ນັກລົງທຶນຈີນຈະລົງທຶນ 3 ໂຄງການໃຫຍ່ໃນ ແຂວງໄຊສົມບູນ ໃນ ດ້ານບໍ່ແຮ່; ກະສິກໍາ; ແລະ ການທ່ອງທ່ຽວ

3584

ໂດຍ: ກຸ່ມແລກປ່ຽນຂໍ້ມູນເລື່ອງທີ່ດິນ

ວັນທີ: 15 ກໍລະກົດ 2019

ອີງຕາມແຫຼ່ງຂ່າວ ວຽງຈັນໃໝ່ ໄດ້ລາຍງານໄວ້ໃນວັນທີ 9 ກໍລະກົດ 2019 ວ່າ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງອົງການປົກຄອງແຂວງໄຊສົມບູນ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ກັບບໍລິສັດ ແຊັດວາຍບໍ່ແຮ່ ອຸດສາຫະກຳປຸງແຕ່ງ ຈຳກັດ ເພື່ອຊອກຄົ້ນສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄຳ ທອງ ເຫຼັກ ແລະ ແຮ່ຕິດພັນອື່ນໆ; ເພື່ອສຶກສາຄວາມເປັນໄປໄດ້ ໂຄງການທົດລອງການປູກໝາກໄມ້ເມືອງໜາວ ສູນທົດລອງສົ່ງເສີມແນວພັນ ສູນສຶກສາອົບຮົມໃຫ້ປະຊາຊົນພາຍໃນ 5 ເມືອງ; ແລະ ເພື່ອສຶກສາຄວາມເປັນໄປໄດ້ໂຄງການແຫຼ່ງທ່ອງທ່ຽວທຳມະຊາດ ແລະ ປະຫວັດສາດ ແລະ ພັດທະນາໂຮງແຮມ ຮ້ານອາຫານ ແລະ ສະໜາມກ໊ອຟ ໄດ້ຈັດຂຶ້ນວັນທີ 5 ກໍລະກົດ 2019 ທີ່ນະຄອນຫຼວງວຽງຈັນ ລະຫວ່າງຝ່າຍລັດຖະບານລາວ ແລະ ບໍລິສັດ ແຊັດວາຍບໍ່ແຮ່ ອຸດສາຫະກຳປຸງແຕ່ງ ຈຳກັດ.

ທາງແຂວງເຫັນວ່າ ໄຊສົມບູນເປັນແຂວງໜຶ່ງທີ່ມີຄວາມອຸດົມສົມບູນທາງດ້ານ ຊັບພະຍາກອນທຳມະຊາດ ທີ່ມີຄວາມອຸດົມສົມບູນ ດັ່ງນັ້ນ ຈຶ່ງເປັນທີ່ສົນໃຈຂອງນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອໄປລົງທຶນພັດທະນາດ້ານຕ່າງໆ ໃນແຂວງດັ່ງກ່່າວ.

ເຫດຜົນໜຶ່ງທີ່ສໍາຄັນ ທີ່ມີບັນດານັກລົງທຶນເລີ່ມສົນໃຈເຂົ້າມາລົງທຶນໃນເຂດນີ້ ແມ່ນ ເນື່ອງຈາກແຂວງດັ່ງກ່າວ ເປັນແຂວງທີ່ມີການປະກາດສ້າງຕັ້ງຂື້ນໃໝ່ ດັ່ງນັ້ນ ທາງແຂວງເອງ ກໍ່ໄດ້ເປີດຊ່ອງທາງໃຫ້ມີການລົງທຶນເຂົ້າມາຫຼາຍດ້ານ ໂດຍສະເພາະ ດ້ານພະລັງງານໄຟຟ້າ ແລະ ບໍ່ແຮ່.

ເຖິງຢ່າງໃດກໍຕາມ ຍັງບໍ່ທັນມີການເປີດເຜີຍໃນເບື້ອງຂໍ້ມູນກ່ຽວກັບ ຜົນປະໂຫຍດຕ່າງໆທີ່ປະຊາຊົນໃນເຂດດັ່ງກ່າວ ຈະໄດ້ຮັບ ແລະ ຜົນກະທົບຕ່າງໆທີ່ອາດຈະເກີດຂື້ນ ຕໍ່ສິ່ງແວດລ້ອມ ແລະ ປະຊາຊົນໃນເຂດທ້ອງຖິ່ນດັ່ງກ່າວ ໂດຍສະເພາະ ແມ່ນປະເດັນເລື່ອງການສູນເສຍເນືອທີ່ດິນ ແລະ ການຍົກຍ້າຍ ປະຊາຊົນອອກຈາກພື້ນທີ່.

