ໂດຍ ແອັດມິນ
ໃນທ້າຍເດືອນພຶດສະພາ ປີ 2022, ເວັບໄຊທ໌ The Diplomat ໄດ້ເຜີຍແຜ່ບົດຄວາມທີ່ກ່ຽວຂ້ອງກັບປະເດັນທີ່ກຳລັງສະຜົນກະທົບເຖິງເສດຖະກິດຂອງປະເທດລາວ ໃນປະຈຸບັນ ນັ້ນກໍ່ຄື ວິກິດການເງິນຕາ ເຊິ່ງຂຽນໂດຍ James Guild, ຜູ້ຊ່ຽວຊານທາງດ້ານການຄ້າ, ການເງິນ ແລະ ການພັດທະນາເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້. ບົດຄວາມດັ່ງກ່າວມີເນື້ອຫາດັ່ງນີ້:
ການເພີ່ມຂື້ນຂອງໜີ້ສິນຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດທີ່ມີຢູ່ໜ້ອຍ ເຮັດໃຫ້ປະເທດທີ່ມີປະຊາກອນ 7 ລ້ານຄົນ ມີຄວາມສ່ຽງສູງໃນທ່າມກາງວິກິດການເງິນໂລກ
ໃນຫຼາຍອາທິດທີ່ຜ່ານມາ, ສະພາບເສດຖະກິດໃນລາວມີແນວໂນ້ມຊຸດໂຊມລົງ. ເນື່ອງຈາກການຂາດແຄນນໍ້າມັນເຊື້ອໄຟໄດ້ຖືກລາຍງານຢ່າງກວ້າງຂວາງ ຍ້ອນວ່າຜົນກະທົບຈາກການອ່ອນຄ່າລົງຂອງເງີນກີບແມ່ນເຮັດໃຫ້ຄ່າໃຊ້ຈ່າຍໃນການນໍາເຂົ້າເພີ່ມຂຶ້ນ. ສະກຸນເງິນກີບຂອງລາວມີອັດຕາແລກປ່ຽນຢູ່ທີ່ປະມານ 9,400 ກີບຕໍ່ໜື່ງໂດລາໃນເດືອນກັນຍາ 2021, ແຕ່ຫຼຸດລົງມາຢູ່ທີ່ 13,450 ກີບຕໍ່ໜື່ງໂດລາ ໃນອາທິດທີ່ຜ່ານມາ. ທະນາຄານກາງໄດ້ປະກາດມາດຕະການເພື່ອສະກັດກັ້ນການເໜັງຕີງຂອງຄ່າເງິນ, ເຊິ່ງໄດ້ມີການຕໍານິຕິຕຽນຜູ້ທີ່ປັ່ນປ່ວນຄ່າເງິນຕາ ແລະ ຜູ້ທີ່ຫວັງຜົນກຳໄລຈາກສະຖານະການດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມບັນຫາທີ່ເກີດຂື້ນກໍ່ຍັງຄົງດຳເນີນຢູ່ໃນສະຖານະການປະຈຸບັນ, ເຊີີ່ງຍັງມີບັນຫາທາງດ້ານໂຄງສ້າງທາງເສດຖະກິດທີ່ເລິກເຊິ່ງກວ່ານີ້.
