ບົດປະເມີນ ກົດໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງໃໝ່: ສິດການຄອບຄອງທີ່ດິນ ແລະ ປ່າໄມ້ຕາມປະເພນີ

2543

ບົດລາຍງານໂດຍ: MRLG & LIWG

ບົດລາຍການການປະເມີນສະບັບນີ້ ໄດ້ອະທິບາຍລາຍລະອຽດສະເພາະເຈາະຈົງເຖິງຈຸດທີ່ແຕກຕ່າງຈາກກັນລະຫວ່າງ ສະບັບປັບປຸງໃໝ່ ຂອງກົດໝາຍວ່າດ້ວຍ ທີ່ດິນ ແລະ ກົດໝາຍວ່າດ້ວຍ ປ່າໄມ້ ກັບ ສະບັບເກົ່າກ່ອນໜ້າທີ່ຂອງທັງສອງກົດໝາຍດັ່ງກ່າວ (ກົດໝາຍວ່າດ້ວຍທີ່ດິນ ປີ 2003 ແລະ ກົດໝາຍວ່າດ້ວຍປ່າໄມ້ ປີ 2007) ໂດຍໄດ້ມີການປະເມີນໃຫ້ເຫັນເຖິງຊ່ອງຫວ່າງ ແລະ ສິ່ງທີ່ມີການປັບປຸງ ຈາກສະບັບເດີມ.

ເນື້ອໃນທີ່ສໍາຄັນທີ່ໄດ້ການປະເມີນສຶກສາ ປຽບທຽບຄວາມແຕກຕ່າງກັນ ກົດໝາຍທັງສອງສະບັບ ຂອງສະບັບປັດຈຸບັນ ແລະ ສະບັບກ່ອນໜ້ານີ້ ແມ່ນໄດ້ສະແດງໃຫ້ເຫັນເຖິງບັນຫາທີ່ອາດຈະເກີດຂື້ນຈາກຊ່ອງວ່າງທີ່ມີ ແລະ ບາງຈຸດທີ່ມີການຊໍ້າຊ້ອນກັນ. ໂດຍລວມແລ້ວ ບົດລາຍງານສະບັບນີ້ ໄດ້ສະເໜີແນວທາງທີ່ຈໍາເປັນທີ່ຈະຕ້ອງໄດ້ເອົາໃຈໃສ່ ແລະ ປະຕິບັດ ໂດຍສະເພາະແມ່ນການມີສ່ວນຮ່ວມ ຈາກພາກປະ ຊາສັງຄົມ ເພື່ອພັດທະນາ ແລະ ນໍາໃຊ້ ນິຕິກໍາລຸ່ມກົດໝາຍ ເພື່ອການປະຕິບັດກົດໝາຍດັ່ງກ່າວ ເຊັ່ນ ດໍາລັດ, ກົດລະບຽບ ແລະ ຂັ້ນຕອນ ຫຼື ຄໍາແນະນໍາ ໂດຍຜ່ານບັນດາຂໍ້ສະເໜີແນະຕ່າງໆ.  

ດາວໂລດບົດລາຍງານ: ສະບັບພາສາອັງກິດ