ກອງປະຊຸມສຳມະນາປະຈຳປີ 2025 ຂອງ ໂຄງການ PIASVC

16
ໃນວັນທີ 15 ມັງກອນ 2025, ໂຄງການ ການ​ໃຫ້​ຂໍ້​ມູນ​ສາ​ທາ​ລະ​ນະ ແລະ ການ​ໃຫ້​ຄວາມ​ຮູ້​ແກ່​ຊຸມ​ຊົນ ທີ່​ມີ​ຄວາມບອບ​ບາງ​ ໃນ ສ​ປ​ປ ລາວ (PIASVC) ໄດ້ຈັດກອງປະຊຸມສຳມະນາປະຈຳປີ ຂຶ້ນເປັນຄັ້ງທຳອິດນັບຕັ້ງແຕ່ສ້າງຕັ້ງໂຄງການມາ. ກອງປະຊຸມດັ່ງກ່າວໄດ້ຮັບກຽດເປັນປະທ່ານ ໂດຍ ທ່ານ ປອ ລີວາເມັງ ລີບົວປາວ, ຮອງຫົວໜ້າກົມທີ່ດິນ, ກສ. ທ່ານ Jesper Elias Lauridsen ຜູ້ອຳນວຍການ ອົງການເຮວວີຕັສ໌ ປະຈຳລາວ. ທ່ານ Markus Olavi Kukkonen ຊ່ຽວຊານວຽກງານທີດິນ ແລະ ຜູ້ຊີ້ນຳ ໂຄງການ PIASVC ປະຈຳທະນາຄານໂລກ. ຜູ້ເຂົ້າຮ່ວມມີທັງໝົດ 72 ທ່ານ ຈາກອົງການຂະແໜງການລັດ ຂັ້ນສູນກາງ ແລະ ຂັ້ນທ້ອງທິ່ນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທາງສັງຄົມ ແລະ ອື່ນໆ.
ຈຸດປະສົງຂອງກອງປະຊຸມແມ່ນມີຫາຍປະເດັນທີ່ສຳຄັນທີ່ຕ້ອງການຂໍ້ຄວາມຫາຜູ້ເຂົ້າຮ່ວມເຊັ່ນ: ການນຳສະເໜີ ເຖິງຜົນງານຂອງການຈັດຕັ້ງປະຕິບັດ ແລະ ເຄື່ອງມືຝຶກອົບຮົບຕ່າງໆຂອງໂຄງການທີ່ໄດ້ຜະລິດຂຶ້້ນມາ (ບາງເຄື່ອງມືມີພາສາຊົນເຜົ່າເພື່ອຄວາມສະດວກໃນການສື່ສານຂັ້ນຮາກຖານ). ນອນນັ້ນຍັງໃຫ້ບັນດາຜູ້ເຂົ້າຮ່ວມທັງໝົດທີ່ໄດ້ຜ່ານການຈັດຕັ້ງປະຕິບັດໂຄງການນັບຕັ້ງແຕ່ຂັ້ນທ້ອງຖິ່ນລົງໄປສູ່ຂັ້ນຮາກຖານນັ້ນວ່າໄດ້ມີຜົນຮັບອັນດີງາມ ແລະ ມີສິ່ງທ້າທ້າຍອັນໃດແນ່ໃນຕະຫຼອດໄລຍະທີ່ຜ່່ານມາ ເປັນຕົ້ນຂໍ້ແນະນຳສຳລັບການປະສານງານໃນແຕ່ລະຂັ້ນຕອນໃຫ້ເກີດຜົນ, ການສົ່ງຕໍ່ຄວາມຮູ້ດ້ານກົດໝາຍທີ່ດິນໃຫ້ປະຊາຊົນໄດ້ຮັບຮູ້ສິດ ແລະ ພັນທະຂອງພວກເຂົາພາຍໃຕ້ອຸປະກອນເຄື່ອງມືທີ່ໄດ້ສ້າງຂຶ້ນ ທີ່ມາການຮັບຮອງຈາກກົມທີ່ດິນ, ກສ. ຜົນທີ່ໄດ້ຮັບແມ່ນໄດ້ມີການຖອດຖອນບົດຮຽນເຖິງວິທີການ ແລະ ເຕັກນິກຕ່າງໆໃນການຈັດຕັ້ງປະຕິບັດໂຄງການ ແລະ ເພື່ອໃຫ້ບັນລຸເປົ້າໝາຍຂອງໂຄງການ ເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ສິດ ແລະ ພັນທະຂອງຕົນກ່ຽວກັບວຽກງານທີ່ດິນ ພາຍໃຕ້ກົດໝາຍຢ່າງເຄັ່ງຄັດ.
ຜູ້ເຂົ້າຮ່ວມທ່ານໜຶ່ງໄດ້ສະແດງຄຳຄິດເຫັນໃນກອງປະຊຸມດັ່ງກ່າວວ່າ ” ໂຄງການ PIASVC ເປັນໜຶ່ງໃນໂຄງການທີ່ດີທີ່ສຸດທີ່ຂ້າພະເຈົ້າໄດ້ເຄີຍຮ່ວມງານມາ, ເຖິງແມ່ນວ່າຈະມີຄວາມຂັດແຍ່ງກັນມາດົນນານກ່ຽວກັບບັນຫາທີ່ດິນ, ແຕ່ໂຄງການດັ່ງກ່າວຈະເປັນເຄື່ອງມືທີ່ຊ່ວຍປະຊາຊົນໃນລະດັບຮາກຖານໃຫ້ມີຄວາມສະມາຄີ ແລະ ຫຼຸດຜ່ອນການຄັດແຍ່ງໄດ້ຢ່າງແທ້ຈິງ, ເຊິ່ງເປັນຂະບວນການທີ່ໜ້າຊື່ນຊົມຫຼາຍສຳລັບຂ້າພະເຈົ້າ.”
ທ່ານໃດສົນໃຈອຸປະກອນເຄື່ອງມືໂຄງການແມ່ນສາມາດເຂົ້າເບິ່ງໄດ້ທີ່
ໂຄງການ PIASVC ໄດ້ຖືກຈັດຕັ້ງປະຕິບັດຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ໄດ້ຮັບທຶນຈາກ Swiss Development & Cooperation ແລະ ກອງທຶນພັດທະນາສັງຄົມຍີ່ປຸ່ນ ຜ່ານ World Bank Laos – ທະນາຄານໂລກ.