຄົມພັດທະນາບົດບາດ ຍິງ-ຊາຍ (GDA). ເຊິ່ງຫົວຂໍ້ຫຼັກທີ່ໄດ້ເຜີຍແຜ່ແມ່ນການສົ່ງເສີມສິດຂອງແມ່ຍິງກ່ຽວກັບທີ່ດິນ ແລະ ຄວາມສະເໝີພາບຍິງ-ຊາຍໃນຊຸມຊົນ, ເຊິ່ງປະຊາຊົນພາຍໃນບ້ານຈຳນວນຫຼາຍກໍໄດ້ມາເຕົ້າໂຮມກັນເພື່ອມາຮັບຟັງຂໍ້ມູນ ໂດຍສະເພາະຜູ້ຍິງ. ປະຊາຊົນທີ່ເຂົ້າຮ່ວມແມ່ນມີສ່ວນຮ່ວມໃນກິດຈະກຳຖາມ-ຕອບ ແລະ ຮ່ວມຫຼິ້ນເກມກັບຜູ້ດຳເນີນກິດຈະກຳ. ກິດຈະກຳແມ່ນໄດ້ມີການແປເປັນພາສາມົ້ງ ແລະ ພາສາກຶມມູ ເພື່ອໃຫ້ແນ່ໃຈວ່າຜູ້ເຂົ້າຮ່ວມໃນຈຳນວນຫຼາຍຈະໄດ້ຮັບຮູ້ ແລະ ເຂົ້າໃຈຂໍ້ມູນຂ່າວສານກ່ຽວກັບສິດທີ່ກ່ຽວຂ້ອງກັບທີ່ດິນຂອງຕົນ.