ເຫດຜົນທຳອິດແມ່ນວ່າ ທະນາຄານກາງສະຫະລັດ ກໍາລັງເພີ່ມອັດຕາດອກເບ້ຍນະໂຍບາຍ ເຮັດໃຫ້ເງິນໂດລາມີມູນຄ່າຫຼາຍຂື້ນເມື່ອທຽບໃສ່ກັບສະກຸນເງິນອື່ນໃນໂລກ. ສິ່ງນີ້ຈະເກີດຂື້ນທຸກຄັ້ງເມື່ອ ທະນາຄານກາງສະຫະລັດ ເພີ່ມອັດຕາດອກເບ້ຍ ແລະ ມັກຈະເຮັດໃຫ້ເງີນທຶນໄຫຼອອກຈາກບັນດາປະເທດ ຫຼື ຕະຫຼາດທີ່ເກີດໃຫມ່ ໂດຍສະເພາະສໍາລັບຕະຫຼາດທີ່ມີການຂາດດຸນທາງດ້ານການເງິນ ຫຼື ການຂາດດຸນຈາກບັນຊີການຄ້າ. ເພື່ອປ້ອງກັນຄວາມສ່ຽງນີ້ ທະນາຄານກາງໃນຕະຫຼາດທີ່ເກີດຂື້ນໃຫມ່ມີແນວໂນ້ມທີ່ຈະສະສົມຄັງສໍາຮອງເງິນຕາຕ່າງປະເທດເພີ່ມຂື້ນ. ເຊີ່ງນີ້ສາມາດນໍາໃຊ້ເພື່ອເພີ່ມມູນຄ່າເງິນໃນຊ່ວງເວລາທີ່ຄ່າເງີນມີການເຫນັງຕີງສູງ. ການກະທຳດັ່ງກ່າວເປັນການສົ່ງສັນຍານເຖິງບັນດາເຈົ້າໜີ້ໃນທົ່ວໂລກວ່າ ປະເທດນີ້ຍັງມີຄວາມສາມາດໃນການຊຳລະໜີ້ສິນໄດ້.
ໃນໄລຍະໜຶ່ງ, ມີຄວາມສົງໄສກ່ຽວກັບຄວາມສາມາດໃນການຊຳລະໜີ້ສິນຂອງປະເທດລາວ ເນື່ອງຈາກໄດ້ນໍາເຂົ້າສິນຄ້າໃນມູນຄ່າ 6.36 ຕື້ໂດລາໃນປີ 2021 ແລະ ຍັງເປັນຫນີ້ສິນທີ່ມີການສະສົມມາຢ່າງຫຼວງຫຼາຍຈາກຍອດຊໍາລະການນໍາເຂົ້າຂອງຕົນ ເຊິ່ງທັງຫມົດນີ້ເພີ່ມຄວາມສ່ຽງຕໍ່ເງິນທຶນທີ່ຈະໄຫຼອອກ. ນັກລົງທຶນເຊື່ອວ່າ ຄັງສໍາຮອງເງິນຕາຕ່າງປະເທດຂອງທະນາຄານກາງ ຈຳນວນ 1,26 ຕື້ໂດລາ ໃນເດືອນທັນວາ 2021 ແມ່ນບໍ່ພຽງພໍ.
ເພີ່ມເຕີມຈາກຂ້າງເທິງ ແມ່ນລາຄາສິນຄ້າທີ່ແພງຂື້ນສອງເທົ່າ ເຊິ່ງເຮັດໃຫ້ລາຄານຳເຂົ້ານ້ຳມັນເຊື້ອໄຟເພີ່ມສູງຂຶ້ນ. ທຸກໆປະເທດໃນໂລກກໍາລັງປະເຊີນກັບບັນຫາດຽວກັນ ເຊິ່ງບໍ່ແຕກຕ່າງຫຍັງກັບປະເທດລາວ ແລະ ສໍາລັບວິກິດການສະພາບຄ່ອງໄລຍະສັ້ນດັ່ງກ່າວ; ມີເຄື່ອງມືຕ່າງໆ ທີ່ພ້ອມ ແລະ ເຮັດໃຫ້ສິ່ງຕ່າງໆ ສາມາດຜ່ອນຜັນໄດ້ຈົນກ່ວາລາຄານໍ້າມັນຈະຄົງທີ່. ເຊີ່ງເຫັນໄດ້ຢ່າງຊັດເຈນວ່ານີ້ແມ່ນຄວາມຍາກລຳບາກທາງເສດຖະກິດໃນໄລຍະສັ້ນ. ແຕ່ໃນທີ່ສຸດລາຄານໍ້າມັນກໍ່ຈະຫຼຸດລົງ.