ໃນປັດຈຸບັນນີ້ ຢູ່ແຂວງໄຊສົມບູນ ມີການລົງທຶນ ປະມານ 10 ກວ່າ ໂຄງການ ໃນນັ້ນ ມີບັນດາບໍລິສັດຂອງຈີນເຂົ້າມາລົງທຶນຫຼາຍເຊັ່ນ: ບໍລິສັດ Green Partner Holding ຂອງຈີນ ລົງທຶນດ້ານ ການທ່ອງທ່ຽວຢູ່ເມືອງລ່ອງແຈ້ງ, ບໍລິສັດ Hangzhou Safe Found Technology ຂອງຈີນ ລົງທຶນດ້ານພລັງງານ ແສງຕາເວັນ ຢູ່ເມືອງລ້ອງຊານ ແລະ ບໍລິສັດ Phou Bia Mining ຂອງ ປະເທດ ອອສເຕຣເລັຍ ລົງທຶນຂຸດຄົ້ນບໍ່ຄຳ ໃນແຂວງດັ່ງກ່າວ.

ແຂວງໄຊສົມບູນ ເປັນແຂວງໜຶ່ງຂອງລາວ ທີ່ໄດ້ນາມມະຍົດວ່າ ເປັນຫຼັງຄາຂອງປະເທດລາວ ເນື່ອງຈາກພູມສັນຖານທີ່ຕັ້ງ ເພາະເປັນພື້ນທີ່ທີ່ມີພູສູງທີ່ສຸດໃນປະເທດລາວ. ນອກນັ້ນແລ້ວ ຍັງມີເລື່ອງລາວຄວາມສໍາຄັນທາງດ້ານປະຫວັດສາດ ແລະ ມີຄວາມອຸດົມໄປດ້ວຍຊັພຍາກອນທໍາະຊາດ ເຊັ່ນ: ຄວາມງົດງາມຂອງທໍາມະຊາດ, ປ່າໄມ້ ແລະ ແຫລ່ງນ້ຳ, ຮ່ອງຮອຍປະຫວັດສາດ ເຊິ່ງເຫັນວ່າ ສິ່ງນີ້ເປັນທ່າແຮງອັນໜຶ່ງທີ່ສໍາຄັນໃນການພັດທະນາແຂວງດັ່ງກ່າວໃຫ້ມີຄວາມຍືນຍົງ ແລະ ຄົນໃນທ້ອງຖິ່ນນັ້ນຍັງສາມາດເປັນສ່ວນໜຶ່ງໃນການພັດທະນາ ເສດຖະກິດ ຂອງຊະຊາຊົນຊົນທ້ອງຖິ່ນ ພ້ອມຍັງເປັນການຮັກສາຄວາມສວຍງາມຂອງທໍາມະຊາດ ແລະ ວັດທະນະທໍາໄວ້ດ້ວຍ.

ສະນັ້ນ ມັນກໍ່ເປັນຄໍາຖາມສົນທະນາທີ່ສໍາຄັນ ແລະ ກໍ່ນ່າສົນໃຈ ຕໍ່ກັບທິດທາງການພັດທະນາຂອງແຂວງວ່າ ຈະເປັນໄປຕາມແນວທາງການເຕີບໂຕສີຂຽວ ຄືແນວໃດ ແລະ ປະຊາຊົນທ້ອງຖິ່ນເອງຈະໄດ້ຮັບຜົນປະໂຫຍດຕໍ່ກັບການພັດທະນາທີ່ກໍາລັງເກີດຂື້ນຄືແນວໃດ ແລະ ທີ່ສໍາຄັນ ການພັດທະນາທີ່ກໍາລັງຈະເກີດຂື້ນນັ້ນມີສ່ວນເຮັດໃຫ້ມັນມີຄວາມສົມດູນທາງທໍາມະຊາດຄືແນວໃດ.

ອ້າງອີງຈາກແຫຼ່ງຂ່າວ: