ສາເຫດໃດທີ່ກໍ່ໃຫ້ເກີດວິກິດການເງິນຕາ ຢູ່ ສປປ ລາວ?

112

ໂດຍ ແອັດມິນ

ໃນທ້າຍເດືອນພຶດສະພາ ປີ 2022, ເວັບໄຊທ໌ The Diplomat ໄດ້ເຜີຍແຜ່ບົດຄວາມທີ່ກ່ຽວຂ້ອງກັບປະເດັນທີ່ກຳລັງສະຜົນກະທົບເຖິງເສດຖະກິດຂອງປະເທດລາວ  ໃນປະຈຸບັນ ນັ້ນກໍ່ຄື ວິກິດການເງິນຕາ ເຊິ່ງຂຽນໂດຍ James Guild, ຜູ້ຊ່ຽວຊານທາງດ້ານການຄ້າ, ການເງິນ ແລະ ການພັດທະນາເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້. ບົດຄວາມດັ່ງກ່າວມີເນື້ອຫາດັ່ງນີ້:

ການເພີ່ມຂື້ນຂອງໜີ້ສິນຕ່າງປະເທດ ແລະ ຄັງສຳຮອງເງິນຕາຕ່າງປະເທດທີ່ມີຢູ່ໜ້ອຍ ເຮັດໃຫ້ປະເທດທີ່ມີປະຊາກອນ 7 ລ້ານຄົນ ມີຄວາມສ່ຽງສູງໃນທ່າມກາງວິກິດການເງິນໂລກ

ໃນຫຼາຍອາທິດທີ່ຜ່ານມາ, ສະພາບເສດຖະກິດໃນລາວມີແນວໂນ້ມຊຸດໂຊມລົງ. ເນື່ອງຈາກການຂາດແຄນນໍ້າມັນເຊື້ອໄຟໄດ້ຖືກລາຍງານຢ່າງກວ້າງຂວາງ ຍ້ອນວ່າຜົນກະທົບຈາກການອ່ອນຄ່າລົງຂອງເງີນກີບແມ່ນເຮັດໃຫ້ຄ່າໃຊ້ຈ່າຍໃນການນໍາເຂົ້າເພີ່ມຂຶ້ນ. ສະກຸນເງິນກີບຂອງລາວມີອັດຕາແລກປ່ຽນຢູ່ທີ່ປະມານ 9,400 ກີບຕໍ່ໜື່ງໂດລາໃນເດືອນກັນຍາ 2021, ແຕ່ຫຼຸດລົງມາຢູ່ທີ່ 13,450 ກີບຕໍ່ໜື່ງໂດລາ ໃນອາທິດທີ່ຜ່ານມາ. ທະນາຄານກາງໄດ້ປະກາດມາດຕະການເພື່ອສະກັດກັ້ນການເໜັງຕີງຂອງຄ່າເງິນ, ເຊິ່ງໄດ້ມີການຕໍານິຕິຕຽນຜູ້ທີ່ປັ່ນປ່ວນຄ່າເງິນຕາ ແລະ ຜູ້ທີ່ຫວັງຜົນກຳໄລຈາກສະຖານະການດັ່ງກ່າວ. ແຕ່ເຖິງຢ່າງໃດກໍ່ຕາມບັນຫາທີ່ເກີດຂື້ນກໍ່ຍັງຄົງດຳເນີນຢູ່ໃນສະຖານະການປະຈຸບັນ, ເຊີີ່ງຍັງມີບັນຫາທາງດ້ານໂຄງສ້າງທາງເສດຖະກິດທີ່ເລິກເຊິ່ງກວ່ານີ້.

