ໂດຍ ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ
ໃນ 7 ໝູ່ບ້ານທີ່ສຶກສາພົບວ່າ ແມ່ຍິງສູນເສຍການເຂົ້າເຖິງ ແລະ ການຄຸ້ມຄອງທີ່ດິນ ເຊັ່ນ: ບ້ານທີ່ສືບທອດ ເຄືອຍາດຜ່ານທາງແມ່ຍິງ (matrilineal) ໃນເຂດທົ່ງພຽງ ແມ່ຍິງໄດ້ຮັບມູນມໍລະດົກດິນນາທີ່ເປັນດິນສ່ວນບຸກຄົນ ສືບທອດຈາກແມ່ ແລະ ບ້ານ ທີ່ສືບທອດເຄືອຍາດຜ່ານທາງຜູ້ຊາຍ (patrilineal) ສ່ວນຫຼາຍແມ່ນໃຊ້່ດິນຊຸມຊົນສຳ ລັບການດຳລົງຊີວິດ. ການຂະຫຍາຍເສັ້ນທາງ, ການກໍ່ສ້າງອາຄານ, ການຍົກຍ້າຍຈັດສັນທີ່ຢູ່, ການສຳປະທານທີ່ດິນ ປູກຢາງ ພາລາ ແລະ ການໃຫ້ເຊົ່າທີ່ດິນປູກອ້ອຍ ແມ່ນສາຍເຫດຂອງການສູນເສຍການເຂົ້າ ເຖິງທີ່ດິນ. ສະຫຼຸບແລ້ວ, ໝູ່ບ້ານທັງຫມົດທີ່ໄປສຶກສາ ໄດ້ປະຕິບັດນິຕິກໍາຂອງລັດທີ່ວາງອອກ, ໃນຂະນະທີ່ຮີດຄອງປະເພນີໃນຊຸມຊົນທີ່ສຶບທອດສາຍຍາດຜ່ານທາງຜູ້ຊາຍແມ່ນຍົກສູງລູກຊາຍຫຼາຍກວ່າລູກສາວ ແລະ ຮີດຄອງປະເພນີໃນໝູ່ບ້ານທີ່ສຶບທອດ ສາຍຍາດຜ່ານແມ່ຍິງ ແມ່ນໃຫ້ສິດຕໍ່ທີ່ດິນທີ່ໝັ້ນຄົງແກ່ລູກສາວ.
ບົດສຶກສານີ້ໄດ້ຮັບການສະໜັບສະໜູນໂດຍ ຈາກອົງການ ເບຣດຟໍເດີເວີ “Bread for the World” ແລະ ອົງການ ແຄຣ໌ ນານາຊາດ ປະຈຳລາວ “CARE International in Lao PDR”.