ປະຕິທິນກົດໝາຍປະຈໍາເດືອນ ມີນາ – ເມສາ 2019: ການປົກປັກຮັກສາປ່າໄມ້ແບບມີ ສ່ວນຮ່ວມຂອງຂັ້ນບ້ານ

2894

ໂດຍ:  ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ການປົກປັກຮັກສາປ່າໄມ້ແບບມີ ສ່ວນຮ່ວມຂອງຂັ້ນບ້ານ ຖືເປັນວຽກງານອັນສໍາຄັນ ແລະ ສະແດງໃຫ້ເຫັນເຖິງການມີສ່ວນຮ່ວມ ແລະ ບົດບາດຂອງຊຸມຊົນໃນການປົກປັກຮັກສາປ່າໄມ້. ສະນັ້ນຈຶ່ງມີຄວາມສໍາຄັນຢ່າງຍິ່ງໃນການເຂົ້າໃຈເຖິງກົດໝາຍທີ່ກ່ຽວຂ້ອງ ໃນການປົກປັກຮັກສາປ່າໄມ້ແບບມີສ່ວນຮ່ວມຂອງຂັ້ນບ້ານ. 

ໃນ ປະຕິທິນກົດໝາຍປະຈໍາເດືອນ ມີນາ – ເມສາ 2019 ແມ່ນໄດ້ນໍາສະເໜີ ກ່ຽວກັບ ການປົກປັກຮັກສາປ່າໄມ້ແບບມີ ສ່ວນຮ່ວມຂອງຂັ້ນບ້ານ ໂດຍອີງໃສ່ ກົດໝາຍປ່າໄມ້ ເລກທີ 06/ສພຊ, ລົງວັນທີ 24 ທັນວາ 2007 ໂດຍອີງໃສ່ ມາດຕາ 108 ສິດ ແລະ ໜ້າທີ່ ຂອງໜ່ວຍງານປ່າໄມ້ບ້ານ ໃນການຄຸ້ມຄອງປ່າໄມ້, ທີ່ດິນປ່າໄມ້ ແລະ ກິດຈະການປ່າໄມ້; ເຊິ່ງມີລາຍລະອຽດລຸ່ມນີ້: 

  1. ຄົ້ນຄວ້າ ແລະ ສະເໜີໃຫ້ອົງການປົກຄອງບ້ານ ອອກກົດລະບຽບ ການນຳໃຊ້ປ່າໄມ້ ຂັ້ນບ້ານ ຕາມປະເພນີ; ໂດຍສອດຄ່ອງກັບລະບຽບ ກົດໝາຍກ່ຽວກັບປ່າໄມ້ 
  2. ເຜີຍແຜ່ລະບຽບການກ່ຽວກັບປ່າໄມ້ ເປັນຕົ້ນຄວາມສຳຄັນ ແລະ ຄຸນປະໂຫຍດຂອງປ່າໄມ້, ທີ່ດິນປ່າໄມ້, ປ່າຍອດນ້ຳ ແລະ ສິ່ງແວດ ລ້ອມ ໃຫ້ປະຊາຊົນໃນບ້ານຂອງຕົນ
  3. ຈັດຕັ້ງປະຕິບັດລະບຽບກົດໝາຍກ່ຽວກັບປ່າໄມ້, ການມອບ ດິນ-ມອບປ່າ ຂອງບ້ານ ໃຫ້ບຸກຄົນ ແລະ ການຈັດຕັ້ງພາຍໃນບ້ານ ຄຸ້ມຄອງ, ປົກປັກຮັກສາ, ຟື້ນຟູ, ປູກ, ຂະຫຍາຍ ແລະ ນຳໃຊ້ຢ່າງ ມີປະສິດທິຜົນ
  4. ຈັດຕັ້ງປະຊາຊົນຄຸ້ມຄອງ, ປົກປັກຮັກສາ, ນຳໃຊ້ປ່າໄມ້ ແລະ ທີ່ດິນປ່າໄມ້, ປ່າຍອດນ້ຳ, ເຄື່ອງປ່າຂອງດົງ ແລະ ສິ່ງແວດລ້ອມ ພາຍໃນບ້ານໃຫ້ຖືກຕ້ອງກັບສະພາບຕົວຈິງ ຂອງບ້ານຕົນເອງ
  5. ຕິດຕາມ, ເກັບກຳສະພາບການປ່ຽນແປງ ຂອງປ່ໄມ້, ສິ່ງແວດ ລ້ອມ ແລະ ສະພາບການເຄື່ອນໄຫວວຽກງານ ປ່າໄມ້ໃນຂອບເຂດ ບ້ານຂອງຕົນແລ້ວລາຍງານໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ
  6. ເປັນເຈົ້າການຕິດຕາມ, ສະກັດກັ້ນ ແລະ ຕ້ານການເຄື່ອນໄຫວ ອັນບໍ່ດີທີ່ມີຜົນກະທົບຕໍ່ປ່າໄມ້, ເຄື່ອງປ່າຂອງດົງ, ປ່າຍອດນ້ຳ ແລະ ສີ່ງແວດລ້ອມເຊັ່ນ: ການລັກລອບຕັດໄມ້, ການຈູດປ່າ ແລະ ການ ກະທຳທີ່ເປັນການທຳລາຍປ່າໄມ້ຢ່າງທັນການ
  7. ສະຫລຸບລາຍງານຜົນການຈັດຕັ້ງປະຕິບັດວຽກງານປ່າໄມ້ພາຍໃນບ້ານ, ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ເທດສະບານ ແລະ ອົງການປົກຄອງບ້ານຢ່າງເປັນປົກກະຕິ
  8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ລະບຽບກົດໝາຍ.

ສາມາດດາວໂລດ ກົດໝາຍ ວ່າດ້ວຍປ່າໄມ້ (2007) ທີ່:https://bit.ly/2uWcFtC