ເຫດຜົນທຳອິດແມ່ນວ່າ ທະນາຄານກາງສະຫະລັດ ກໍາລັງເພີ່ມອັດຕາດອກເບ້ຍນະໂຍບາຍ ເຮັດໃຫ້ເງິນໂດລາມີມູນຄ່າຫຼາຍຂື້ນເມື່ອທຽບໃສ່ກັບສະກຸນເງິນອື່ນໃນໂລກ. ສິ່ງນີ້ຈະເກີດຂື້ນທຸກຄັ້ງເມື່ອ ທະນາຄານກາງສະຫະລັດ ເພີ່ມອັດຕາດອກເບ້ຍ ແລະ ມັກຈະເຮັດໃຫ້ເງີນທຶນໄຫຼອອກຈາກບັນດາປະເທດ ຫຼື ຕະຫຼາດທີ່ເກີດໃຫມ່ ໂດຍສະເພາະສໍາລັບຕະຫຼາດທີ່ມີການຂາດດຸນທາງດ້ານການເງິນ ຫຼື ການຂາດດຸນຈາກບັນຊີການຄ້າ. ເພື່ອປ້ອງກັນຄວາມສ່ຽງນີ້ ທະນາຄານກາງໃນຕະຫຼາດທີ່ເກີດຂື້ນໃຫມ່ມີແນວໂນ້ມທີ່ຈະສະສົມຄັງສໍາຮອງເງິນຕາຕ່າງປະເທດເພີ່ມຂື້ນ. ເຊີ່ງນີ້ສາມາດນໍາໃຊ້ເພື່ອເພີ່ມມູນຄ່າເງິນໃນຊ່ວງເວລາທີ່ຄ່າເງີນມີການເຫນັງຕີງສູງ. ການກະທຳດັ່ງກ່າວເປັນການສົ່ງສັນຍານເຖິງບັນດາເຈົ້າໜີ້ໃນທົ່ວໂລກວ່າ ປະເທດນີ້ຍັງມີຄວາມສາມາດໃນການຊຳລະໜີ້ສິນໄດ້.

ໃນໄລຍະໜຶ່ງ, ມີຄວາມສົງໄສກ່ຽວກັບຄວາມສາມາດໃນການຊຳລະໜີ້ສິນຂອງປະເທດລາວ ເນື່ອງຈາກໄດ້ນໍາເຂົ້າສິນຄ້າໃນມູນຄ່າ 6.36 ຕື້ໂດລາໃນປີ 2021 ແລະ ຍັງເປັນຫນີ້ສິນທີ່ມີການສະສົມມາຢ່າງຫຼວງຫຼາຍຈາກຍອດຊໍາລະການນໍາເຂົ້າຂອງຕົນ ເຊິ່ງທັງຫມົດນີ້ເພີ່ມຄວາມສ່ຽງຕໍ່ເງິນທຶນທີ່ຈະໄຫຼອອກ. ນັກລົງທຶນເຊື່ອວ່າ ຄັງສໍາຮອງເງິນຕາຕ່າງປະເທດຂອງທະນາຄານກາງ ຈຳນວນ 1,26 ຕື້ໂດລາ ໃນເດືອນທັນວາ 2021 ແມ່ນບໍ່ພຽງພໍ.

ເພີ່ມເຕີມຈາກຂ້າງເທິງ ແມ່ນລາຄາສິນຄ້າທີ່ແພງຂື້ນສອງເທົ່າ ເຊິ່ງເຮັດໃຫ້ລາຄານຳເຂົ້ານ້ຳມັນເຊື້ອໄຟເພີ່ມສູງຂຶ້ນ. ທຸກໆປະເທດໃນໂລກກໍາລັງປະເຊີນກັບບັນຫາດຽວກັນ ເຊິ່ງບໍ່ແຕກຕ່າງຫຍັງກັບປະເທດລາວ ແລະ ສໍາລັບວິກິດການສະພາບຄ່ອງໄລຍະສັ້ນດັ່ງກ່າວ; ມີເຄື່ອງມືຕ່າງໆ ທີ່ພ້ອມ ແລະ ເຮັດໃຫ້ສິ່ງຕ່າງໆ ສາມາດຜ່ອນຜັນໄດ້ຈົນກ່ວາລາຄານໍ້າມັນຈະຄົງທີ່. ເຊີ່ງເຫັນໄດ້ຢ່າງຊັດເຈນວ່ານີ້ແມ່ນຄວາມຍາກລຳບາກທາງເສດຖະກິດໃນໄລຍະສັ້ນ. ແຕ່ໃນທີ່ສຸດລາຄານໍ້າມັນກໍ່ຈະຫຼຸດລົງ.

ແຕ່ບັນຫາໃຫຍ່ກວ່າໃນໄລຍະຍາວກໍຄືວ່າ ປະເທດລາວມີໜີ້ສິນຫລາຍເກີນໄປໃນຍອດເງິນຊຳລະຂອງຕົນ ທຽບກັບການເພີ່ມຂື້ນຂອງກຳລັງການຜະລິດ, ໜີ້ສິນເຫຼົ່ານີ້ມີແນວໂນ້ມທີ່ຈະເພີ່ມຂື້ນ. ເຖິງແມ່ນວ່າກະແສການລົງທຶນເຂົ້າມາໃນລາວ ເພີ່ມຂຶ້ນຢ່າງຫຼວງຫຼາຍໃນຊຸມປີມໍ່ໆມານີ້. ການລົງທຶນໂດຍກົງຈາກຕ່າງປະເທດສຸດທິເພີ່ມຂຶ້ນຈາກ 635 ລ້ານໂດລາໃນປີ 2012 ເປັນ 1,7 ຕື້ໂດລາໃນປີ 2017. ອັດຕາການລົງທຶນຫຼຸດລົງໃນຊ່ວງປີທີ່ຜ່ານມານີ້, ແຕ່ໃນປີ 2021 ຍອດເງິນເຂົ້າສຸດທິແມ່ນຍັງຫຼາຍກວ່າ 1 ຕື້ໂດລາ.

