ກິດຈະກຳທັດສະນະແລກປ່ຽນບົດຮຽນຂອງ ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ

12
ໃນລະຫວ່່າງວັນທີ 27 ຫາ 28 ມີນາ 2025, ສະມາຄົມພັດທະນາຊັບພະຍາກອນມະນຸດໃນຂົງເຂດຊົນນະບົດ ຮ່ວມກັບສະມາຄົມພັດທະນາແມ່ຍິງ ແລະ ການສຶກສາກົດໝາຍ ໄດ້ຈັດກິດຈະກຳ ແລກປ່ຽນບົດຮຽນກ່ຽວກັບການເຂົ້າເຖິງຂະບວນການຍຸຕິທຳຈາກບັນດາຄະນະໄກ່ເກ່ຍປະຈຳບ້ານ ລະຫວ່າງແຂວງຊຽງຂວງ ແລະ ບໍລິຄຳໄຊພາຍໃຕ້ໂຄງການ PIASVC. ທັງສອງຝ່າຍໄດ້ແລກປ່ຽນຄຳຄິດເຫັນຄຳເຫັນຈາກບົດຮຽນທີ່ຜ່ານການຝຶກອົບຮົມ ແລະ ກໍລະນີສຶກສາຢູ່ໃນເຂດບ້ານເປົ້າໝາຍໃນພື້ນທີ່ຂອງຕົນເອງ, ແນ່ນອນວຽກຂອງຄະນະໄກ່ເກ່ຍເປັນວຽກສຳຄັນອັນໜຶ່ງໃນການສ້າງຄວາມເຂັ້ມແຂງໃຫ້ກັບບ້ານ ໂດຍການແລກປ່ຽນຄຳຄິດຄຳເຫັນກ່ຽວກັບຊ່ອງທາງການແກ້ໄຂ ຫຼື ໃຫ້ຄຳປຶກສາໃຫ້ແກ່ຄູ່ກໍລະນີທີ່ມີຄວາມຂັດແຍ່ງກັນ ໃຫ້ສາມາດຫາຈຸດເປັນກາງ ແລະ ສາມັກຄີປອງດອງກັນໃນໄລຍະຍາວໄດ້. ຜ່ານການແລກປ່ຽນບົດຮຽນດັ່ງກ່າວ ທັງຄະນະກະເກ່ຍຈາກ ສອງແຂວງໄດ້ກ່າວໄດ້ເຫັນເຖິງຄວາມສຳຄັນ ແລະ ສິ່ງທ້າທາຍເພື່ອຈະນຳເອົາບົດຮຽນອັນລ້ຳຄ່າ ໃນການນຳພາປະຊາຊົນໃນບ້ານເປົ້າໝາຍເຂົ້າເຖິງຂະບວນການຍຸດຕິທຳໄດ້ເຕັມຮູບແບບຫຼາຍຂຶ້ນ.
ຄະນະບ້ານໜຶ່ງທ່ານ ໄດ້ກ່າວກ່ຽວກັບ ໂຄງການວ່າ “ໂຄງການດັ່ງກ່າວໄດ້ສ້າງຄຸນປະໂຫຍດໃຫ້ແກ່ຊາວບ້ານຫຼາຍ ເພາະວ່າພາຍຫຼັງທີ່ໂຄງການໄດ້ລົງມາເຜີຍແຜ່ຂໍ້ມູນຂ່າວສານຕ່າງໆ ປະຊາຊົນໄດ້ເຫັນຄວາມສຳຄັນ, ຮັບຮູ້ສິດ ແລະ ໜ້າທີ່ໃນການບໍລິຫານຄອບຄອງທີ່ດິນຫຼາຍຂຶ້ນ ແລະ ການເຮັດກິດຈະກຳຂອງໂຄງການຍັງເປັນຊ່ອງທາງ ແລະ ພື້ນທີ່ໃຫ້ຄະນະບ້ານໄດ້ໂອ້ລົມ ພ້ອມອະທິບາຍກ່ຽວກັບວຽກງານຍຸດຕິທຳແກ່ຊາວບ້ານຫຼາຍຂຶ້ນ, ຖ້າເປັນໄດ້ຢາກໂຄງການສືບຕໍ່ໄປເລື້ອຍໆເພື່ອຄວາມຍືນຍົງຂອງບ້ານ.”
ໂຄງການ PIASVC ໄດ້ຖືກຈັດຕັ້ງປະຕິບັດຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ໄດ້ຮັບທຶນຈາກ Swiss Development & Cooperation ແລະ ກອງທຶນພັດທະນາສັງຄົມຍີ່ປຸ່ນ ຜ່ານ World Bank Laos – ທະນາຄານໂລກ.