ແຕ່ບັນຫາໃຫຍ່ກວ່າໃນໄລຍະຍາວກໍຄືວ່າ ປະເທດລາວມີໜີ້ສິນຫລາຍເກີນໄປໃນຍອດເງິນຊຳລະຂອງຕົນ ທຽບກັບການເພີ່ມຂື້ນຂອງກຳລັງການຜະລິດ, ໜີ້ສິນເຫຼົ່ານີ້ມີແນວໂນ້ມທີ່ຈະເພີ່ມຂື້ນ. ເຖິງແມ່ນວ່າກະແສການລົງທຶນເຂົ້າມາໃນລາວ ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີມໍ່ໆມານີ້. ການລົງທຶນໂດຍກົງຈາກຕ່າງປະເທດສຸດທິເພີ່ມຂຶ້ນຈາກ 635 ລ້ານໂດລາໃນປີ 2012 ເປັນ 1,7 ຕື້ໂດລາໃນປີ 2017. ອັດຕາການລົງທຶນຫຼຸດລົງໃນຊ່ວງປີທີ່ຜ່ານມານີ້, ແຕ່ໃນປີ 2021 ຍອດເງິນເຂົ້າສຸດທິແມ່ນຍັງຫຼາຍກວ່າ 1 ຕື້ໂດລາ.
ການລົງທຶນຈາກຕ່າງປະເທດຂ້ອນຂ້າງເປັນດາບສອງຄົມ. ເນື່ອງຈາກວ່າການໄຫຼເຂົ້າຂອງເງິນທຶນເຫຼົ່ານີ້ຕ້ອງຈ່າຍຄືນໃຫ້ເຈົ້າຂອງທຶນຕາມໄລຍະເວລາ ໂດຍຜ່ານເງິນປັນຜົນ ແລະ ການຈ່າຍເງິນດອກເບ້ຍ. ດັ່ງນັ້ນ, ເມື່ອການໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນ, ກໍ່ຈະມີການໄຫຼອອກຂອງເງີນທຶນໃນບັນຊີລາຍຮັບຕົ້ນຕໍເມື່ອນັກລົງທຶນໄດ້ຮັບຜົນກໍາໄລ ແລະ ໂອນເງີນກັບເງິນຄືນປະເທດ. ຍອດລາຍຈ່າຍທັງໝົດນີ້ມີມູນຄ່າເຖີງ 1,23 ຕື້ໂດລາສະຫະລັດໃນປີ 2021.
ຄໍາຖາມທີ່ສຳຄັນແມ່ນ: ກະແສການລົງທຶນແມ່ນມີໄວ້ເພື່ອຫຍັງ? ຖ້າຫາກວ່າເຂົາເຈົ້າຈະເພີ່ມທະວີກຳລັງການຜະລິດເກີນລາຄາຂອງທຶນ ພວກເຂົາຈະມີກໍາໄລສຸດທິຕໍ່ທາງເສດຖະກິດ. ແຕ່ຖ້າຕົ້ນທຶນຂອງທຶນສູງກວ່າຜົນປະໂຫຍດທາງດ້ານເສດຖະກິດ, ສິ່ງເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ເສດຖະກິດ ແລະ ໃນທີ່ສຸດຈະທຳລາຍດຸນການຊຳລະເງິນຂອງປະເທດ.
ຕະຫຼາດທຶນອາດຈະຄິດເຖິງໄລຍະຫຼັງ ເຊິ່ງເປັນສະຖານະການທີ່ມີທ່າອ່ຽງຫຼາຍທີ່ຈະເກີດຂື້ນ ແລະ ເງິນກີບໄດ້ສູນເສຍມູນຄ່າຢ່າງຫຼວງຫຼາຍໃນຫຼາຍເດືອນທີ່ຜ່ານມາ. ເນື່ອງຈາກ ລາຄາສິນຄ້າສູງ ແລະ ອັດຕາດອກເບ້ຍຂຶ້ນຢູ່ໃນສະຫະລັດ ໄດ້ເລັ່ງໃຫ້ຂະບວນການນີ້ເກີດຂື້ນ. ເຊິ່ງນີ້ແມ່ນແນວໂນ້ມທີ່ຈະສືບຕໍ່ຍ້ອນນັກລົງທຶນຂາດຄວາມເຊື່ອໝັ້ນ ຕໍ່ຄັງສໍາຮອງເງິນຕາຕ່າງປະເທດ.