ການລົງທຶນຈາກຕ່າງປະເທດຂ້ອນຂ້າງເປັນດາບສອງຄົມ. ເນື່ອງຈາກວ່າການໄຫຼເຂົ້າຂອງເງິນທຶນເຫຼົ່ານີ້ຕ້ອງຈ່າຍຄືນໃຫ້ເຈົ້າຂອງທຶນຕາມໄລຍະເວລາ ໂດຍຜ່ານເງິນປັນຜົນ ແລະ ການຈ່າຍເງິນດອກເບ້ຍ. ດັ່ງນັ້ນ, ເມື່ອການໄຫຼເຂົ້າຂອງການລົງທຶນໂດຍກົງຈາກຕ່າງປະເທດເພີ່ມຂຶ້ນ, ກໍ່ຈະມີການໄຫຼອອກຂອງເງີນທຶນໃນບັນຊີລາຍຮັບຕົ້ນຕໍເມື່ອນັກລົງທຶນໄດ້ຮັບຜົນກໍາໄລ ແລະ ໂອນເງີນກັບເງິນຄືນປະເທດ. ຍອດລາຍຈ່າຍທັງໝົດນີ້ມີມູນຄ່າເຖີງ 1,23 ຕື້ໂດລາສະຫະລັດໃນປີ 2021.

ຄໍາຖາມທີ່ສຳຄັນແມ່ນ: ກະແສການລົງທຶນແມ່ນມີໄວ້ເພື່ອຫຍັງ? ຖ້າ​ຫາກ​ວ່າ​ເຂົາ​ເຈົ້າ​ຈະ​ເພີ່ມ​ທະ​ວີກຳລັງ​ການ​ຜະ​ລິດ​ເກີນ​ລາ​ຄາ​ຂອງ​ທຶນ ພວກເຂົາຈະມີກໍາໄລສຸດທິຕໍ່ທາງເສດຖະກິດ. ແຕ່ຖ້າຕົ້ນທຶນຂອງທຶນສູງກວ່າຜົນປະໂຫຍດທາງດ້ານເສດຖະກິດ,  ສິ່ງ​ເຫຼົ່າ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເສດຖະກິດ ​ແລະ ​ໃນ​ທີ່​ສຸດ​ຈະ​ທຳລາຍດຸນການຊຳລະ​ເງິນ​​ຂອງ​ປະ​ເທດ.

ຕະຫຼາດທຶນອາດຈະຄິດເຖິງໄລຍະຫຼັງ ເຊິ່ງເປັນສະຖານະການທີ່ມີທ່າອ່ຽງຫຼາຍທີ່ຈະເກີດຂື້ນ ແລະ ເງິນກີບໄດ້ສູນເສຍມູນຄ່າຢ່າງຫຼວງຫຼາຍໃນຫຼາຍເດືອນທີ່ຜ່ານມາ. ເນື່ອງຈາກ ລາຄາສິນຄ້າສູງ ແລະ ອັດຕາດອກເບ້ຍຂຶ້ນຢູ່ໃນສະຫະລັດ ໄດ້ເລັ່ງໃຫ້ຂະບວນການນີ້ເກີດຂື້ນ. ເຊິ່ງນີ້ແມ່ນແນວໂນ້ມທີ່ຈະສືບຕໍ່ຍ້ອນນັກລົງທຶນຂາດຄວາມເຊື່ອໝັ້ນ ຕໍ່ຄັງສໍາຮອງເງິນຕາຕ່າງປະເທດ.

