
ໂດຍ ກຸ່ມທີ່ເຮັດວຽກກ່ຽວກັບບັນຫາທີ່ດິນ
ປີ: 2007
ບົດລາຍງານສະບັບນີ້ ແບ່ງອອກເປັນ 2 ພາກຄື: ພາກທີ 1 ເປັນການສັງລວມເອກະສານທີ່ມີຢູ່ໃນຊ່ວງທີ່ຜ່ານມາ ເຖິງປີ 2007 ທີ່ກ່ຽວກັບ ການຫັນປ່ຽນທີ່ດິນ ໃຫ້ກາຍເປັນທຶນ ແລະ ພາທີ 2 ແມ່ນວິເຄາະກ່ຽວກັບຊ່ອງວ່າງ ແລະ ຂໍ້ສະເໜີແນະ ເພື່ອການສຶກສາຄົ້ນຄວ້າໃນອະນາຄົດ.
ພາກທີ 1: ແມ່ນອີງໃສ່ ການສຶກສາຄົ້ນຄວ້າກ່ຽວກັບການສໍາປະທານທີ່ດິນ ເຊິ່ງປະກອບມີ 5 ຂໍ້: ຂໍ້ທີ 3.1 ທວນຄືນການສຶກສາການສໍາປະທານທີ່ດິນ ເຊິ່ງມີ ການພົວພັນເຖິງນະໂຍບາຍກ່ຽວກັບທີ່ດິນ; ຂໍ້ທີ 3.2 – 3.4 ແມ່ນວິເຄາະກໍລະນີສຶກສາສະເພາະກ່ຽວກັບການສໍາປະທານທີ່ດດິນຂອງຂະແໜງການຕ່າງໆ ແລະ ຂໍ້ທີ 3.5 ແມ່ນວິເຄາະເຖິງ ການພົວພັນ ກ່ຽວກັບການສໍາປະທານທີ່ດິນ ໃນການພັດທະນາປະເທດລາວ.
ພາກທີ 2: ແມ່ນ ການວິເຄາະເຖິງຊ່ອງວ່າງ ເຖິງບັນດາເອກະສານທີ່ກ່ຽວຂ້ອງການສໍາປະທານທີ່ດິນ ທີ່ມີຢູ່ໃນຊ່ວງດັ່ງກ່າວ ແລະ ຂໍ້ສະເໜີແນະ ເພື່ອການສຶກສາຄົ້ນຄວ້າໃນອະນາຄົດ.
ເອກະສານ ທັງ 2 ພາກ ແມ່ນໄດ້ເເຜີຍແຜ່ໃນປີ 2007.
ດາວໂລດເອກະສານພາກທີ 1: ສະບັບພາສາລາວ ສະບັບພາສາອັງກິດ
ດາວໂລດເອກະສານ ພາກທີ 2: ສະບັບພາສາອັງກິດ