ປະເທດລາວ ເຊິ່ງມີປະຊາກອນພຽງແຕ່ 7 ລ້ານຄົນ, ມີຕະຫຼາດພາຍໃນທີ່ຈໍາກັດ. ສະນັ້ນ, ການລົງທຶນຈາກຕ່າງປະເທດຫຼາຍແຫ່ງແມ່ນແນໃສ່ພື້ນຖານໂຄງລ່າງທີ່ສາມາດເພີ່ມທະວີການສົ່ງອອກ, ເປັນຕົ້ນແມ່ນການຜະລິດໄຟຟ້າ ແລະ ການຂົນສົ່ງ. ປະເທດລາວໄດ້ສົ່ງອອກກະແສໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍ. ເຊິ່ງເກືອບທັງໝົດແມ່ນສົ່ງອອກໄປໄທ. ອີງຕາມ OEC, ປີ 2010 ລາວສົ່ງອອກໄຟຟ້າໄປໄທໃນມູນຄ່າ 272 ລ້ານໂດລາສະຫະລັດ. ຮອດປີ 2020, ຍອດການສົ່ງອອກດັ່ງກ່າວບັນລຸ 1,9 ຕື້ໂດລາ, ເຊິ່ງກວມເອົາ 31% ຂອງການສົ່ງອອກທັງໝົດ. ເກືອບທັງໝົດແມ່ນຊື້ໂດຍ ປະເທດໄທ. ແຕ່ມັນພຽງພໍ ຫຼື ບໍ່?
ເພື່ອໃຫ້ສິ່ງດັ່ງກ່າວສາມາດປະຕິບັດໄດ້, ປະເທດລາວຕ້ອງຫັນການລົງທຶນຈາກຕ່າງປະເທດໃຫ້ເປັນການສົ່ງອອກ. ເຊີ່ງຕ້ອງຂາຍໄຟຟ້າຈາກໂຮງງານໄຟຟ້າທີ່ໄດ້ຮັບທຶນຈາກຕ່າງປະເທດໃຫ້ແກ່ໄທ, ແລະ ນຳໃຊ້ເສັ້ນທາງລົດໄຟຄວາມໄວສູງສາຍໃໝ່ທີ່ມີລາຄາສູງ ເພື່ອເພີ່ມປະລິມານສິນຄ້າ ແລະ ການບໍລິການທີ່ສົ່ງອອກໄປຈີນ. ມັນເປັນການຍາກທີ່ຈະຄາດເດົາວ່າສິ່ງທີ່ຈະເກີດຂຶ້ນໃນໄລຍະຍາວ; ໃນໄລຍະ10 ປີຈາກນີ້ການສົ່ງອອກອາດຈະຂະຫຍາຍຕົວ, ແລະ ມັນຈະເຮັດໃຫ້ການລົງທຶນເຫຼົ່ານີ້ຄຸ້ມຄ່າຕໍ່ຄວາມສ່ຽງ.
ແຕ່ໃນຂະນະນີ້, ເສດຖະກິດຂອງປະເທດຍັງຕ້ອງໄດ້ອີງສອງປະເທດບ້ານໃກ້ເຮືອນຄຽງຂອງຕົນ: ໄທ ແລະ ຈີນ, ເພື່ອການສົ່ງອອກ. ໃນຂະນະດຽວກັນ ໜີ້ສິນສະສົມຈາກການລົງທຶນຂອງຕ່າງປະເທດທັງໝົດນີ້ ແລະ ການຂາດແຄນຄັງສຳຮອງເງິນຕາຕ່າງປະເທດ. ໄດ້ເຮັດໃຫ້ເສດຖະກິດຂອງປະເທດ ມີຄວາມອ່ອນໄຫວໂດຍສະເພາະຕໍ່ກັບຜົນກະທົບຂອງລະບົບການເງິນໂລກ, ເປັນເຫດໃຫ້ປະເທດລາວ ກາຍເປັນປະເທດທຳອິດໃນພາກພື້ນທີ່ປະສົບກັບຄວາມຫຍຸ້ງຍາກຂອງການຮົ່ວໄຫຼອອກຂອງເງິນທຶນ.
ທ່ານສາມາດອ່ານຂ່າວຕົ້ນສະບັບໄດ້ທີ່: https://bit.ly/3HjQ4eW (ພາສາອັງກິດ)