ປະເທດລາວ ເຊິ່ງມີປະຊາກອນພຽງແຕ່ 7 ລ້ານຄົນ, ມີຕະຫຼາດພາຍໃນທີ່ຈໍາກັດ. ສະນັ້ນ, ການລົງທຶນຈາກຕ່າງປະເທດຫຼາຍແຫ່ງແມ່ນແນໃສ່ພື້ນຖານໂຄງລ່າງທີ່ສາມາດເພີ່ມທະວີການສົ່ງອອກ, ເປັນຕົ້ນແມ່ນການຜະລິດໄຟຟ້າ ແລະ ການຂົນສົ່ງ. ປະເທດລາວໄດ້ສົ່ງອອກກະແສໄຟຟ້າເພີ່ມຂຶ້ນຢ່າງຫຼວງຫຼາຍ. ເຊິ່ງເກືອບທັງ​ໝົດ​ແມ່ນ​ສົ່ງອອກໄປ​ໄທ. ອີງ​ຕາມ OEC, ປີ 2010 ລາວ​ສົ່ງ​ອອກ​ໄຟຟ້າ​ໄປ​ໄທ​ໃນ​ມູນ​ຄ່າ 272 ລ້ານ​ໂດ​ລາ​ສະຫະລັດ. ຮອດ​ປີ 2020, ຍອດການສົ່ງອອກ​​ດັ່ງກ່າວ​ບັນລຸ 1,9 ຕື້​ໂດ​ລາ, ເຊິ່ງກວມເອົາ 31% ຂອງ​ການ​ສົ່ງ​ອອກ​ທັງ​ໝົດ. ເກືອບທັງໝົດແມ່ນຊື້ໂດຍ ປະເທດໄທ. ແຕ່ມັນພຽງພໍ ຫຼື ບໍ່?

ເພື່ອ​ໃຫ້ສິ່ງດັ່ງກ່າວ​ສາມາດ​ປະຕິບັດ​ໄດ້, ປະເທດລາວ​ຕ້ອງ​ຫັນ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ​ໃຫ້ເປັນ​ການ​ສົ່ງ​ອອກ. ເຊີ່ງຕ້ອງ​ຂາຍ​ໄຟຟ້າ​ຈາກ​ໂຮງງານ​ໄຟຟ້າ​ທີ່​ໄດ້​ຮັບ​ທຶນ​ຈາກ​ຕ່າງປະ​ເທດ​ໃຫ້​ແກ່ໄທ, ​ແລະ ນຳໃຊ້​ເສັ້ນທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ສາຍ​ໃໝ່​ທີ່​ມີ​ລາຄາ​ສູງ ​ເພື່ອ​ເພີ່ມ​ປະລິມານ​ສິນຄ້າ ​ແລະ​ ການ​ບໍລິການ​ທີ່​ສົ່ງ​ອອກ​ໄປ​ຈີນ. ມັນເປັນການຍາກທີ່ຈະຄາດເດົາວ່າສິ່ງທີ່ຈະເກີດຂຶ້ນໃນໄລຍະຍາວ; ໃນໄລຍະ10 ປີ​ຈາກ​ນີ້​ການ​ສົ່ງ​ອອກ​ອາດ​ຈະ​ຂະ​ຫຍາຍ​ຕົວ, ແລະ​ ມັນ​ຈະ​ເຮັດ​ໃຫ້​ການ​ລົງ​ທຶນ​ເຫຼົ່າ​ນີ້​​ຄຸ້ມ​ຄ່າຕໍ່​ຄວາມ​ສ່ຽງ.

ແຕ່​ໃນ​ຂະນະ​ນີ້, ​​ເສດຖະກິດຂອງປະເທດຍັງຕ້ອງໄດ້ອີງ​​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຂອງ​ຕົນ: ​ໄທ ​ແລະ ຈີນ, ​ເພື່ອ​​ການ​ສົ່ງ​ອອກ. ໃນຂະນະດຽວກັນ ໜີ້ສິນສະສົມຈາກການລົງທຶນຂອງຕ່າງປະເທດທັງໝົດນີ້ ແລະ ການຂາດແຄນຄັງສຳຮອງເງິນຕາຕ່າງປະເທດ. ໄດ້ເຮັດໃຫ້ເສດຖະກິດຂອງປະເທດ ມີຄວາມອ່ອນໄຫວໂດຍສະເພາະຕໍ່ກັບຜົນກະທົບຂອງລະບົບການເງິນໂລກ, ເປັນເຫດໃຫ້ປະເທດລາວ ກາຍເປັນປະເທດທຳອິດໃນພາກພື້ນທີ່ປະສົບກັບຄວາມຫຍຸ້ງຍາກຂອງການຮົ່ວໄຫຼອອກຂອງເງິນທຶນ.

ທ່ານສາມາດອ່ານຂ່າວຕົ້ນສະບັບໄດ້ທີ່: https://bit.ly/3HjQ4eW (ພາສາອັງກິດ)